ຄວາມ​ຮູ້​ສຶກ​ຂອງ​ເພື່ອນ​ມິດ​ສາ​ກົນ ຕໍ່​ຫວຽດ​ນາມ

09:29 | 27/01/2023

ຍ​ສ​ໝ - ເມື່ອ​ດຳ​ລົງ​ຊີ​ວິດ​ຢູ່ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ຜາ​ສຸກ ແລະ ປອດ​ໄພ. ຮູ້​ສຶກວ່າ​ທຸກ​ຄົນ​ຄື​ເພື່ອນ​ມິດ ແລະ ພີ່​ນ້ອງ​ຂອງ​ຕົນ. ຖ້າ​ມີ​ຜູ້​ໃດ​ຖາມ​ຂ້າ​ພະ​ເຈົ້າ: ໃນ​ໂລກ​ນີ້, ເຈົ້າ​ມັກ​ປະ​ເທດ ແລະ ຊາ​ວ​ປະ​ເທດ​ໃດ​ທີ່​ສຸດ”. ຂ້າ​ພະ​ເຈົ້າ​ຈະ​ຢັ້ງ​ຢຶນ​ວ່​າ​ນັ້ນ​ແມ່ນ​ປະ​ເທດ ແລະ ຊາວ​ຫວຽດ​ນາມ. ນອກ​ຈາກ​ລາວ​ແລ້ວ, ຖ້າ​ເລືອກ​ເອົາ​ປະ​ເທດ​ທີ່​ເປັນ​ໜ້າ​ດຳ​ລົງ​ຊີ​ວິດ ຂ້າ​ພະ​ເຈົ້າ​ຈະ​ເລືອກ​ເອົາ ຫວຽດ​ນາມ.

ເຕົ້​າ​ໂຮມ​ສິ່ງ​ຢອດ​ຢ້ຽມ​ທາງ​ດ້ານວິຈິດສິນ ຫວຽດ​ນາມ - ສ.ເກົາຫຼີ: ແຜ່​ລະ​ຫຍາຍ​ຄ​ວາມ​ງາມ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ ເຕົ້​າ​ໂຮມ​ສິ່ງ​ຢອດ​ຢ້ຽມ​ທາງ​ດ້ານວິຈິດສິນ ຫວຽດ​ນາມ - ສ.ເກົາຫຼີ: ແຜ່​ລະ​ຫຍາຍ​ຄ​ວາມ​ງາມ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ
ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ

ປະ​ທ​ານ​ສະ​ພາ​ສັນ​ຕິ​ພາບ ໂລກ Pallab Sengupta:

ມີ​ການ​ປ່ຽນ​ແປງທີ່ມະຫັດສະຈັນຫຼາຍ​ຢ່າງ

ເດືອນ​ພະ​ຈິກ​ປີ 2022, ຂ້າ​ພະ​ເຈົ້າ​ມາ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 22 ສະ​ພາ​ສັນ​ຕິ​ພາບ ໂລກ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ຈັກ​ຕາ​ການ​ປ່ຽນ​ແປ່ງ​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ​ຂອງ ຫວຽດ​ນາມ. ນັບ​ແຕ່​ບາດ​ກ້າວ​ທຳ​ອິດ​ພາຍຫຼັງ​ຍົນ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ ຕະຫຼອດ​ຮອດ​ເສັ້ນ​ທາງ​ທີ່ເຂົ້າໄປ​ຍັງ​ນະ​ຄອນ, ບັນ​ດາ​ຕຶກ​ອາ​ຄານ​ສູງ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຄືພວມ​ຢູ່​ປະ​ເທດ​ໜຶ່ງ​ຢູ່​ເອີ​ລົບ. ຫວຽດ​ນາມ ໄດ້​ດຳ​ເນີນ​​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ບັນ​ລຸ​ໄດ້​ຜົນ​ງານ​ທີ່​ຍິ່ງ​ໃຫຍ່ຫຼາຍ​ຢ່າງ, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ, ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນທີ່​ຫາ​ກໍ່​ພົ້ນ​ເດັ່ນ​ໃນ​ໂລກ.

ຄວາມ​ຮູ້​ສຶກ​ຂອງ​ເພື່ອນ​ມິດ​ສາ​ກົນ ຕໍ່​ຫວຽດ​ນາມ
ປະ​ທ​ານ​ສະ​ພາ​ສັນ​ຕິ​ພາບ ໂລກ Pallab Sengupta

ທ່ານ ຄຳ​ແກ້ວ ວົງ​ພິ​ລາ ອະ​ດີດ​ຫົວ​ໜ້າ​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ ແຂວງ ວຽງ​ຈັນ (ລາວ)

ຄອບ​ຄົວອັນອົບອຸ່ນຂອງ​ຂ້າ​ພະ​ເຈົ້າ

ເປັນໄລ​ຍະ​ເວ​ລາ​ເກືອບ 10 ປີ ຂ້າ​ພະ​ເຈົ້າຈິ່ງໄດ້​ກັບ​ມາ​ຫວຽດນາມອີກຄັ້ວໜຶ່ງ. ຂ້າ​ພະ​ເຈົ້າ​ຍັງຮູ້​ສຶກໄດ້ເຖິງ​ຄວາມ​ຮັກ​ແພງ, ຄວາມໃກ້ຊິດສະ​ໜິດ​ສະ​ໜົມ ຄື​ໄດ້​ກັບ​ມາ​ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ 2 ຂອງ​ຕົນ. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ສຶກ​ແປກ​. ຊາວ​ຫວຽດ​ນາມ ຮັກ​ແພງ​ແຂກ​ຄົນ, ຮັ​ກ​ແພງ​ມະ​ນຸດ. ເມື່ອ​ຂ້າ​ພະ​ເຈົ້າ​ມາ​ຫວຽດ​ນາມ, ເພື່ອນ​ເກົ່າທີ່ເຄີິຍຮຽນ​ນຳ​ກັນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລໃນ​ເມື່ອ​ກ່ອນ ໄດ້​ສັບ​ຊ້ອ​ນ​ເວ​ລາ ເພື່ອ​ພົບ​ປະ, ຢຶ້​ຢາມ​ຖ​າມ​ຂ່າວ ແລະ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ຂ້າ​ພະ​ເຈົ້າ.

ເມື່ອ​ດຳ​ລົງ​ຊີ​ວິດ​ຢູ່ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ສຸກ ແລະ ປອດ​ໄພ. ຮູ້​ສຶກວ່າ​ທຸກ​ຄົນ​ຄື​ເພື່ອນ​ມິດ ແລະ ພີ່​ນ້ອງ​ຂອງ​ຕົນ. ຖ້າ​ມີ​ຜູ້​ໃດ​ຖາມ​ຂ້າ​ພະ​ເຈົ້າ: ໃນ​ໂລກ​ນີ້, ເຈົ້າ​ມັກ​ປະ​ເທດ ແລະ ຄົນປະ​ເທດ​ໃດ​ທີ່​ສຸດ?”, ຂ້າ​ພະ​ເຈົ້າ​ຂໍ​ຢັ້ງ​ຢຶນ​ວ່​າ​ ນັ້ນ​ແມ່ນ​ປະ​ເທດ ແລະ ຊາວ​ຫວຽດ​ນາມ. ນອກ​ຈາກ​ລາວ​ແລ້ວ, ຖ້າ​ເລືອກ​ເອົາ​ປະ​ເທດ​ທີ່​ເປັນ​ໜ້າ​ດຳ​ລົງ​ຊີ​ວິດ ຂ້າ​ພະ​ເຈົ້າ​ຈະ​ເລືອກ​ເອົາ ຫວຽດ​ນາມ.

ສຸ​ພາ​ລັກ ສຸກ​ປານ​ຢາ - ພະ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ອາ​ຫານ​ການ​ກິນ ຫວຽດ​ນາມ ທີ່ມະ​ຫັດ​ສະ​ຈັນ

ຂ້າ​ເຈົ້າ​ມີ​ຄວາມຫຼົງໄຫຼ​ຕໍ່​ອາ​ຫານ​ການ​ກິນ ຫວຽດ​ນາມ. ພິ​ເສດ, ຫວຽດ​ນາມ ແມ່ນ​ດິນ​ແດນ​ຂອງ​ບັນ​ດາ​ເຍື່ອງ​ອາ​ຫານ​ກ່ຽວ​ກັບ​ເຂົ້າ​ປູ້ນ. ຖ້າ​ຢູ່​ພາກ​ເໜືອ​ມີ​ເຂົ້າ​ປຸ້ນ​ທາງ, ເຂົ້າ​ປຸ້ນ​ຊິ້ນ​ປິ້ງ ເຂດ​ພາກ​ກາງ​ພັດ​ມີ​ເຂົ້າ​ປຸ້ນ​ງົວ​ເຫ້ວ ແລະ ເຂົ້າ​ປຸ້ນ​ນ້ຳແຈ່ວ​ທີ່​ເຂັ້ມ​ຂຸ້ນ ແລະ ດຶງ​ດູດ​ໃຈ ສ່ວນ​ຢູ່​ພາກ​ໃຕ້​ກໍ່ມີ​ເຂົ້າ​ປຸ້ນ​ນ້ຳແຈ່ວ ແລະ ເຂົ້າ​ປຸ້ນນ້ຳ​ແກງ​ທີ່​ມີ​ລົດ​ຊາດ​ທີ່ຍາກ​ຈະຫຼົງ​ລືມ​ໄດ້ ເຊິ່ງເຮັດຈາກວັດ​ຖຸ​ດິບ​ທີ່ມາ​ຈາກ​ເຂດ​ແມ່​ນ້ຳ​ລຳ​ເຊ.

ຂ້າ​ພະ​ເຈົ້າ​ມາ ຫວຽດ​ນາມ ຄັ້ງ​ທຳ​ອິດ​ໃນ​ປີ 2004 ເມື່ອເປັນ​ນັກ​ຮຽນ. ໃນ​ຂະ​ນະ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຮັບປະທານ​ເຍື່ອງ​ອາ​ຫານ​ເຂົ້າ​ປຸ້ນ​ປູໃນ​ຮ້ານ​ອາ​ຫານ​ຂອງ​ໂຮງ​ຮຽນ. ພາຍຫຼັງ​ກິນ​ເຍື່ອງ​ອາ​ຫານ​ນີ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຈັບ​ໃຈ ດັ່ງ​ນັ້ນ​ ຈິ່ງສືບ​ຕໍ່​ຄົ້ນ​ຫາ​ບັນ​ດາ​ເຍື່ອງ​ອາ​ຫານ​ຕ່າງໆ​ກ່ຽວ​ກັບ​ເຂົ້າ​ປຸ້ນ.

ຜູ້​ແທນ​ເຂົ້າ​ຮ່ວມສະພາ​ສັນ​ຕິ​ພາບ​ໂລກ, ທ່ານ Tasos Costeas ( ໄຊ​ປ​ຣັດ)

ປອດ​ໄພ ແລະ ​ເສ​ລີ

ຢູ່ຫຼາຍ​ນະ​ຄອນ​ໃນ​ໂລກ, ປະ​ຊາ​ຊົນ​ທຸກ​ຄົນ​ບໍ່​ໄດ້​ອອກ​ຈາກ​ເຮືອນ​ຍາມ​ຄ່ຳ​ຄືນ. ແຕ່​ຢູ່ຫວຽດ​ນາມ, ນັບ​ທັງ​ແມ່​ຍິງ​ກໍ່​ມີ​ຄວາມ​ອຸ່ນ​ອ່ຽນໃຈ​ອອກ​ຈາກ​ເຮືອນ​ຍາມ​ຄ່ຳ​ຄືນ. ຂ້າ​ພະ​ເຈົ້າ​ຍັງ​ບໍ່​ທັນ​ເຫັນ​ສະ​ພາບ​​ນັ້ນມາ​ກ່ອນ, ພວກ​ຂ້າ​ພະ​ເຈົ້າ​ບໍ່​ຕ້ອງ​ກັງ​ວົນ​ກ່ຽວ​ກັບ​ສິ່ງ​ໃດ. ນັ້ນ​ແມ່ນ​ຄວາມ​ຮູ້​ສຶກ​ທີ່​ສະ​ບາຍ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ເສລີເມື່ອ​ຢູ່​ແຫ່ງ​ນີ້.

ສາດ​ສະ​ດາ​ຈານ Ahn Kyong Hwan (ສ.ເກົາຫຼີ)

ການ​ບືນ​ຕົວ​ຂຶ້ນ​ຢ່າງ​ແຮງ

ປີ 1989, ເປັນ​ຄັ້ງ​ທຳ​ອິດທີ່​ຂ້າ​ພະ​ເຈົ້າ​ມາ ຫວຽດ​ນາມ. ໃນ​ຍາມ​ນັ້ນ ປະ​ເທດ​ນີ້​ເລີ່ມ​ມີ​ການ​ປ່ຽນ​ແປງ​ໃໝ່ ແຕ່​ພື້ນ​ຖານ​ໂຄງ​ລ່າງ​ຍັງ​ມີ​ຄວາມ​ຈຳ​ກັດ, ຍັງ​ບໍ່ທັນ​ມີ​ທະ​ນາ​ຄານ​ສາ​ກົນ. ກຸ່ມ​ບໍ​ລິ​ສັດບ່ອນ​ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ແມ່ນ​ກຸ່ມ​ບໍ​ລິ​ສັດ​ການ​ຄ້າ​ສາ​ກົນ, ບໍ່​ສາ​ມາດ​ພັດ​ທະ​ນາ​ໄດ້​ຍ້ອນ​ວ່າ​ບໍ່ສາມາດນຳໃຊ້ຈົດ​ໝາຍ​ສິນ​ເຊື່ອ​ໄດ້. ການ​ໂອນ​ເງິນ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ສາ​ກົນ​ ເຮັດ​ບໍ່​ໄດ້. ໃນ​ຂະ​ນະ​ນັ້ນ, ກໍ່​​ບໍ່ມີ​ຫຼາຍວິ​ສາ​ຫ​ະ​ກິດ ສ.ເກົາຫຼີ ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ.

ປີ 1992, ຫວຽດ​ນາມ ແລະ ສ.ເກົາຫຼີ​ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ກາ​ນ​ທູດ​ຢ່າງ​ເປັນ​ທາງ​ການ, ໃນ​ຂະ​ນະ​ນັ້ນ, ບັນ​ດາ​ວິ​ສາ​ຫ​ະ​ກິດ ສ.ເກົາຫຼີ ເລີ່ມ​ລົງ​ທຶນ​ຢູ່ ຫວຽດ​ນາມ. ໃນ​ຍາມ​ນັ້ນ, ຫວຽດ​ນາມ ມີ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດ້ວຍ​ອັດ​ຕາ​ໄວ​. ປີ 2017, 2018 ເສດ​ຖະ​ກິດ​ ຫວຽດ​ນາມ ມີ​ການ​ເຕີ​ບ​ໂຕ​ກ່​ວາ 7%, ໃນ​ຂະ​ນະ​ນັ້ນ ສ.ເກົາຫຼີ ​ແມ່ນ 3% - 4 %.

ນັກ​ສຶກ​ສາ Nikita Lusenko (ມ​ະ​ຫາ​ວິ​ທະ​ຍາ​ໄລ ເສດ​ຖະ​ກິດ Plekhanov, ນະ​ຄອນ Moscow, ສະ​ຫະ​ພັນ ລັດ​ເຊຍ)

ບຸນ​ເຕັດ ຫວຽດ​ນາມ ແລະ ລັດ​ເຊຍ ມີ​ຈຸດ​ທີ່​ຄ້າຍ​ຄື​ກັນຫຼາຍ​ຢ່າງ

ຕອນ​ມີ​ອາ​ຍຸ 10 ປີ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​​ບຸ​ນ​ປີ​ໃໝ່​ປະ​ຈຳ​ຊາດ 2013 ຂອງ ຫວຽດ​ນາມ. ໃນ​ຂະ​ນະ​ນັ້ນ ຄອບ​ຄົວ​ຂ້າ​ພະ​ເຈົ້າ​ໄປ​ທ່ຽວ​ຍາ​ຈາງ, ແຂວງ ແຄ໊ງ​ຮ່​ວາ. ຊາວ​ທ້ອງ​ຖິ່ນ ແລະ ຜູ້ນຳ​ທ່ຽວໄດ້​ເວົ້າ​ກັບ​ພວ​ກ​ຂ້າ​ພະ​ເຈົ້າ​ຫຼາຍ​ຢ່າງ​ກ່ຽວ​ກັບ​ວັນ​ພັກ​ຈະ​ມາ​ເຖິງ ນັ້ນ​ແມ່ນ ບຸນ​ປີ​ໃໝ່​ປະ​ຈຳ​ຊາດ, ເຊິ່ງ​ຢູ່ ຫວຽດ​ນາມ ເອີ້ນ​ວ່າ​ບຸນ​ເຕັດ.

ຂ້າ​ພະ​ເຈົ້າ​ຍັງ​ຈື່​ໄດ້​ວິ​ທີ​ການ​ເຊິ່ງ​ເຂົາ​ເຈົ້າ​ປະ​ດັບ​ປະ​ດາ​ເຮືອນ​ຊານ, ກະ​ກຽມ​ໃຫ້​ແກ່​ຕອນ​ຄ່ຳ​ທີ່ມວນ​ຊື່ນ ແລະ ດີ​ງາມ ກັບ​ພໍ່​ແມ່​ພີ່​ນ້ອງ ແລະ ເພື່ອນ​ມິດ​ຂອງ​ຕົນ. ເຖິງວ່າ 10 ປີ​ຜ່ານ​ໄປ​ແ​ລ້ວ ແຕ່​ຂ້າ​ພະ​ເຈົ້າ​ຍັງ​ຈື​ວ່າ​ເດືອນ​ຈຽງ​ຢູ່ ຫວຽດ​ນາມ ແມ່ນ​ຈຸດ​ເວ​ລາ​ທີ່​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ, ສວຍ​ງາມ​ທີ່​ສຸດ. ໃນ​ໄລ​ຍະ 10 ປີ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ຕື່ມ​ອີກຫຼາຍ​ຢ່າງ​ກ່ຽວ​ກັບ​ວັດ​ນະ​ທະ​ນຳ ຫວຽດນາມ, ມີ​ໝູ່​ເພື່ອນ ແລະ ຄູ່​ຮ່ວມ​ງານ​ຊາວ​ຫວຽດ​ນາມຫຼາຍ​ຄົນ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ໃນ​ອະ​ນາ​ຄົດ ຂ້າ​ພະ​ເຈົ້າ​ຈະ​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ດັ່ງ​ກ່າວ​ຢູ່ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.