ລາວ ແລະ ໄທ ເລີ່ມທົດລອງແລ່ນລົດໄຟຂ້າມຊາຍແດນໃໝ່ | |
ສະມາຄົມມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໄດ້ໄປຢ້ຽມຢາມ, ໜູນຊ່ວຍຊາວ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ |
ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ຮ່າຮວ່າງຫາຍ ແລ້ວ, ເອກະສານປະຈຳຕົວ, ໃນນັ້ນ ມີໜັງສືຜ່ານແດນ, ເອກະສານຕ່າງໆເຊິ່ງແມ່ນບັນດາເອກະສານທີ່ສຳຄັນ, ຈຳເປັນແຖວໜ້າ ເພື່ອໃຫ້ປະຊາຊົນສາມາດສືບຕໍ່ພັກເຊົາຢ່າງຖືກຕ້ອງຕາມກົດໝາຍ, ຜ່ານຜ່າການສູນເສຍອັນໃຫຍ່ຫຼວງເຫຼົ່ານີ້ໄປໄດ້.
ເພື່ອແບ່ງປັນ, ໜູນຊ່ວຍປະຊາຊົນໃນສະພາບຫຍຸ້ງຍາກ, ບັນດາພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ເຮັດວຽກດ້ວຍຈິດໃຈຢ່າງຮີບດ່ວນ, ສ້າງເງື່ອນໄຂສູງສຸດ ແລະ ໄວເທົ່າທີ່ຈະໄວໄດ້. ສະຖານທູດ ໄດ້ລະດົມພະນັກງານໃຫ້ຫຼາຍທີ່ສຸດ, ເຮັດວຽກທັງເວັນທັງຄືນ ແລະ ໃນທ້າຍອາທິດ.
![]() |
ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນຊ່ວຍປະຊາຊົນໃນການອອກເອກະສານຄືນໃໝ່ພາຍຫຼັງທີ່ໄດ້ຖືກເສຍຫາຍຈາກເຫດໄຟໄໝ້. |
ເຖິງວ່າໄດ້ຮັບ ແລະ ແກ້ໄຂຂະຫຍາຍເອກະສານທີ່ເປັນຈຳນວນຫຼວງຫຼາຍພ້ອມກັນ, ແຕ່ວ່າສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ຍັງຄົງພະຍາຍາມແກ້ໄຂບັນດາເອກະສານດັ່ງກ່າວໂດຍໄວ ແລະ ໄດ້ຮັບໝາກຜົນໂດຍໄວທີ່ສຸດ. ປະຊາຊົນຫຼາຍຄົນ ໄດ້ຮັບໜັງສືຜ່ານແດນ, ເອກະສານສະບັບໃໝ່ ໂດຍສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ອອກໃຫ້ໃນເວລາພຽງ 1 ຊົ່ວໂມງນັບແຕ່ໄດ້ຍື່ນເອກະສານ. ບາງບັນຫາຂັດຂ້ອງທີ່ເກີດຂື້ນໃນຂະບວນການແກ້ໄຂເອກະສານ ແມ່ນທາງສະຖານທູດເປັນເຈົ້າການປະສານເພື່ອຊອກຫາວິທີແກ້ໄຂ.
ທ່ານນາງ ຫງວຽນທິແທ່ງຮ່າ ໃຫ້ຮູ້ວ່າ ນາງ ພ້ອມກັບຄອບຄົວໄດ້ດຳເນີນທຸລະກິດຢູ່ ໂປໂລຍ ເປັນເວລາກວ່າ 25 ປີ ແລະ ໄດ້ຍ້າຍມາດຳເນີນທຸລະກິດຢູ່ສູນການຄ້າ Marywilska 44 ເຊິ່ງນັບແຕ່ມື້ທຳອິດທີ່ສູນແຫ່ງນີ້ໄດ້ຮັບການສ້າງຕັ້ງ, 14 ປີກ່ອນ. ຫຼັງຈາກເກີດໄຟໄໝ້ແລ້ວ, ຄອບຄົວຂອງນາງ ໄດ້ສູນເສຍສິນຄ້າ, ເງິນ, ເອກະສານທັງໝົດ ເຊິ່ງໄດ້ປະໄວ້ຢູ່ໃນຮ້ານຄ້າ. ທ່ານ ຟ້າມດຶກຕ໋ຽນ (ອາຍຸ 60 ປີ) ເປີດເຜີຍວ່າ ເຫດໄຟໄໝ້ດັ່ງກ່າວເຮັດໃຫ້ຄອບຄົວຂອງລາວສູນເສຍທຸກຢ່າງພາຍຫຼັງທີ່ເຮັດທຸລະກິດສະສົມມາຫຼາຍປີ. ນອກຈາກນັ້ນ, ຫຼາຍຄອບຄົວທີ່ມີຮ້ານຂາຍເຄື່ອງຢູ່ Marywilska 44 ແມ່ນສູນເສຍຊັບສິນທັງໝົດ.
ເຖິງວ່າຍັງຕົກໃຈຢູ່ກໍ່ຕາມ, ແຕ່ທ່ານນາງ ຮ່າ ແລະ ທ່ານ ຕ໋ຽນ ແລະ ປະຊາຊົນຫຼາຍຄົນລ້ວນແຕ່ຮູ້ສຶກໄດ້ຮັບການປອບໃຈ, ລະດົມ ແລະ ອຸ່ນອ່ຽນໃຈກ່ອນການໜູນຊ່ວຍຂອງສະຖານທູດ ຫວຽດນາມ ປະຈຳ ໂປໂລຍ. ພາຍຫຼັງ ໄດ້ອອກເອກະສານໃໝ່, ປະຊາຊົນ ຈະສືບຕໍ່ປະຕິບັດບັນດາລະບຽບການກ່ຽວກັບບັດພັກເຊົາ, ທະນາຄານ...
ນອກຈາກການອອກເອກະສານຄືນໃໝ່ແລ້ວ, ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ຍັງເຮັດວຽກກັບອຳນາດການປົກຄອງ, ບັນດາອົງການທີ່ມີໜ້າທີ່ປະຈຳຖິ່ນຢ່າງຕັ້ງໜ້າ ເພື່ອໜູນຊ່ວຍປະຊາຊົນແກ້ໄຂບັນດາບັນຫາຕື່ມອີກ. ທ່ານເອກອັກຄະລັດຖະທູດ ຮ່າຮວ່າງຫາຍ ໄດ້ມີການພົບປະກັບ ທ່ານ Liwiusz Laska, ຜູ້ຕາງໜ້າກະຊວງແຮງງານ, ຄອບຄົວ ແລະ ນະໂຍບາຍສັງຄົມ ໂປໂລຍ; ທ່ານ Mariusz Frankowski, ເຈົ້າແຂວງ Mazowsze ແລະ ທ່ານ Zbigniew Derdziuk, ຜູ້ອຳນວຍການໃຫຍ່ປະກັນໄພສັງຄົມຂອງ ໂປໂລຍ (ZUS) ເພື່ອສະເໜີໃຫ້ສືບສວນ, ຊີ້ແຈງສາເຫດຂອງໄຟໄໝ້ ພ້ອມທັງຮັບປະກັນສິດ, ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງພົນລະເມືອງ ຫວຽດນາມ.

ມິງດຶກ
ຂ່າວທີ່ກ່ຽວຂ້ອງ

ຊາວຫວຽດນາມ ຢູ່ ໂປໂລຍ: ປະຊາຄົມສາມັກຄີ, ລະບົບຈັດຕັ້ງສະມາຄົມຄົບຊຸດໃນທຸກຂົງເຂດ

ກຳປູເຈຍ ຂອບໃຈຕຳຫຼວດແຂວງ ໄຕນິງ ທີ່ໃຫ້ການໜູນຊ່ວຍດັບເພີງອາຄານ 7 ຊັ້ນ

ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ໜູນຊ່ວຍຊາວ ຫວຽດນາມ ທີ່ໄດ້ຮັບຄວາມເສຍຫາຍຍ້ອນໄຟໄໝ້ຢູ່ ໂປໂລຍ
ທ່ານອາດຈະມັກ

ປະຊາຄົມຊາວຫວຽດນາມ ຢູ່ Malta: ມີທ່າແຮງຫຼາຍຢ່າງ ແລະ ທ່າອຽງເຕີບໂຕຢ່າງວ່ອງໄວ

ສະຖານທູດ ຫວຽດນາມ ປະຈຳ ຈີເລ ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ

5 ຂໍ້ສະເໜີແນະໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ ເນປານ

ການເຄື່ອນໄຫວຫຼາຍຢ່າງກ່ຽວກັບການສອນ ແລະ ການຮຽນພາສາຫວຽດນາມ ໃນພາກຕາເວັນອອກສຽງເໜືອຂອງປະເທດໄທ

ບັນດາຜູ້ຕາງໜ້າເຜີຍແຜ່ພາສາຫວຽດນາມ, ເຊື່ອມຕໍ່ການພົວພັນຫວຽດນາມ - ລາວ
