ຕອນຄ່ຳວັນທີ 8 ມັງກອນ ຢູ່ Praha, ນະຄອນຫຼວງຂອງສາທາລະນະລັດ ເຊັກໂກ, ໄດ້ດຳເນີນລາຍການສິລະປະສີສັນລະດູບານໃໝ່ 2022, ພາຍໃຕ້ການອຸປະຖຳຂອງ ສະຫະສະມາຄົມ ຊາວ ຫວຽດນາມ ອາໄສຢູ່ ເອີຣົບ, ສະມາຄົມວັດທະນະທຳສິລະປະຢູ່ ເຊັກໂກ ຈັດຂຶ້ນ.
ຍສໝ - ຜົນງານຂອງ ທ່ານ ປອ ເຈື່ອງວັນຕ້ຽນ ໄດ້ຮັບລາງວັນພິເສດໂດຍ ສະພາ Purmundus ມອບໃຫ້ ກ່ຽວກັບເຕັກໂນໂລຊີ ຜະລິດຫຸ່ນຍົນແບບອ່ອນ ດ້ວຍການພິມ 3D.
ຍສໝ - ທຶນການສຶກສາຂອງ ລັດຖະບານສະຫະພັນ ລັດເຊຍ ສະໜອງທັງໝົດຄ່າຮຽນ, ເງິນອຸດໜູນໃນແຕ່ລະເດືອນ ແລະ ສັບຊ້ອນບ່ອນກິນຢູ່ໃນຫໍພັກດ້ວຍຄ່າໃຊ້ຈ່າຍຕ່ຳ. ນອກຈາກນັ້ນ, ຍັງໄດ້ຮັບເງິນທົດແທນຈາກລັດຖະບານ ຫວຽດນາມ ອີກດ້ວຍ.
ຍສໝ - ແຕ່ວັນທີ 1-3 ມັງກອນ 2022, ສະມາຄົມວິສາຫະກິດຫວຽດນາມຢູ່ມາເລເຊຍ (VMBIZ) ໄດ້ປະສານກັບກຸ່ມບໍລິສັດ Blue Ocean (BO) ເພື່ອໜູນຊ່ວຍປະຊາຊົນ 1.000 ຄົນຢູ່ເມືອງ Hulu Langat (ລັດ Selangor) ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໄພນໍ້າຖ້ວມຄັ້ງໃຫຍ່ໃນຮອບ 100 ປີຜ່ານມາ ຢູ່ ມາເລເຊຍ.
ຍສໝ - ນັ້ນແມ່ນຂໍ້ສະເໜີຂອງ ທ່ານປະທານສະຫະສະມາຄົມ ຊາວຫວຽດນາມ ອາໄສຢູ່ເອີລົບ ຮ່ວາງດິ່ງທັ້ງ ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ເຊັກໂກ, ພາຍຫຼັງ ລັດຖະບານຮັບຮອງເອົາແຜນການທົດລອງການຜັນຂະຫຍາຍຖ້ຽວບິນສາກົນຂອງ ຫວຽດນາມ.
ຍສໝ - ແອງຮ່າວ, ຫວຽດຮວ່າ, ແມ້ງຖັ໊ງ, ແອງຄວາ, ທິຫວູ, ກິມງອກ... ແມ່ນນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ດີເດັ່ນດ້ວຍຫຼາຍຜົນງານໃນການສຶກສາ ແລະ ຄົ້ນຄວ້າ ຢູ່ຕ່າງປະເທດ. ສິ້ນສຸດປີ 2021, ໄວໜຸ່ມ 6 ຄົນໄດ້ແບ່ງປັນກ່ຽວກັບຊີວິດ ແລະ ປະສົບການ.
ຕາງໜ້າການນຳກອງບັນຊາການທະຫານຊາຍແດນແຂວງກວາງນາມ, ທ່ານພັນເອກພິເສດ ຫງວຽນກວາງນາມ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິ ການທະຫານຊາຍແດນແຂວງກວາງນາມ ໄດ້ມອບໃຫ້ກົມກອງຂອງປະເທດເພື່ອນລາວ ເຂົ້າສານ 2 ໂຕນພ້ອມກັບອາຫານ ແລະເຄື່ອງບໍລິໂພກ, ຄື: ໝີ່ສຳເລັດຮູບ, ເກືອ, ນ້ຳປາ, ນ້ຳມັນພືດ, ຊີ້ນກະປ໋ອງ, ປາແຫ້ງ... ດ້ວຍມູນຄ່າທັງໝົດກວ່າ 130 ລ້ານດົ່ງ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງການພົບປະກັບຜູ້ຕາງໜ້າບັນດາອົງການການຕ່າງປະເທດ ຫວຽດນາມ ປະຈຳ ຕ່າງປະເທດ ອາຍຸການ 2021 – 2024.
ການໂອ້ລົມສົນທະນາຄັ້ງນີ້ ໄດ້ສ້າງກາລະໂອກາດໃຫ້ແກ່ເພື່ອນໜຸ່ມປຶກສາຫາລື ກ່ຽວກັບບົດບາດ ແລະ ກາລະໂອກາດຂອງ ຊາວໜຸ່ມ, ພ້ອມທັງເຂົ້າໃຈຢ່າງຈະແຈ້ງກວ່າອີກ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຂອງຊາວໜຸ່ມລຸ້ນຕ່າງໆ ໃນຊຸມປີ 1980 ມາຮອດປັດຈຸບັນ.
ຍສໝ - ຫວ່າງແລ້ວນີ້, ທີ່ກອງປະຊຸມຂ່າວໂດຍທະນາຄານແຫ່ງລັດ ຫວຽດນາມ ຈັດຕັ້ງປະຕິບັດວຽກງານຂອງຂະແໜງການທະນາຄານປີ 2022 ໄດ້ຕອບສຳພາດຕໍ່ນັກຂ່າວຈາກສຳນັກຂ່າວສານຫວຽດນາມ, ທ່ານ ຮອງຜູ້ວ່າການທະນາຄານແຫ່ງລັດ ດ່າວມີງຕູ ໃຫ້ຮູ້ວ່າ: ຈຳນວນເງິນຕາຕ່າງປະເທດ ທີ່ຊາວຫວຽດນາມຢູ່ຕ່າງປະເທດສົ່ງກັບ ຫວຽດນາມ ໃນປີ 2021 ຄາດວ່າຈະບັນລຸ 12,5 ຕື້ USD, ເພີ່ມຂຶ້ນປະມານ 10% ເມື່ອທຽບໃສ່ປີ 2020.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳຍີ່ປຸ່ນ ແລ້ວ, ງານມະຫະກຳ Karate ຫວຽດນາມ ຢູ່ເຂດ Kansai ຂອງຍີ່ປຸ່ນ ໄດ້ດຳເນີນໄປຢ່າງສຳເລັດຜົນ.
ຍສໝ - ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍແຫ່ງໃນທົ່ວໂລກ ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຕື້ນຕັນໃຈ ເມື່ອຫວນຄືນຄວາມຊົງຈຳຂອງບັນດາສະມາຊິກຄະນະປະຕິບັດງານເລກທີ 6 – 2016.
ຍສໝ - ຄະນະຕິດຕໍ່ Selangor ໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນ 50 ພູດ ໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານ, ຄອບຄົວແມ່ຍິງຫວຽດ ທີ່ເປັນໃພ້ຢູ່ມາເລເຊຍ.
ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບບັນດາວິສາຫະກິດຫວຽດນາມ ແລະ ວິສາຫະກິດຂະແມ ເຊື້ອຊາດຫວຽດນາມ ຢູ່ປະເທດ ກຳປູເຈຍ. ເຂົ້າຮ່ວມມີ ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ, ການນຳບາງກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ 30 ກວ່າແຫ່ງ.
ຍສໝ - ຫວ່າງແລ້ວນີ້, ກົມເສນາທິການປ້ອງກັນປະເທດ ສົມທົບກັບສະຖານທູດຫວຽດນາມ ແລະ ສະມາຄົມນັກຮົບເກົ່າຫວຽດນາມ ປະຈຳ ຢູແກຼນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 – 22 ທັນວາ 2021), ວັນບຸນປ້ອງກັນຊາດທົ່ວປວງຊົນ ຄົບຮອບ 32 ປີ (22 ທັນວາ 1989 - 22 ທັນວາ 2021).
ຍສໝ - ເມື່ອບໍ່ດົນມານີ້, ຄະນະໂຄສະນາສຶກສາ ຄະນະພັກນະຄອນ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງກອງປະຊຸມຜັນຂະຫຍາຍວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່.
ຍສໝ - ກະສັດກຳປູເຈຍໄດ້ມອບຫຼຽນໄຊອັນສູງສົ່ງເພື່ອສະແດງຄວາມຮູ້ບູນຄູນຕໍ່ ທ່ານພັນເອກ ດິງວັນເນີຍ, ຜູ້ອໍານວຍການຕໍາຫຼວດ ແຂວງ ອານຢາງ.
ເລື່ອງປົກປ້ອງສິດ ແລະ ຜົນປະໂຫຍດຖືກຕາມກົດໝາຍຂອງວິສາຫະກິດ ແລະ ພົນລະເມືອງ ຫວຽດນາມ ຍາມໃດກໍ່ແມ່ນບຸລິມະສິດແຖວໜ້າຂອງ ຫວຽດນາມ ແລະ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງຂະແໜງການທູດ.
ຍສໝ - ຕອນເຊົ້າວັນທີ 22 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ກຳປູເຈຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະໂອ້ລົມສົນ ທະນາກັບພະນັກງານສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ແລະ ພົບປະກັບຜູ້ຕາງໜ້າວິສາຫະກິດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ກຳປູເຈຍ.
ຍສໝ - ການແຂ່ງຂັນບານເຕະ “FAVIJA Kanto Cup 2021” ສຳລັບປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ແມ່ນເພື່ອໃຫ້ພໍ່ແມ່ປະຊາຊົນສາມາດແລກປ່ຽນ, ຮ່ຳຮຽນ, ແລກປ່ຽນບົດຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນສະພາບການທີ່ຫຍຸ້ງຍາກ.
ຍສໝ - ຫວ່າງແລ້ວນີ້, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງການຕ່າງປະເທດ ໄດ້ສົມທົບກັນຈັດຕັ້ງກອງປະຊຸມ “ຕະຫຼາດ Halal ອາຊີຕາເວັນອອກສ່ຽງໃຕ້ - ປາຊີຟິກ: ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດ”.
ຍສໝ - ຄະນະປະສານງານຊຸມຊົນຫວຽດນາມ ຢູ່ Johor (ມາເລເຊຍ) ຫາກໍ່ຈັດຕັ້ງພິທີສະຫຼຸບວຽກງານໃນປີ 2021 ແລະ ທິດທາງປີ 2022.
ຍສໝ - ຫວ່າງແລ້ວນີ້, ພິທີປິດຊຸດອົບຮົມຄູສອນທີ່ເປັນຊາວຫວຽດນາມຢູ່ຕ່າງປະເທດຄັ້ງທີ 2 ຢູ່ເອີລົບ ແລະ ອາເມລິກາເໜືອ ໄດ້ດຳເນີນດ້ວຍທາງອອນລາຍ.
ວັນທີ 20 ທັນວາ, ທີ່ກາຊັກສະຖານ, ນັກມວຍ ຮວ່າງທິໝີ້ເຕິມ ໄດ້ຕີເອົາຊະນະນັກມວຍ N.Penpisut (ໄທ) ໃນການແຂ່ງຂັນຊີງຊະນະເລີດ ປະເພດນໍ້າໜັກ 55 ກິໂລກຣາມຍິງ ໄວອາຍຸ U.21, ຍາດໄດ້ຫຼຽນຄໍາໃນການແຂ່ງຂັນຊີງແຊັມ ຄາຣາເຕ ອາຊີ 2021.
ຍສໝ - ສະມາຄົມຂົວເຊື່ອມຕໍ່ວັດທະນະທຳ ອີຕາລີ - ຫວຽດນາມ ປະຈຳ ອີຕາລີ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ ໄດ້ອຸປະຖຳເງິນເປັນຈຳນວນ 5000 ເອີໂຣ ໃຫ້ແກ່ເດັກກຳພ້າ ໃນໄລຍະເກີດໂລກລະບາດໂຄວິດ - 19.
ຍສໝ - ກະຊວງການເງິນປະກາດໃຊ້ຈົດໝາຍລັດຖະການເລກທີ 110/TT-BTC ກຳນົດການສ້າງແຜນງົບປະມານ, ການຄຸ້ມຄອງ, ນຳໃຊ້ ແລະ ຊຳລະງົບປະມານປະຕິບັດໜ້າທີ່ປົກປ້ອງພົນລະເມືອງ ແລະ ສ່ວນບຸກຄົນຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ມີຜົນສັກສິດໃນການປະຕິບັດຄະດີໃນວັນທີ 26 ມັງກອນ 2022.
ຍສໝ - ພາສາຫວຽດ ນັບທັງພາສາເວົ້າ ແລະຕົວໜັງສື ແມ່ນມໍລະດົກວັດທະນະທໍາ ແລະປະຫວັດສາດອັນລໍ້າຄ່າຂອງຊາດຫວຽດນາມ. ຢູ່ຕ່າງປະເທດ, ພາສາຫວຽດຍາມໃດກໍໄດ້ຮັບການເຊີດຊູ ແລະຮັກສາໄວ້ຈາກປະຊາຄົມຊາວຫວຽດນາມ ໃນ 5 ທະວີບ.
ຍສໝ - ປີ 2021, ບັນດາອົງການຈັດຕັ້ງມະຫາຊົນນອກປະເທດເພີ່ມທະວີການປະສົມປະສານຈັດຕັ້ງກິດຈະກຳການເຜີຍແຜ່, ການປ້ອງກັນສິດເປັນເຈົ້າໝູ່ເກາະທະເລຫວຽດນາມຢູ່ເວທີສາກົນ.
ຍສໝ - ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນບ່າຍວັນທີ 14 ທັນວາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມ ຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະພົບປະໂອ້ລົມກັບພະນັກງານພາລະກອນສະຖານທູດ ພ້ອມດ້ວຍຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ.
ຍສໝ - ວັນທີ 15 ທັນວາ, ງານວາງສະແດງພາບຖ່າຍແບບທາງໄກ “ລະດູບານໃໝ່ເຂດຊາຍແດນ - ບຸນເຕັດຢູ່ເຂດທະເລໝູ່ເກາະ” ເພື່ອແນໃສ່ແນະນຳບັນດາພາບຖ່າຍທີ່ມີຊີວິດຊີວາ, ສ່ອງແສງຕົວຈິງ ໃນທຸກການເຄື່ອນໄຫວ, ການດຳລົງຊີວິດ, ບັນຍາກາດ ຕ້ອນຮັບລະດູບານໃໝ່ຂອງພະນັກງານ, ນັກຮົບ, ປະຊາຊົນເຂດຊາຍແດນ, ທະເລໝູ່ເກາະ ຂອງປະເທດຊາດໄປຍັງມະຫາຊົນ.