ເວທີປາໄສ “ແນວຄິດ ໂຮ່ຈີມິນ ກັບ ວັດທະນະທຳທາງທຸລະກິດ”

08:00 | 18/05/2024

ຍສໝ - ວັນທີ 14 ພຶດສະພາ, ທີ່ຮ່າໂນ້ຍ, ພາຍໃຕ້ການຊີ້ນຳຂອງສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI), ສູນວັດທະນະທຳນັກທຸລະກິດ (VCCI) ໄດ້ຈັດຕັ້ງເວທີປາໄສ “ແນວຄິດໂຮ່ຈີມິນ ກັບວັດທະນະທໍາທາງທຸລະກິດ".

ເວເນຊູເອລາ ເຄົບລົບນັບຖືມໍລະດົກຂອງປະທານ ໂຮ່ຈີມິນ ເວເນຊູເອລາ ເຄົບລົບນັບຖືມໍລະດົກຂອງປະທານ ໂຮ່ຈີມິນ
ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ

​ເວທີ​ປາ​ໄສ​ໄດ້​ຈັດ​ຂຶ້ນເພື່ອແນ​ໃສ່​ຍູ້ແຮງ ບັ້ນຂົນຂວາຍການ​ຮ່ຳຮຽນ ​ແລະ ປະຕິບັດຕາມຄຸນສົມບັດ, ແບບ​ແຜນ, ແນວຄິດສິນ​ທຳ​ ​ໂຮ່ຈີ​ມິນ, ຜັນຂະຫຍາຍ​ມະຕິ​ເລກທີ 41-NQ/TW ລົງ​ວັນ​ທີ 10 ຕຸລາ 2023 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງຖັນແຖວ​ນັກທຸລະກິດ​ຫວຽດນາມ​ ໃນໄລຍະ​ໃໝ່ ​ແລະ ປະກອບສ່ວນ​ຊຸກຍູ້​ວັດທະນະທຳທາງ​ທຸລະ​ກິດ ​ເພື່ອ​ພັດທະນາ​ປະ​ເທດ​ຊາດໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ມີ​ຄວາມ​ຜາ​ສຸກ.

​ເວທີ​ປາ​ໄສ​ກໍ່​ແມ່ນ​ເຫດການ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ​ວັນຄ້າຍວັນ​ເກີດ​ປະທານ​ ໂຮ່ຈິ​ມິນ ຄົບຮອບ 134 ປີ​ (19/5/1890 – 19/5/2024).

ເວທີປາໄສ “ແນວຄິດ ໂຮ່ຈີມິນ ກັບ ວັດທະນະທຳທາງທຸລະກິດ”

ທ່ານປະທານ VCCI ຟ້າມເຕີນກົງ ກ່າວ​ຄຳ​ເຫັນ​ເປີດ​ກອງ​ປະຊຸມ

ປະທານ ຟ້າມເຕິນກົງ ປະທານ VCCI ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ວ່າ: ​ເມື່ອຍັງມີ​ຊີວິດຢູ່, ປະທານ ​ໂຮ່ຈີ​ມິນ ມີ​ທັດສະນະ ​ແລະ ​ແນວ​ຄິດ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ, ກ່ຽວ​ກັບ​ວັດທະນະທຳ ​ແລະ ​ເສດຖະກິດ, ເພິ່ນ ເຄີຍກ່າວໄວ້ວ່າ: ວັດທະນະທຳ, ສິລະ​ປະ​ກໍ່ຄືກັບ​ບັນດາ​ການ​ເຄື່ອນ​ໄຫວ​ອື່ນໆ​, ​ບໍ່​ສາມາດ​ເຮັດຢືນຢູ່ນອກຮອບ, ແຕ່ຕ້ອງຢູ່ໃນເສດຖະກິດ ແລະ ການເມືອງ". ໂດຍສະເພາະ ແມ່ນໃນວົງການ​ອຸດສາຫະກຳ ​ແລະ ການ​ຄ້າ, ເພິ່ນ ​ຢືນຢັນ​ວ່າ: ວົງ​ການ​ອຸດສາຫະກຳ ​ແລະ ການ​ຄ້າ ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ​ອຸດສາຫະກຳກູ້ຊາດ ​- ​ອົງການຈັດຕັ້ງ​ຂອງວົງການນັກທຸລະກິດແມ່ນໜຶ່ງສະມາຊິກ​ໃນ​ລະບົບ​ການ​ເມືອງຂອງ​ປະ​ເທດ - ແມ່ນສະ​ມາ​ຊິກ​ແນວໂຮມຫວຽດ​ມິນ.

ເພິ່ນ​ ຍັງ​ເນັ້ນ​ໜັກ​ວ່າ: ວົງການອຸດສາຫະກຳ ​ແລະ ການ​ຄ້າ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ປະ​ເທດ​ຊາດ ​ແລະ ພາລະກິດ​ປະຕິວັດ​ຂອງ​ພັກ. ຕາມ​ເພິ່ນແລ້ວ, ຖ້າ​ຢາກກາຍເປັນ​ນັກ​ທຸ​ລະ​ກິດ​ທີ່​ດີ, ແມ່ນຕ້ອງ​ສຶກສາຮ່ຳຮຽນຢ່າງບໍ່ຢຸດຢັ້ງ, ອົດທົນທຸ່ມເຫື່ອເທແຮງເຝິກຝົນ, ຫຼໍ່ຫຼອມຄຸນທາດ​ການ​ເມືອງ, ຄຸນທາດ​ວິ​ຊາ​ຊີບ ແລະ ຈັນ​ຍາ​ບັນຂອງນັກ​ທຸ​ລະ​ກິດ. ສະນັ້ນ, ຜູ້ປະກອບການຈໍາເປັນຕ້ອງມີຄຸນສົມບັດທີ່ພຽບພ້ອມ, ດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ຊື່ກົງບໍລິສຸດ, ເຫັນແກ່ສ່ວນລວມ ບໍ່ເຫັນແກ່ສ່ວນຕົວ, ມີຄວາມຮູ້ທາງດ້ານວິຊາຊີບຢ່າງໜັກແໜ້ນ, ກຳແໜ້ນດ້ານກົດໝາຍ, ໃກ້ຊິດຕິດແທດຄວາມເປັນຈິງ, ມີຈິດໃຈທີ່ໝັ້ນຄົງ, ມີຄຸນທາດທີ່ອົງອາດກ້າແກ່ນ, ມີຈິດໃຈຜ່ອງໃສ, ສົມທົບລະຫວ່າງ​ການ​ເມືອງ ​ແລະ ວິທະຍາສາດ, ປະຕິບັດ​ກົດໝາຍ, ​ເຂົ້າ​ໃຈ​ກົດໝາຍ, ​ພິເສດແມ່ນເອົາ​ໃຈ​ໃສ່​ເຖິງວຽກ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕ້ານການຟຸ່ມເຟືອຍ, ອາດຍາສິດໃຊ້ອໍານາດບາດໃຫ່ຍ...

ຫວ່າງ​ມໍ່ໆ​ມາ​ນີ້, ໃນວັນ​ທີ 10 ຕຸລາ 2023, ກົມ​ການ​ເມືອງ​ ຊຸດ​ທີ XIII ​ໄດ້​ອອກ​ມະຕິ​ເລກທີ 41-NQ/TW, ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງຖັນແຖວ​ນັກທຸລະກິດ​ຫວຽດນາມ​ ໃນໄລຍະ​ໃໝ່, ​ໄດ້ຕັ້ງ​​ເປົ້າ​ໝາຍໂດຍສັງເຂບ​ຄື: “ພັດທະນາຖັນແຖວນັກທຸລະກິດເຕີບໃຫ່ຍ​​ແຂງ​ແຮງ​ໃນ​ດ້ານປະລິມານ, ຄຸນນະພາບ, ໂຄງສ້າງທີ່ສົມເຫດສົມຜົນ, ມີວິໄສທັດ, ສະຕິປັນຍາ, ຈັນຍາບັນ, ນໍ້າໃຈເຮັດທຸລະກິດ, ສ້າງຮັ່ງຄູນມີດ້ວຍຄວາມຊອບທໍາ ແລະ ອອກເຮື່ອເທແຮງ, ມີຫົວຄິດປະດິດສ້າງ, ມີຄວາມສາມາດໃນການຄຸ້ມຄອງບໍລິຫານທີ່ກ້າວໜ້າ, ປະຕິບັດຕາມກົດໝາຍ, ຈັນຍາບັນ, ວັດທະນະທໍາທຸລະກິດທີ່ມີເອກະລັກສະເພາະຊາດ, ມີ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ, ມີສະຕິ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປະກອບສ່ວນ​ອັນ​ເໝາະ​ສົມ​ເຂົ້າ​ໃນ​ເປົ້າ​ໝາຍ​ການ​ພັດທະນາ​ຂອງ​ປະ​ເທດ”. ນອກຈາກນີ້ ມະຕິ​ຍັງ​ໄດ້​ກຳນົດ 7 ກຸ່ມໜ້າທີ່​ແກ້​ໄຂ, ​ໃນ​ນັ້ນ ​ມີ​ກຸ່ມ​ວຽກ​ງານ​ຮັບຜິດຊອບແກ້​ໄຂສະເພາະກ່ຽວກັບ “ການກໍ່ສ້າງ​ຈັນ​ຍາ​ບັນ ​ແລະ ວັດທະນະທຳ​ທຸລະ​ກິດ, ​ເຊີດ​ຊູ​ນໍ້າໃຈຮັກຊາດ, ປຸກລະດົມ​ຄວາມໄຝ່ຝັນ​ຢາກ​ພັດທະນາ​ປະ​ເທດ​ຊາດໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ມີ​ຄວາມ​ຜາ​ສຸກ”.

ທ່ານ ຟານ​ຊວນ​ທູ້ຍ, ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ​ສູນ​ກາງ ໄດ້ກ່າວ​ວ່າ: ການ​ສຶກສາ ​ແລະ ການປະຕິບັດ​ຕາມ​ແນວ​ຄິດ​ຂອງ ​ປະທານ ​ໂຮ່ຈີ​ມິນ, ແຕ່ລະວິສາຫະກິດ ​ແລະ ນັກທຸລະກິດຈະມີ​ຈິດ​ໃຈ​ເຄົາລົບ​ກົດໝາຍ,​ແບ່ງປັນກັບ​ສັງຄົມ, ສ້າງ​ຄຸນຄ່າທີ່ແທ້​ຈິງ​ໃຫ້ກັບ​ສັງຄົມ. ນີ້​ແມ່ນ​ພື້ນຖານ​ອັນ​ໜັກ​ແໜ້ນສໍາລັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພັດທະນາ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ຖັນແຖວ​ນັກທຸລະກິດ​ຫວຽດນາມ ​ຈະ​ສຳ​ເລັດ​ພາລະກິດ​ອັນ​ສະຫງ່າ​ງາມແມ່ນກໍາລັງ​ຫຼັກ​ແຫຼ່ງນຳພາ​ກອງທັບຫຼັກແມ່ນບັນດາວິ​ສາ​ຫະກິດ​ໃນການບັນລຸເປົ້າ ໝາຍ ແລະ ຄວາມໄຝ່ຝັນໃນການ​ພັດທະນາ​ປະ​ເທດ​ຊາດ, ປະກອບສ່ວນ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ, ເປັນເຈົ້າຕົນເອງ, ສີວິໄລ, ບັນລຸງຄວາມ​ປາດ​ຖະໜາ​ຂອງ​ລຸງ​ໂຮ່ ຄຽງບ່າຄຽງໄຫຼ່ກັບບັນດາປະເທດມະຫາອຳນາດ 5 ທະວີບ.

​ເວທີ​ປາ​ໄສ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເພາະ​ເພື່ອແນໃສ່​ຜັນ​ຂະຫຍາຍ​ໂຄງການ​ເຄື່ອນ​ໄຫວ​ຂອງ VCCI ​ເພື່ອ​ປະຕິບັດ​ມະຕິ 41. ​ເພື່ອເປັນ​ພື້ນຖານສໍາລັບການ​ກໍ່ສ້າງ​ຈັນຍາບັນຂອງນັກທຸລະກິດ, ວັດທະນະທຳ​ທຸລະ​ກິດ, ໂດຍສະເພາະຢ່າງຍິ່ງແມ່ນການ​ຮ່ຳຮຽນເອົາຕາມແນວຄິດ ​ໂຮ່ຈີ​ມິນ, ເວທີປາໄສໄດ້ສຸມ​ປຶກສາ​ຫາລື ​ແລະ ຊີ້​ແຈ້ງບາງບັນຫາຢ່າງຊັດເຈນ.

ທີ​ໜຶ່ງ, ທັດສະນະຕ່າງໆ ​ແລະ ແນວຄວາມ​ຄິດ​ຂອງ​ເພິ່ນ ​ກ່ຽວ​ກັບ​ການ​ກໍ່ສ້າງ​ວັດທະນະທຳ​ທາງທຸລະ​ກິດ, ວັດທະນະທຳ​ວິສາຫະກິດ, ວັດທະນະທຳ​ນັກ​ທຸລະກິດ; ​ແລະ ບົດບາດ​ວັດທະນະທຳ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ ​ແລະ ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ, ກໍ່ເຊັ່ນດຽວກັນກັບ​ພາບພົດຂອງນັກທຸລະກິດ;

ທີ​ສອງ, ທັດສະນະຕ່າງໆ ​ແລະ ແນວຄວາມ​ຄິດ​ຂອງເພິ່ນ ​ກ່ຽວ​ກັບ​ການ​ກໍ່ສ້າງ ວົງການມ​ອຸດສາຫະກຳ ແລະ ການ​ຄ້າ​ຂອງ​ຫວຽດນາມ ​ໃນນັ້ນ​ເນັ້ນ​ໜັກ​ເຖິງ​ແນວ​ຄິດ ​ແລະ ທັດສະນະ​ກ່ຽວ​ກັບ​ການ​ກໍ່ສ້າງ​ຈັນ​ຍາ​ບັນນັກ​ທຸລະ​ກິດ, ຈັນ​ຍາ​ບັນ​ວິ​ສາ​ຫະກິດ​ຫວຽດນາມ; ​ແລະ ບົດບາດ​ຂອງ​ບັນຫາ​ຈັນຍາບັນ​ຕໍ່ກັບການເຄື່ອນໄຫວການ​ຜະລິດ ​ຂອງ​ວິ​ສາ​ຫະກິດ.

ThongMy

ເຫດການ
302 Found

Found

The document has moved here.