ຄູອາຈານຫວຽດນາມຢູ່ຕ່າງປະເທດໄດ້ສຳເລັດຊຸດຝຶກອົບຮົມການສອນພາສາຫວຽດໃນປີ 2021

16:09 | 23/12/2021

ຍສໝ - ຫວ່າງແລ້ວນີ້, ພິທີ​ປິດ​ຊຸດ​ອົບຮົມ​ຄູ​ສອນທີ່ເປັນຊາວຫວຽດນາມ​ຢູ່​ຕ່າງປະ​ເທດ​ຄັ້ງ​ທີ 2 ຢູ່​ເອີ​ລົບ ​ແລະ ອາ​ເມ​ລິ​ກາ​ເໜືອ ​ໄດ້​ດຳ​ເນີນ​ດ້ວຍ​ທາງ​ອອນ​ລາຍ.

ສະພາຄວາມໝັ້ນຄົງ ຮັບຮອງເອົາມະຕິຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງຄະນະຮັກສາສັນຕິພາບ ສປຊ ຢູ່ ກົງໂກ ສະພາຄວາມໝັ້ນຄົງ ຮັບຮອງເອົາມະຕິຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງຄະນະຮັກສາສັນຕິພາບ ສປຊ ຢູ່ ກົງໂກ
ພັດທະນາການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ - ທະວີບອາຟຣິກາ ພັດທະນາການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ - ທະວີບອາຟຣິກາ
ຄູອາຈານຫວຽດນາມຢູ່ຕ່າງປະເທດໄດ້ສຳເລັດຊຸດຝຶກອົບຮົມການສອນພາສາຫວຽດໃນປີ 2021

ຄູ​ອາ​ຈານ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ໄດ້​ສຳ​ເລັດ​ຊຸດ​ຝຶກອົບຮົມ​ການ​ສອນ​ພາ​ສາ​ຫວຽດ​ໃນ​ປີ 2021. ພາບ: vovworld.vn

ນີ້​ແມ່ນ​ຊຸດ​ທີ 7 ໂດຍ​ຄະນະ​ກຳມະການແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ສົມທົບກັນຈັດຂຶ້ນ; ກໍ່ແມ່ນ​ຊຸດ​ຝຶກ​ອົບຮົມ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ດ້ວຍ​ຮູບ​ແບບ​ອອນ​ລາຍ, ​ໂດຍ​ມີ​ຄູ​ສອນ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມດ້ວຍຈໍານວນ​ຫຼາຍ​ທີ່​ສຸດ​​ແບບບໍ່​ເຄີຍ​ມີ​ມາກ່ອນ.

ເຂົ້າຮ່ວມການສອນແມ່ນອາຈານສອນທີ່ມີຄວາມເຊື່ອຖື 8 ທ່ານ ທີ່ມີປະສົບການຫຼາຍປີໃນການສອນພາສາຫວຽດນາມ ຈາກມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ແລະ ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ.

ທ່ານ ດິງ​ຮ່ວາງ​ລິງ, ຫົວໜ້າ​ກົມ​ຖະ​ແຫຼ​ງຂ່າວ - ວັດທະນະທຳ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ເກືອບ 1 ​ເດືອນ, ນັກສຳມະນາກອນ 142 ຄົນ​ທີ່​ມາ​ຈາກ 20 ປະ​ເທດ​ໄດ້​ສຳ​ເລັດ​ເນື້ອ​ໃນການ​ຝຶກອົບຮົມວິຊາ​ຊີບ​ການ​ສອນ​ພາສາ​ຫວຽດນາມ ​ໃຫ້​ແກ່​ຄູ​ອາ​ຈານ​ຫວຽດນາມ ຢູ່​ຕ່າງປະ​ເທດ ປີ2021. ບັນດານັກສຳມະນາກອນ ໄດ້ປະກອບບັນດາທັກສະການສອນ, ວິທີການສິດສອນພາສາຫວຽດນາມທີ່ເປັນມືອາຊີບ, ທັນສະໄໝ ແລະ ມີລັກສະນະໃນການນໍາໃຊ້ສູງ.

ໄຊພອນ

ເຫດການ
302 Found

Found

The document has moved here.