ຄະນະຜູ້ແທນສອງປ້ອມປ້ອງກັນຊາຍແດນ A Pa Chai ແລະ ແຊນເທື້ອງ ໂດຍ ສະຫາຍ ພັນເອກສາມດາວ ຫງວຽນດຶກຢຸງ, ຫົວໜ້າປ້ອມປ້ອງກັນຊາຍແດນ A Pa Chai ນຳໜ້າ.
ຄະນະຜູ້ແທນຂອງກອງບັນຊາການເມືອງ ຍອດອູ ໂດຍ ສະຫາຍ ພັນໂທ ລີ ປານແກ້ວ, ຫົວໜ້າກອງບັນຊາການ ເປັນຫົວໜ້າຄະນະ.
![]() |
| ບັນດາຫົວໜ້າຄະນະໄດ້ມອບບົດບັນທຶກຊ່ວຍຈຳການພົບປະເຈລະຈາ |
ຄະນະຜູ້ແທນຂອງກອງຮ້ອຍຄຸ້ມຄອງຊາຍແດນ ຢ່າງແທງ ໂດຍ ສະຫາຍ ຮວ່າງຫ້າວ, ຫົວໜ້າກອງຮ້ອຍ ເປັນຫົວໜ້າຄະນະ.
ທີ່ກອງປະຊຸມພົບປະ, 3 ຝ່າຍໄດ້ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນການປະຕິບັດງານສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ; ການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນ ແລະ ການປ້ອງກັນ, ຕ້ານການເຂົ້າອອກເມືອງຢ່າງຜິດກົດໝາຍ. ພ້ອມກັນນັ້ນ, ກໍກຳນົດບັນດາເນື້ອໃນຈຸດສຸມໃນການປະຕິບັດງານສົມທົບ ແລະ ຮັກສາການປະຕິບັດບັນດາເອກະສານນິຕິກຳກ່ຽວກັບຊາຍແດນ ເຊິ່ງລັດຖະບານຂອງແຕ່ລະຝ່າຍໄດ້ລົງນາມ; ເຫັນດີເປັນເອກະພາບໃນການເພີ່ມທະວີວຽກງານສົມທົບກັນຄຸ້ມຄອງລະຫວ່າງ 3 ຝ່າຍໃນໄລຍະຈະມາເຖິງ.
ພ້ອມກັນນັ້ນ, ສາມຝ່າຍ ກໍໄດ້ບັນລຸຄວາມຮັບຮູ້ລວມ ແລະ ດຳເນີນການລົງນາມໃນບົດບັນທຶກຊ່ວຍຈຳ. ກອງປະຊຸມພົບປະ ໄດ້ດຳເນີນຖືກຕາມຫຼັກການການຕ່າງປະເທດ, ຮັບປະກັນຄວາມປອດໄພສູງສຸດກ່ຽວກັບທຸກດ້ານ.
ກອງປະຊຸມພົບປະຢູ່ຫຼັກໝາຍຈຸດຕັດກັນຂອງເສັ້ນຊາຍແດນ 3 ປະເທດ ໄດ້ອີງຕາມການເຫັນດີເປັນເອກະສັນກັນກ່ຽວກັບການຮ່ວມມືຂັ້ນສູງລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ກັບກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຈີນ, ກໍຄືຈິດໃຈຂອງບັນດາບົດບັນທຶກການເຈລະຈາທີ່ໄດ້ລົງນາມລະຫວ່າງກຳລັງປ້ອງກັນຊາຍແດນທຸກຂັ້ນຂອງ 3 ປະເທດ.
ມິງດຶກ
ຂ່າວທີ່ກ່ຽວຂ້ອງ
ການພົບປະເຈລະຈາ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ 2 ປະເທດຫວຽດນາມ ແລະ ລາວ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີການພົບປະເຈລະຈາ ກັບປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ
ງານບຸນແກວ່ງໝາກຄອນ ຫວຽດນາມ-ລາວ-ຈີນ ປີ 2019
ທ່ານອາດຈະມັກ
ແຂວງກວາງຈິ້ ຈະປ່ຽນເຮືອຫາປາ 771 ລຳ ໄປສູ່ການຫາປາແບບຍືນຍົງ.
ດຳລັດໃໝ່ທີ່ຊີ້ນຳການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະມົງ: ການຄຸ້ມຄອງເຮືອຫາປາທີ່ເຂັ້ມງວດຂຶ້ນ ແລະ ການຕ້ານການຫາປາ IUU.
FIP ຫວຸງເຕົາ: ຮູບແບບການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ເພື່ອສົ່ງເສີມການປະມົງແບບຍືນຍົງ
ເກິນເທີສະໜອງການໜູນຊ່ວຍຄ່າທຳນຽມ VMS ໃຫ້ເຮືອຫາລຳປາ 202 ເພື່ອຍົກສູງປະສິດທິຜົນການຄຸ້ມຄອງ.
ແຂວງແທງຮວ່າ ໄດ້ປະຕິບັດສຳເລັດໜ້າທີວຽກງານທັງໝົດ 19/19 ຢ່າງເພື່ອຕ້ານການຫາປາ IUU.
