ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ຄົນ​ລຸ້ນ​ໜຸ່ມ

16:13 | 31/12/2021

ການໂອ້ລົມສົນທະນາຄັ້ງນີ້ ໄດ້ສ້າງກາລະໂອກາດໃຫ້ແກ່ເພື່ອນໜຸ່ມປຶກສາຫາລື ກ່ຽວກັບບົດບາດ ແລະ ກາລະໂອກາດຂອງ ຊາວໜຸ່ມ, ພ້ອມທັງເຂົ້າໃຈຢ່າງຈະແຈ້ງກວ່າອີກ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຂອງຊາວໜຸ່ມລຸ້ນຕ່າງໆ ໃນຊຸມປີ 1980 ມາຮອດປັດຈຸບັນ.

ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ
ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ຈາກ​ສັງ​ຄົມ​ເພື່ອ​ດູ​ແລ, ຊ່ວຍ​ເຫຼືອ ແລະຕໍ່​ສູ້​ທວງ​ເອົາ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ຈາກ​ສັງ​ຄົມ​ເພື່ອ​ດູ​ແລ, ຊ່ວຍ​ເຫຼືອ ແລະຕໍ່​ສູ້​ທວງ​ເອົາ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ
ພາບປະກອບ:
ພາບປະກອບ:hcmcpv.org.vn

ໃນຂອບເຂດໂຄງການ “ຄົນລຸ້ນຂຽວ - ຊຸກຍູ້ຄົນລຸ້ນໜຸ່ມ ມີການກະທຳ ເພື່ອດິນຟ້າອາກາດ ແລະ ພະລັງງານແບບຍືນຍົງ” ໂດຍສະຖານທູດ ແດນມາກ ອຸປະຖຳ, ຕອນຄ່ຳວັນທີ 29 ທັນວາ, ສູນດຳລົງຊີວິດ ແລະ ຮ່ຳຮຽນ ເພື່ອສິ່ງແວດລ້ອມ ແລະ ປະຊາຄົມ (Live and Learn) ຂຶ້ນກັບ ສະຫະພັນ ບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໄດ້ຈັດ ການໂອ້ລົມສົນທະນາທາງໄກ: ລຸ້ນຄົນຕ່າງໆແຕ່ປີ 1980 ມາຮອດປັດຈຸບັນ ປົກປັກຮັກສາສິ່ງແວດລ້ອມ ຄືແນວໃດ?

ທ່ານນາງ ໂດເວິນງວຽດ ຜູ້ອຳນວຍການສູນ Live and Learn ທັງເປັນ ປະທານການໂອ້ລົມສົນທະນາ ຖືວ່າ ປັດຈຸບັນເລື່ອງເພີ່ມທະວີການເຂົ້າຮ່ວມຂອງຄົນລຸ້ນໜຸ່ມ ເຂົ້າໃນບັນດາການຕັດສິນນະໂຍບາຍທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ ແລະ ການກະທຳເຄື່ອນໄຫວນະໂຍບາຍ ຜ່ານ ບັນດາການໂອ້ລົມສົນທະນາຢ່າງເປັນປະຈຳ, ເໝາະສົມກັບຊາວໜຸ່ມ ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງ, ນຳໃຊ້ພື້ນຖານດີຈີຕອນ ເພື່ອ ດຶງດູດຊາວໜຸ່ມ ເຂົ້າຮ່ວມການກະທຳເພື່ອດິນຟ້າອາກາດ, ສົ່ງເສີມບັນດາຂໍ້ລິເລີ່ມ ແລະ ແຜນການຕົວຈິງດີທີ່ສຸດ ກ່ຽວກັບການກະທຳເພື່ອດິນຟ້າອາກາດ ແລະ ການມອບສິດໃຫ້ຊາວໜຸ່ມນຳພາການເຄື່ອນໄຫວທີ່ຊາວໜຸ່ມ ຫວຽດນາມ ຮຽກຮ້ອງຢ່າງຮີບດ່ວນ. ເພື່ອມຸ່ງໄປເຖິງການດຳລົງຊີວິດທີ່ເປັນມິດກັບສິ່ງແວດລ້ອມ, ຊາວໜຸ່ມແຕ່ລະລຸ້ນ ມີບັນດາກາລະໂອກາດ, ສິ່ງທ້າທາຍຕ່າງໆ ແລະ ປະຕິບັດບັນດາການເຄື່ອນໄຫວຕາມວິທີສະເພາະຂອງຕົນ. ດັ່ງນັ້ນ, ການໂອ້ລົມສົນທະນາຄັ້ງນີ້ ໄດ້ສ້າງກາລະໂອກາດໃຫ້ແກ່ເພື່ອນໜຸ່ມປຶກສາຫາລື ກ່ຽວກັບບົດບາດ ແລະ ກາລະໂອກາດຂອງ ຊາວໜຸ່ມ, ພ້ອມທັງເຂົ້າໃຈຢ່າງຈະແຈ້ງກວ່າອີກ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຂອງຊາວໜຸ່ມລຸ້ນຕ່າງໆ ໃນຊຸມປີ 1980 ມາຮອດປັດຈຸບັນ.

vovworld.vn

ເຫດການ
302 Found

Found

The document has moved here.