ກິນ​ຊາ​ສອງ​ຈອກ​ຕໍ່​ວັນ​ ເພື່ອປັບ​​ຄວາມ​ດັນ​ ແລະ ຫຼຸດ​ໄຂ​ມັນ​ໃນ​ເລືອດ

14:59 | 06/01/2023

ຍ​ສ​ໝ - ການ​ຄົ້ນ​ຄ້​ວາຫຼ້າ​ສຸດ​ຊີ້​ໃຫ້​ເຫັນ​ວ່​າ​ທາດ flavan-3-ols ໃນ​ຊາ​ອາດ​ຈະ​ຊ່ວຍຫຼຸດ​ຜ່ອນ​ຄວາມ​ດັນ​ເລືອດ​ສູງ, ໄຂ​ມັນ ແລະ ນ້ຳ​ຕານ​ໃນ​ເລືອດ

ນ​ັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ອາ​ສາ​ສະ​ໝັກບໍ​ລິ​ຈາກ​ເລືອດ ນ​ັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ອາ​ສາ​ສະ​ໝັກບໍ​ລິ​ຈາກ​ເລືອດ
ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
ກິນ​ຊາ​ສອງ​ຈອກ​ຕໍ່​ວັນ​ ເພື່ອປັບ​​ຄວາມ​ດັນ​ ແລະ ຫຼຸດ​ໄຂ​ມັນ​ໃນ​ເລືອດ
ພາບ​ປະ​ກອບ: Freepik

ກິນ​ຊາ​ສອງ​ຈອກ​ຕໍ່​ວັນ​ ເພື່ອປັບຄວາມ​ດັນ​ເລືອດ ແລະ ຫຼຸດໄຂ​ມັນ​ໃນ​ເລືອດ

ການ​ຄົ້ນ​ຄ້​ວາຫຼ້າ​ສຸດ ​ຊີ້​ໃຫ້​ເຫັນ​ວ່​າ​ທາດ flavan-3-ols ໃນ​ຊາ ​ອາດ​ຈະ​ຊ່ວຍຫຼຸດ​ຜ່ອນ​ຄວາມ​ດັນ​ເລືອດ​ສູງ, ໄຂ​ມັນ ແລະ ນ້ຳ​ຕານ​ໃນ​ເລືອດສູງ.

​ທາດ flavan-3-ols ແມ່ນ​ທາດ​ພຶດ​ທີ່ສາມາດຊອກ​ຫາໄດ້​ຢູ່​ໃນ​ອາ​ຫານ​ກາ​ນ​ກິນ ແລະ ເຄື່ອງ​ດີື່ມຫຼາຍ​ຊະ​ນິດ, ຍົກ​ຕົວ​ຢ່າງ​ຄື ຊາ, ໝາກ​ມອນ, ອາ​ງຸ່ນແຫ້ງ, ໝາກ​ແອັບເປີ້ນ ແລະ ຊັອກໂກແລັດດຳ. ໃນຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ, ການ​ຄົ້ນ​ຄ້​ວາ​ສືບ​ຕໍ່​ໄດ້​ຮັບ​ການ​ພິ​ສູດ​​ຄວາມ​ສາ​ມາດ​ຂອງ​ທາດ flavan-3-ols ທີ່ຊ່ວຍຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຕິດ​ບັນ​ດາ​ພະ​ຍາດ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ຄື ​ກ່ຽວ​ກັບ​ລະ​ບົບ​ຫົວ​ໃຈ, ເສັ້ນເລືອດໃນສະໝອງອຸດຕັນ ແລະ ນ້ຳ​ຕາມ​ໃນ​ເລືອ​ດ​ສູງ ​ດ້ວຍ​ວິ​ທີ​ການ​ປັບຄວາມ​ດັນ​ເລືອດ, ລະ​ດັບ​ໄຂ​ມັນ ແລະ ນ້ຳ​ຕາ​ນ​ໃນ​ເລືອດ. ຍິ່ງ​ໄປ​ກ່​ວາ​ນັ້ນ, ທາດ Flavan-3-ols ຍັງ​ໄດ້​ຮັບ​ການ​ພິ​ສູດ​ວ່າ ​ປົກ​ປ້ອງ​ບັນ​ດາ​ຈຸ​ລັງ​ມນ​ຮ່າງ​ກາຍຖືກເສຍຫາຍເມື່ອມີອາຍຸສູງຂຶ້ນ.

​ການ​ຄົ້ນ​ຄ້​ວາ​ໄດ້​ຮັບ​ການ​ປະ​ກາດ​ໃນ​ວາ​ລະ​ສານ Advances in Nutrition ເມື່ອເດືອນ​ພະ​ຈິກ, ໂດຍຊີ້​ໃຫ້​ເຫັນ​ວ່າ ຖ້າ​ກິນ ທາດ flavan-3-ols ປະ​ມານ 400 – 600 mg ຕໍ່​ວັນ ​ຈະ​ມີ​ຜົນດີຕໍ່ສຸ​ຂະ​ພາບ​ຄື​ດັ່ງ​ທີ່ກ່າວມາ. ຈຳ​ນວນ flavan-3-ols ຕ້ອງ​ກິນ​ໃນ​ມື້​ໜຶ່ງ​ທຽບ​ເທົ່າ​ກັບ​ການ​ກິນ​ຊາ​ສອງ​ຈອກ.

ກ​ານ​ຄົ້ນ​ຄວ້າ​ມີ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຖານ​ບັນ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ອາ​ຫານ​​ໂພຊະນາການ ແລະ ສະ​ຖາ​ບັນ​​​ໂພຊະນາການ ແລະ ການ​ກິນ​ດື່ມ, ເພື່​ອ​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ​ແນະ​ກ່ຽວ​ກັບປະລິມານ​ທີ່ຄວນກິນທາດ flavan-3-ols ​ໃນ​ແຕ່​ລະ​ວັນ, ຊ່ວຍ​ໃຫ້ມີຜົນ​ປະ​ໂຫຍດ​ຕໍ່​ສຸ​ຂະ​ພາບ. ກິດ​ຈະ​ກຳ​ໄດ້​ຮັບ​ການ​ໄຈ້​ແຍກທົດລອງ 157 ຄັ້ງໃນ​ປັດ​ຈຸ​ບັນ ແລະ ການ​ຄົ້ນຄ້ວາ 15 ຄັ້ງກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ທາດ flavan-3-ols ຕໍ່​ກັບຮ່າງ​ກາຍ .

ການ​ຄົ້ນ​ຄ້​ວາ​ກໍ່​ກວດ​ພົບວ່າ ​ຊາ ​ມີ​ທາດ flavan-3-ols ສູງ​ທີ່​ສຸດ​ໃນ​ອາ​ຫານ​ການ​ກິນ ແລະ ເຄື່ອງ​ດື່ມ​ທຸກ​ຊະ​ນິດທີ່​ໄດ້ນຳມາ​ຕີ​ລາ​ຄາໃນຄັ້ງນີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.