"ໜຶ່ງການເດີນທາງ - ລ້ານການເຊື່ອມຕໍ່" - ແຜ່ຂະຫຍາຍສານ ກ່ຽວກັບຄວາມແພງຮັກແພງທະເລ ແລະໝູ່ເກາະ

11:03 | 30/12/2021

ຍສໝ - ພໍ່ແມ່ປະຊາຊົນຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ​ຫຼາຍ​ແຫ່ງ​ໃນ​ທົ່ວ​ໂລກ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ຕື້ນຕັນໃຈ ​ເມື່ອ​ຫວນ​ຄືນ​ຄວາມ​ຊົງ​ຈຳ​ຂອງ​ບັນດາ​ສະມາຊິກ​ຄະນະປະຕິບັດງານ​ເລກ​ທີ 6 – 2016.

ບົດບາດຂອງວັດທະນະທໍາ, ມະນຸດຕໍ່ກັບພາລະກິດປ່ຽນແປງໃໝ່, ພັດທະນາຢູ່ ຫວຽດນາມ-ລາວ ບົດບາດຂອງວັດທະນະທໍາ, ມະນຸດຕໍ່ກັບພາລະກິດປ່ຽນແປງໃໝ່, ພັດທະນາຢູ່ ຫວຽດນາມ-ລາວ
ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງວັນ​ຄະນະປະຕິບັດງານ​ເລກ​ທີ 6 ປີ 2016 ໄດ້ໄປຢ້ຽມຢາມ, ລະດົມກໍາລັງໃຈ ທະຫານ, ປະຊາຊົນຢູ່ໝູ່ເກາະ ເຈື່ອງຊາ ແລະ ຮ້ານເວນຍາມ (ເຮືອນຮ້ານຂຸດເຈາະ) DK1, ຄະນະປະຕິບັດງານໄດ້ຈັດຕັ້ງພິທີປະກາດປື້ມຮູບ “ໜຶ່ງການເດີນທາງ - ລ້ານການເຊື່ອມຕໍ່” ແລະ ວາງສະແດງຮູບພາບ “ເຈື່ອງຊາ ແລະ ຮ້ານເວນຍາມ DK1 ໃນດວງໃຈຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ” ຕາມຮູບແບບອອນໄລ.

"ໜຶ່ງການເດີນທາງ - ລ້ານການເຊື່ອມຕໍ່" - ແຜ່ຂະຫຍາຍສານກ່ຽວກັບຄວາມແພງຮັກແພງທະເລ ແລະໝູ່ເກາະ. ພາບ: vovworld.vn

ປຶ້ມ​ຮູບ “ໜຶ່ງການເດີນທາງ - ລ້ານການເຊື່ອມຕໍ່” ​ໄດ້​ສະແດງໃຫ້ເຫັນການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຜູ້​ແທນ​ໃນ​ກວ່າ​ສິບ​ວັນພ້ອມກັບກຳ​ປັ່ນ KN-490 ​ໄປ​ຍັງ​ໝູ່​ເກາະທີ່​ຫ່າງ​ໄກ​ຂອງໝູ່ເກາະເຊື່ອງຊາ ​ແລະ ​ຮ້ານ​ເວນຍາມ DK1 ທີ່​ຕັ້ງ​ຢູ່​ໄຫຼ່ທະວີບ​ພາກ​ໃຕ້​ຂອງ​ປະ​ເທດໂດຍສັງເຂບ.

ນັ້ນ​ແມ່ນອາລົມຈິດທີ່​ບໍ່​ມີ​ຂອບ​ເຂດ​ຂອງ​ບັນດາ​ສະມາຊິກ​ໃນຄະນະປະຕິບັດງານ​ທີ່​ມີ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ແມ່ນການ​ເຊື່ອມ​ຕໍ່​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່ 22 ປະ​ເທດ ​ແລະ​ເຂດ​ແຄ້ວນ​ໃນ​ທົ່ວ​ໂລກກັບ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຢູ່​ໝູ່​ເກາະເຈື່ອງຊາ.

ທ່ານ ຫງວຽນ​ຊວນເຈື່ອງ, ຊາວ​ຫວຽດນາມ ອາໄສຢູ່ ສາທາລະນະ​ລັດສະໂລວາກີ ​ໃຫ້​ຮູ້​ວ່າ: “​ໃນ​ການ​ຢ້ຽມຢາມ​ທະຫານ ​ແລະປະຊາຊົນ​ໝູ່​ເກາະເຈື່ອງຊາ ​ແລະ ຮ້ານເວນຍາມ DK1 ​ໃນ​ປີ 2016, ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ການ​ພົວພັນ​ແລກປ່ຽນ ​ແລະການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຜູ້​ແທນ​ຫວຽດນາມ ພາຍໃນປະ​ເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ​ທະຫານ ​ແລະ ປະຊາຊົນ​ຢູ່​ໃນເກາະ”.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ໄດ້​ດຳ​ເນີນ​ງານ​ວາງສະ​ແດງ​ຮູບພາບ “​ເຈື່ອງ​ຊາ ​ແລະ​ຮ້ານເວນຍາມ DK1 ​ໃນ​ດວງ​ໃຈ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ” ດ້ວຍ​ຮູບ​ຖ່າຍ 30 ແຜ່ນ ຕົ້ນຕໍ​ແມ່ນ​ຂອງ​ນັກ​ຖ່າຍຮູບ​ສະໝັກ​ຫຼິ້ນ.

ພໍ່ແມ່ປະຊາຊົນຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ​ຫຼາຍ​ແຫ່ງ​ໃນ​ທົ່ວ​ໂລກ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ຕື້ນຕັນໃຈ ​ເມື່ອ​ຫວນ​ຄືນ​ຄວາມ​ຊົງ​ຈຳ ແລະບາງການເຄື່ອນໄຫວດີເດັ່ນໃນຕະຫຼອດ 5 ປີຜ່ານມາ​ຂອງ​ບັນດາ​ສະມາຊິກ​ຄະນະປະຕິບັດງານ​ເລກ​ທີ 6 – 2016. ຄວາມ​ຮັກ​ແພງ​ທະ​ເລ, ໝູ່​ເກາະ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ປະເທດຊາດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຈະ​ສືບ​ຕໍ່​ປຸກລະດົມ, ​ທະວີຄູນ ແລະ ແຜ່ຂະຫຍາຍຢ່າງ​ແຮງ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ.

ບູນມີ

ເຫດການ
302 Found

Found

The document has moved here.