ການ​ເຊື່ອມ​ຕໍ່​, ​​ຫນູນຊ່ວຍ​ປະ​ຊາ​ຄົມວິ​ສາ​ຫະ​ກິດ​ໃນ​ການ​ເຂົ້າ​ເຖິງ​ຕະ​ຫຼາດ Halal​

20:07 | 23/12/2021

ຍ​ສ​ໝ - ຫວ່າງແລ້ວນີ້, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແລະ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ “ຕະຫຼາດ​ Halal​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ປາຊີ​ຟິກ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ ​ແລະ ກາ​ລະ​ໂອກາດ”.

ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ
ການ​​ຕ່າງ​ປະ​ເທດ ຫວຽດ​ນາມ ນຳ​ໜ້າ, ຮອບ​ດ້ານ, ທັນ​ສະ​ໄໝ, ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ ການ​​ຕ່າງ​ປະ​ເທດ ຫວຽດ​ນາມ ນຳ​ໜ້າ, ຮອບ​ດ້ານ, ທັນ​ສະ​ໄໝ, ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ບັ
ການ​ເຊື່ອມ​ຕໍ່​, ​​ຫນູນຊ່ວຍ​ປະ​ຊາ​ຄົມວິ​ສາ​ຫະ​ກິດ​ໃນ​ການ​ເຂົ້າ​ເຖິງ​ຕະ​ຫຼາດ Halal​
​ບັນ​ດາ​ນັກ​ປະ​ຖະ​ກະ​ຖາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ (ພາບ: TTXVN)

ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ອາຊີ​ໃຕ້ - ປາຊີ​ຟິກ​ໃຕ້ ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ສິນຄ້າ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຕໍ່​ຜະ​ລິດ​ຕະ​ພັນ Halal, ດ້ວຍ​ປະຊາກອນ​ຊາວຖື​ສາ​ສະ​ໜາ​ມຸດ​ສະລິມ ແລະ ນຳ​ໃຊ້​ຜະ​ລິດ​ຕະ​ພັນ Galal ປະມານ 860 ລ້ານ​ຄົນ, ກວມ 66% ຂອງ​ຈຳນວນ​ຊາວ​ມຸດ​ສະ​ລິມ​ທັງ​ໝົດ​ໃນ​ໂລກ. ​ກ່ຽວ​ກັບ​ຂອບ​ຂະ​ໜາດ​ຂອງ​ຕະຫຼາດ, ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ອາຊີ​ໃຕ້ - ປາຊີ​ຟິກໃຕ້ ​ແມ່ນ​ເຂດ​ຊົມ​ໃຊ້ ອາຫານ​ Halal ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ດ້ວຍ​ມູນ​ຄ່າ​ປະມານ 470 ຕື້​ USD ​ໃນ​ປີ 2018.

ຫວຽດນາມ ຕັ້ງຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ແລະ ປາຊີຟິກໃຕ້ ເຊິ່ງແມ່ນ​ສະ​ຖານ​ທີ່​ທີ່​ມີຫຼາຍປະເທດ ແລະ ມີຊາວມຸດສະລິມຫຼາຍກວ່າໝູ່ໃນໂລກ. ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ ​ແລະ ສິນ​ໃນ​ນ້ຳ​ໃຫຍ່​ໃນ​ໂລກ, ​ໂດຍ​ຕັ້ງ​ຢູ່​ທີ່​ຕັ້ງ​ພູມ​ສາດ​ໃກ້​ກັບ​ບັນດາ​ຕະຫຼາດ​ໃຫຍ່ Halal.

ຕາມ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຟຸ່ງດຶກ​ຕ໋ຽນ ແລ້ວ, ຫວຽດນາມ ມີ​ເກືອບ 50% ຜະລິດ​ຕະພັນ​ກະ​ເສດ​ຄື: ເຂົ້າສານ, ຜັກ, ຊາ, ກາ​ເຟ, ໝາກມ່ວງ​ຫິມະພານ, ໝາກ​ພິກ​ໄທ…​ແມ່ນ​ເໝາະ​ສົມ​ທີ່​ສຸດ​ສຳລັບ​ຕະຫຼາດ Halal. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຈະ​ມີ​ແຜນການ​ເຄື່ອນ​ໄຫວ​ສະ​ເພາະ ​ເພື່ອ​ເປີດ, ​ເຊື່ອມ​ໂຍງ ​ແລະ ໜູນ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ ​ເຂົ້າ​ເຖິງ​ຕະຫຼາດ Halal.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.