ທ່ານປະລິນຍາເອກຍິງຫວຽດນາມ ທີ່ສິດສອນດີເລີດຢູ່ມະຫາວິທະຍາໄລອົດສະຕາລີ

17:28 | 01/02/2023

ຍສໝ - ໃນປະຈຸບັນ, ທ່ານນາງ ໂຫງຕວຽດມາຍ ແມ່ນຊາວອາຊີຄົນດຽວ ທີ່ສອນພາສາອັງກິດຢູ່ມະຫາວິທະຍາໄລ Flinders, South Australia ທີ່ຫາກໍ່ຍາດໄດ້ລາງວັນຊະນະການສິດສອນທີ່ດີເລີດຂອງມະຫາວິທະຍາໄລດັ່ງກ່າວໃນປີ 2022.

ນະຄອນໂຮ່ຈິມິນ ຊຸກຍູ້ການຫັນບັນດາຂໍ້ຕົກລົງກັບລັດ Victoria, ອົດສະຕາລີ ເປັນການປະຕິບັດ ນະຄອນໂຮ່ຈິມິນ ຊຸກຍູ້ການຫັນບັນດາຂໍ້ຕົກລົງກັບລັດ Victoria, ອົດສະຕາລີ ເປັນການປະຕິບັດ
ກອງປະຊຸມປຶກສາຫາລືການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອົດສະຕາລີ ຄັ້ງທີ 16 ກອງປະຊຸມປຶກສາຫາລືການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອົດສະຕາລີ ຄັ້ງທີ 16

ທ່ານນາງ ໂຫງຕວຽດມາຍ ປະຈຸບັນເປັນອາຈານຄົນດຽວທີ່ໄດ້ຮັບລາງວັນອັນມີກຽດນີ້ ຂອງມະຫາວິທະຍາໄລ Flinders, South Australia. ນີ້ເປັນລາງວັນທີ່ຮັບຮູ້ເຖິງການປະດິດສ້າງປ່ຽນແປງໃໝ່ ໃນວິທີການສິດສອນແບບປະສົມເຊິ່ງໜ້າ ແລະ ອອນລາຍ. ລາງວັນດັ່ງກ່າວແມ່ນລາງວັນທີ່ມີການແກ່ງແຍ່ງ ແລະ ສຳເນົາເອກະສານຂອງຜູ້ສະຫມັກແຕ່ລະຄົນ ປະກອບມີຜົນການສິດສອນ, ການຕີລາຄານັກຮຽນ ແລະ ເພື່ອນຮ່ວມອາຊີບ, ໜັງສືສະແດງຄວາມຄິດເຫັນ ຈາກຫົວໜ້າພະແນກ ແລະ ຜູ້ກວດກາຕິດຕາມທີ່ຮັບຜິດຊອບການສິດສອນນັ້ນ.

ທ່ານປະລິນຍາເອກຍິງຫວຽດນາມ ທີ່ສິດສອນດີເລີດຢູ່ມະຫາວິທະຍາໄລອົດສະຕາລີ
ທ່ານນາງ ໂຫງຕວຽດມາຍ ກັບລູກຊາຍຂອງລາວ, ຮູບພາບໄດ້ຖ່າຍຢູ່ໃນອົດສະຕາລີ ໃນປີ 2018. (ພາບ: NVCC).

ຢູ່ໃນເວັບໄຊ, ມະຫາວິທະຍາໄລ Flinders ໄດ້ປະເມີນວິຊາການທາງດ້ານສ້າງຄູແບບສ່ວນບຸກຄົນ ຂອງທ່ານ ປອ ໂຫງຕວຽດມາຍ ທີ່ໄດ້ກະຕຸ້ນຊຸກຍູ້ການຮ່ວມມື ແລະ ປະຕິກິລິຍາຕອບກັບຂອງນັກຮຽນແຕ່ລະຄົນ, ສ້າງເປັນແຮງບັນດານໃຈໃຫ້ພວກເຂົາບັນລຸຜົນສໍາເລັດທາງວິຊາການ ແລະ ການເຮັດວຽກ. ທານສາດສະດາຈານ Kris Natalier, ຫົວໜ້າພະແນກມະນຸດສາດ, ສິລະປະ ແລະ ວິທະຍາສາດສັງຄົມ - ເຊິ່ງແມ່ນໂຮງຮຽນທີ່ທ່ານນາງ ມາຍ ພວມສອນ, ໄດ້ຕີລາຄາອາຈານຍິງຄົນຫວຽດນາມນີ້ ແມ່ນໜຶ່ງໃນບັນດາຄູສອນທີ່ດີເດັ່ນຂອງໂຮງຮຽນ. "ທ່ານ ປອ ມາຍ ໄດ້ຮັບຕອບຮັບທີ່ດີເລີດຈາກນັກຮຽນ. ພວກເຂົາເຈົ້າຮັບຮູ້ວິທີການເຂົາເຖິງຢ່າງປະດິດສ້າງຂອງທ່ານກັບເນື້ອໃນການສອນ", ທານສາດສະດາຈານ Kris Natalier ກ່າວ.

ທ່ານ ປອ ມາຍ ກ່າວວ່າ ລາງວັນນີີ້ ມີຄວາມໝາຍຫຼາຍຕໍ່ທ່ານພາຍຫຼັງ 6 ປີທີ່ເຮັດວຽກຢູ່ທີ່ນີ້. ມັນ​ເປັນ​ການ​ຮັບ​ຮູ້​​ຄຸນ​ຄ່າ, ຄວາມ​ພະ​ຍາ​ຍາມ ​ແລະ ​ຄວາມ​ເມົາມົວຂອງ​ທ່ານ​ ສໍາ​ລັບ​ການ​ສອນ​ພາ​ສາ​ອັງ​ກິດ ​ແລະ ​ພາ​ສາ​ສາດສຳລັບການນຳໃຊ້​. ລາງວັນດັ່ງກ່າວຍັງເຮັດໃຫ້ທ່ານມີຄວາມເຊື່ອໝັ້ນໃນເສັ້ນທາງທີ່ທ່ານກໍາລັງຊອກຫາ, ນໍາມາເຊິ່ງພະລັງງານ, ກຳລັງໃຈ ແລະ ອາລົມໃຈທີ່ຫຼາກຫຼາຍ. ປີທີ່ຜ່ານມາ, ທ່ານໄດ້ຮັບລາງວັນການສິດສອນທີ່ດີເລີດຈາກພະແນກມະນຸດສາດ, ສິລະປະ ແລະ ວິທະຍາສາດສັງຄົມ.

ທ່ານ ມາຍ ໄດ້ແບ່ງປັນປະສົບການການສອນຂອງລາວ ໂດຍຜ່ານກອງປະຊຸມສໍາມະນາ ຫຼື ການສົນທະນາອອນໄລ. ລາວເຫັນວ່າ ນີ້ກໍ່ເປັນໂອກາດສໍາລັບການພັດທະນາຕົນເອງ ແລະ ວິຊາຊີບເຊັ່ນດຽວກັນ. “ຂ້າພະເຈົ້າ​ເອົາໃຫ້ ແຕ່ກໍ່ ​ໄດ້​ຮັບ​ຄວາມ​ຮັກ​ແພງ​ຈາກ​ຄູ​ສອນ​ຫວຽດນາມ​ ນັບ​ພັນ​ຄົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ”.

ໃນໄລຍະມາເຖິງ, ລາວຈະມີເວລາສອງເດືອນ ເພື່ອປັບປຸງວິຊາສະເພາະດ້ານການສອນ ແລະ ຄວາມສາມາດໃນການຄົ້ນຄ້ວາ ທີ່ມະຫາວິທະຍາໄລ Oxford, ປະເທດອັງກິດ, ຫຼັງຈາກໄດ້ຮັບທຶນການສຶກສາຈາກໂຮງຮຽນທີ່ມີຊື່ສຽງນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.