ກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ຫວຽດນາມ-ລາວ 2022

08:38 | 28/12/2022

ຍສໝ - ຫວຽດນາມ-ລາວ ເຫັນດີເປັນເອກະພາບບັນດາເນື້ອໃນຊຸກຍູ້ການຮ່ວມມື ພັດທະນາລະຫວ່າງຂະແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ສອງປະເທດ.

EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ: ອີຢູ ແລະ ອາເມລິກາ ຍັງບໍ່ທັນມີການຈຳກັດກ່ຽວກັບເລື່ອງຢຸດຕິການນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ: ອີຢູ ແລະ ອາເມລິກາ ຍັງບໍ່ທັນມີການຈຳກັດກ່ຽວກັບເລື່ອງຢຸດຕິການນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ

ກອງປະຊຸມຮ່ວມມືພັດທະນາຂະແໜງອຸດສະຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ຫວຽດນາມ-ລາວ 2022 ໄດ້ດໍາເນີນໃນວັນທີ 24 ທັນວາ 2022 ຢູ່ນະຄອນຮ້າລອງ (ແຂວງກວາງນິງ).

ເຂົ້າຮ່ວມກອງປະຊຸມມີ ສະຫາຍ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາ ຫະກໍາ ແລະ ການຄ້າ, ການນໍາກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ, ສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ລາວ ແລະ ສະຫາຍ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ລາວ ພ້ອມດ້ວຍ ການນໍາສອງກະຊວງ. ເຂົ້າຮ່ວມກອງປະຊຸມຍັງມີ ສະຫາຍ ບຸ່ຍວັນຄັ໊ງ ຮອງປະທານຄະນະກໍາມະການປະຊາຊົນແຂວງກວາງນິງ, ການນໍາພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງກວາງນິງ.

Việt Nam - Lào đẩy mạnh hợp tác phát triển ngành Công Thương - Năng lượng và Mỏບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບເປັນທີ່ລະນຶກ. ພາບ: ກະຊວງອຸດສາຫະກໍາ ແລະ ການຄ້າ

ກ່າວຄໍາເຫັນທີ່ໄຂກອງປະຊຸມ, ສະຫາຍ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າຫວຽດນາມ ເນັ້ນໜັກວ່າ ນີ້ແມ່ນກອງປະຊຸມຄັ້ງ ທໍາອິດທີ່ໄດ້ຈັດຕັ້ງພາຍຫຼັງພະຍາດໂຄວິດ-19 ແຜ່ລະບາດ. ກອງປະຊຸມ ດໍາເນີນໃນປີ 2022-ປີສາມັກຄີມິດຕະພາບສະເຫຼີມສະຫຼອງວັນສ້າງຕັ້ງ ການພົວພັນທາງການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ ຄົບຮອບ 45 ປີ.

ສະຫາຍ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ຜົນກອງປະຊຸມແມ່ນການປະກອບ ສ່ວນທີ່ສໍາຄັນເຂົ້າໃນຜົນສໍາເລັດຂອງກອງປະຊຸມຄະນະກໍາມະການລະຫວ່າງ ລັດຖະບານ ກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ-ລາວ ທີ່ຈັດຕັ້ງ ໃນທ້າຍເດືອນ ທັນວາ 2022.

ສະຫາຍ ຫງວຽນຮ່ົງຢຽນ ສະເໜີຜູ້ແທນເຂົ້າຮ່ວມກອງປະຊຸມກວດກາຄືນ, ຕີລາຄາໝາກຜົນການປະຕິບັດກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາ ຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ຫວຽດນາມ-ລາວ ປີ 2019 ຍົກອອກບັນດາການຕີລາຄາທີ່ແທດຈິງກໍ່ຄືການເຫັນດີເປັນເອກະພາບບັນດາການ ກໍານົດທິດຮ່ວມມື; ພິຈາລະນາວາງອອກວິທີການດັດປັບເພີ່ມເຕີມສັນຍາການຄ້າ ແລະ ສັນຍາການຄ້າຊາຍແດນລະຫວ່າງສອງປະເທດ, ຫັນບັນດາຮູບການ ການຄ້າ, ຊຸກຍູ້ການສົ່ງເສີມການຄ້າເປັນຫຼາຍຮູບຫຼາຍແບບ ແລະ ນໍາວົງເງິນ ການຄ້າສອງຝ່າຍເຕີບໂຕແບບຍືນຍົງ; ແລກປ່ຽນ ແລະ ພິຈາລະນາບັນດາ ມາດຕະການຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດສອງປະເທດໃນຂົງເຂດ ບໍ່ແຮ່ ແລະ ພະລັງງານ.

ໃນບົດກ່າວໄຂກອງປະຊຸມ, ສະຫາຍ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ລາວ ແລະ ສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ລາວ ພາຍຫຼັງຫວນຄືນວິວັດການຮ່ວມມືລະຫວ່າງກະຊວງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ສອງປະເທດລ້ວນແຕ່ເຫັນດີເປັນເອກະພາບ ຕີລາຄາການພົວພັນດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດຍັງມີຫຼາຍ ຄວາມສາມາດບົ່ມຊ້ອນພັດທະນາ, ການຮ່ວມມືລະຫວ່າງສາມກະຊວງມີບົດ ບາດສໍາຄັນໃນການພັດທະນາເສດຖະກິດຂອງແຕ່ລະປະເທດ ກໍ່ຄືຊຸກຍູ້ການ ພົວພັນສອງຝ່າຍແບບພິເສດລະຫວ່າງລາວ ແລະ ຫວຽດນາມ.

ລັດຖະມົນຕີສອງສະຫາຍໄດ້ສະເໜີບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລົງເລິກການແລກປ່ຽນ ເພື່ອຊຸກຍູ້ການພົວພັນຮ່ວມມືພັດທະນາຂະແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ລະຫວ່າງສອງປະເທດກວ່າອີກ, ປະກອບສ່ວນຢ່າງແທດຈິງເຂົ້າຜົນສໍາເລັດຂອງກອງປະຊຸມທີ່ຈະມາເຖິງຂອງ ຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ-ລາວ.

ໃນຂອບເຂດກອງປະຊຸມ ໄດ້ດໍາເນີນພິທີປະດັບຫຼຽນໄຊເອກະລາດ ຊັ້ນ III, ຫຼຽນໄຊມິດຕະພາບຂອງລັດຫວຽດນາມ, ຫຼຽນໄຊ ອິດສະຫຼະ ຊັ້ັນ III, ຫຼຽນໄຊມິດຕະພາບຂອງລັດລາວໃຫ້ບັນດາສະຫາຍການນໍາ, ອະດີດການນໍາ ສາມກະຊວງ, ການນໍາບັັນດາອົງການທີ່ກ່ຽວຂ້ອງສັງກັດສາມກະຊວງທີ່ໄດ້ມີ ຜົນງານກັບຂະແໜງອຸດສາຫະກໍາ ແລະ ການຄ້າ, ພະລັງງານ ແລະ ບໍ່ແຮ່ ລະຫວ່າງສອງປະເທດ.

ສະຫາຍ ຫງວຽນຮ່ົງຢຽນ ໄດ້ຕາງໜ້າການນໍາສາມກະຊວງກ່າວຄໍາເຫັນ ຢືນຢັນວ່າ ບັນດາລາງວັນອັນສູງສົ່ງທີ່ໄດ້ມອບຢູ່ກອງປະຊຸມແມ່ນການຮັບຮູ້ຂອງ ພັກ ແລະ ລັດຫວຽດນາມ ແລະ ລາວ ຕໍ່ບັນດາປະກອບສ່ວນ ສາມກະຊວງ ກໍ່ຄືການນໍາ, ອະດີດການນໍາສາມກະຊວງ, ການນໍາບັນດາ ອົງການທີ່ກ່ຽວຂ້ອງສາມກະຊວງ ດ້ວຍການພັດທະນາເສດຖະກິດສັງຄົມກໍ່ຄື ຊຸກຍູ້ການພົວພັນຮ່ວມມືແບບພິເສດລະຫວ່າງສອງປະເທດ.

ກໍ່ຢູ່ກອງປະຊຸມ, ສະຫາຍ ຫງວຽນຮ່ົງຢຽນ ພ້ອມກັບ ສະຫາຍ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ລາວ ແລະ ສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ລາວ ໄດ້ເປັນສັກຂີພິຍານພິທີມອບເອກະສານຮ່ວມມືລະຫວ່າງ ສອງສະຖາບັນຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ການຄ້າລະຫວ່າງ ສອງປະເທດ, ​ແຜນການຮ່ວມມືລະຫວ່າງກົມນໍາເຂົ້າ-ສ່ົງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ແລະ ກົມນໍາເຂົ້າ-ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ລາວ.

ພາຍຫຼັງພິທີໄຂບັນດາຜູ້ແແທນໄດ້ເຂົ້າຮ່ວມກອງປະຊຸມຮ່ວມມືພັດທະນາ ຂະແໜງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ-ລາວ 2022 ແລະ ກອງປະຊຸມ ຮ່ວມມືພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ ຫວຽດນາມ-ລາວ 2022.

ເນື່ອງໃນໂອກາດດໍາເນີນກອງປະຊຸມ, ການນໍາແຂວງກວາງນິງ ໄດ້ເປັນປະທານ ການເຮັດວຽກກັບການນໍາກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ລາວ ເຂົ້າຢ້ຽມຂໍ່ານັບ.

ທີ່ການເຮັດວຽກ, ສະຫາຍ ບຸ່ຍວັນຄັ໊ງ ຮອງປະທານຄະນະກໍາມະການ ປະຊາຊົນແຂວງໄດ້ສະແດງຄວາມປິຕິຊົມຊື່ນໄດ້ຕ້ອນຮັບບັນດາລັດຖະມົນຕີ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຮ່ວມມືພັດທະນາຂະ ແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ຫວຽດນາມ-ລາວ, ກອງປະຊຸມມີຄວາມໝາຍສໍາຄັນຍິ່ງກັບເສດຖະກິດ-ສັງຄົມລະຫວ່າງ ສອງປະເທດ.

ຮອງປະທານຄະນະກໍາມະການປະຊາຊົນແຂວງກວາງນິງ ຊີ້ແຈ້ງວ່າ ໂດຍແມ່ນແຂວງໜຶ່ງທີ່ທຸກຍາກ, ແຕ່ປີ 2011, ແຂວງກວາງນິງ ໄດ້ວາງແຜນພັດທະນາຢູ່ສາມເສົາຄໍ້າ ນັ້ນແມ່ນ ຄົນ-ວັດທະນະທໍາ-ທໍາມະຊາດ. ແຂວງໄດ້ສຸມໃສ່ກໍ່ສ້າງແຜນການຍຸດທະສາດກ່ຽວກັບການພັດທະນາ, ສະພາບແວດລ້ອມ, ແຫຼ່ງຊັບພະຍາກອນ ແລະ ປະຕິຮູບການບໍລິຫານ. ຈາກວິ່ງດັ່ງກ່າວນັ້ນໄດ້ນໍາແຂວງ ກວາງນິງ ກາຍເປັນຈຸດເຕີບໂຕຂອງພາກເໜືອ ກໍ່ຄືທົ່ງພຽງແມ່ນໍ້າແດງດ້ວຍຂອບຂະໜາດເສດຖະກິດປີ 2022 ບັນລຸ 260.000 ຕື້ດົ່ງ, GDP 7 ປີລຽນຕິດເຕີບໂຕຢູ່ 2 ຕົວເລກ, ລາຍຮັບຮັກສາທອັບ 5 ທົ່ວປະເທດ.ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸກວ່າ 8.000 ໂດລາສະຫະລັດຕໍ່ປີ.

ບັນດາລັດຖະມົນຕີ ແລະ ການນໍາສາມກະຊວງເຂົ້າຢ້ຽມຂໍ່ານັບການນໍາແຂວງ ກວາງນິງ ແລະ ມອບຂອງຂວັນລະນຶກລະຫວ່າງແຂວງກວາງນິງ ແລະ 3 ກະຊວງ.

ແຂວງກວາງນິງ ກໍ່ສຸມໃສ່ໃຫ້ສາມບາດກ້າວກະໂດດຂັ້ນຍຸດທະສາດ: ລົງທຶນເຂົ້າ ພື້ນຖານໂຄງລ່າງຄົມມະນາຄົມ-ປະຕິຮູບການບໍລິຫານ-ບໍາລຸງສ້າງແຫຼ່ງຊັບ ພະຍາກອນມະນຸດທີ່ມີຄຸນນະພາບສູງ. ລະດັບວິຊາສະເພາະຖັນແຖວພະນັກງານ ເປັນຕົ້ນແມ່ນຂັ້ນຮາກຖານ ຕ້ອງໄດ້ຮັບການຍົກສູງຂຶ້ນ, ພ້ອມທັງເສີມຂະຫຍາຍຈິດໃຈກ້າຄິດ, ກ້າທຳ.

ການຮ່ວມມືລະຫວ່າງແຂວງກວາງນິງ ແລະ ບັນດາແຂວງຂອງລາວ ໂດຍ ສະເພາະແມ່ນບັນດາແຂວງພາກເໜືອຂອງລາວ ຄື: ຫົວພັນ, ຫຼວງພະບາງ, ຊຽງຂວາງ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ໂດຍສະເພາະແມ່ນໃນຂົງເຂດພະລັງງານ, ສົ່ງອອກ, ສົ່ງເສີມການຄ້າ, ການຮ່ວມມືລະຫວ່າງບັນດາວິສາຫະກິດ.

ສະຫາຍ ບຸ່ມວັນຄັ໊ງ ກ່າວວ່າ “ແຂວງກວາງນິງ ຈະປະກອບສ່ວນຊຸກຍູ້ການ ພົວພັນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ລາວ ກໍ່ຄືລະຫວ່າງສາມ ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ແລະ ລາວ, ກະຊວງພະລັງງານ ແລະ ບໍ່ແຮ່ ລາວ”.

ສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ລາວ ແລະ ສະຫາຍ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ລາວ ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາເຮັດວຽກ, ເຂົ້າຮ່ວມກອງປະຊຸມຢູ່ແຂວງກວາງນິງ. ລັດຖະມົນຕີສອງສະຫາຍ ໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງແຂວງກວາງນິງ ໃນບັນດາຂົງເຂດ ພ້ອມທັງຊີ້ແຈ້ງວ່າ ບັນດາອົງການທີ່ກ່ຽວຂ້ອງຂອງລາວ ຈະນຳເອົາບັນດາບົດຮຽນຂອງແຂວງກວາງນິງ ໄປຄົ້ນຄວ້າ, ນໍາໃຊ້, ໂດຍສະເພາະແມ່ນຂໍ້ລິເລີ່ມເຊື່ອມຕໍ່ການທ່ອງທ່ຽວລະຫວ່າງຮ້າລອງ ແລະ ຫຼວງພະບາງ, ແຂວງຈໍາປາສັກ ຂອງລາວ ກໍ່ຄືການຮ່ວມມືລະຫວ່າງແຂວງ ກວາງນິງ ແລະ ບັນດາແຂວງພາກເໜືອລາວ.

ບູນມີ

ເຫດການ
302 Found

Found

The document has moved here.