ທ່ານປະທານປະເທດ ພົບປະບັນດາວິສາຫະກິດຫວຽດນາມ ຢູ່ ກຳປູເຈຍ

10:25 | 29/12/2021

ຍສໝ - ຫວ່າງແລ້ວນີ້, ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ພົບ​ປະ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດຫວຽດ​ນາມ ແລະ ວິ​ສາ​ຫະ​ກິດ​ຂະ​ແມ ເຊື້ອຊາດ​ຫວຽດ​ນາມ ຢູ່​ປະ​ເທດ ກຳປູເຈຍ. ​ເຂົ້າ​ຮ່ວມ​ມີ ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທ່ງ, ການ​ນຳ​ບາງ​ກະ​ຊວງ, ຂະແໜງການ, ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ 30 ກວ່າ​ແຫ່ງ.

ຈຸດສຸມການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ກຳປູເຈຍ ໃນປີ 2022 ຈຸດສຸມການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ກຳປູເຈຍ ໃນປີ 2022
ພັນເອກ ດິງວັນເນີຍ ໄດ້ຮັບຫຼຽນໄຊໂດຍກະສັດກຳປູເຈຍ ມອບໃຫ້ ພັນເອກ ດິງວັນເນີຍ ໄດ້ຮັບຫຼຽນໄຊໂດຍກະສັດກຳປູເຈຍ ມອບໃຫ້

ລາຍ​ງານ​ຕໍ່​​ປະທານ​ປະ​ເທດ, ທ່ານ ຫງວຽນ​ແທ່ງ​ຢຸງ, ຜູ້ອຳນວຍການ​ສາຂາ​ທະນາຄານ​ກະສິກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ ປະຈຳ ກຳປູ​ເຈຍ, ປະທານ​ສະ​ໂມ​ສອນ​ວິ​ສາ​ຫະກິດ ຫວຽດນາມ ປະຈຳ ກຳປູ​ເຈຍ (VBCC) ​ໃຫ້​ຮູ້​ວ່າ ​ໃນ 2 ປີຜ່ານມາ, ສະພາບ​ການ​ໂລກ​ລະ​ບາດ ​ໂຄ​ວິດ-19 ຢ່າງ​ຮ້າຍ​ແຮງ, ເຮັດໃຫ້ວິ​ສາ​ຫະ​ກິດ​ຫວຽດ​ນາມ ແລະ ວິ​ສາ​ຫະ​ກິດ​ຊາວ​ຂະ​ແມ ເຊື້ອຊາດ​ຫວຽດ​ນາມ ຢູ່​ປະ​ເທດກຳປູເຈຍ ກໍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ. ​ແຕ່​ດ້ວຍ​ຫົວຄິດ​ປະດິດ​ສ້າງ, ເຈດຈຳນົງ​ສູ້ຊົນພະຍາຍາມ ​ແລະ ຈິດ​ໃຈ​ຮ່ວມ​ມື, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ, ບັນດາ​ວິ​ສາ​ຫະກິດ ​ໄດ້​ຮັກສາ​ສະຖຽນ​ລະ​ພາບ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ.

ພ້ອມ​ກັນ​ນັ້ນ, ບັນດາ​ວິ​ສາ​ຫະກິດ ​ກໍ່​ເອົາ​ໃຈ​ໃສ່ ​ແລະ ​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຄົນ​ທຸກ​ຍາກ​ຢູ່ກຳປູ​ເຈຍ; ຫຼາຍ​ໂຄງການ​ອຸປະຖຳ​ເງິນ, ສະບຽງ​ອາຫານ, ການ​ແພດ​ ໄດ້​ຊ່ວຍ​ເຫຼືອ​ປະຊາຊົນ​ກຳປູ​ເຈຍ ​ແລະ ຄົນ​ທຸກ​ຍາກ​ຢ່າງ​ທັນ​ການ; ໜູນ​ຊ່ວຍ​ເງິນ ​ແລະ ວັດສະດຸ​ກໍ່ສ້າງ ​ເພື່ອ​ກໍ່ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຊາວ​ກຳປູ​ເຈຍ ທີ່​ທຸກ​ຍາກ​ ທີ່ຕ້ອງ​ຍ້າຍ​ອອກ​ຈາກ Sea Lake ​ໄປ​ຍັງ​ແຜ່ນດິນ​ໃຫຍ່; ມອບ​ເງິນ​ໃຫ້​ລັດຖະບານ, ສະພາກາ​ແດງ​ກຳປູ​ເຈຍ ​ເພື່ອ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19.

ທ່ານປະທານປະເທດ ພົບປະບັນດາວິສາຫະກິດຫວຽດນາມ ຢູ່ ກຳປູເຈຍ
ທ່ານປະທານປະເທດ ພົບປະບັນດາວິສາຫະກິດຫວຽດນາມ ຢູ່ ກຳປູເຈຍ. (ພາບ: nhandan)

ພິ​ເສດ, ​ສະ​ໂມ​ສອນ​ວິ​ສາ​ຫະກິດ ຫວຽດນາມ ປະຈຳ ກຳປູ​ເຈຍ (VBCC) ໄດ້​ສົມທົບ​ກັບ​ສະຖານທູດ ​ໃນການຊຸກຍູ້​ໂຄງການ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ລາຍຮັບ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຄົນ​ທຸກ​ຍາກ​ຢູ່ກຳປູ​ເຈຍ ​ໃນ​ບັນດາ​ໂຄງການ​ກະສິກຳ, ໜູນ​ຊ່ວຍ​ລັດຖະບານ ກຳປູ​ເຈຍ ຫຼຸດຜ່ອນ​ຄວາມທຸກ​ຍາກ ​ຢູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫຼີກ; ຊ່ວຍໃຫ້ບັນດາວິສາຫະກິດສືບຕໍ່ມີສະຖຽນລະພາບ ແລະ ພັດທະນາ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ວິ​ສາ​ຫະກິດ ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ກີດຂວາງ​ບາງ​ຢ່າງ ​ຄື: ຂາດ​ແຮງ​ງານ​ທີ່​ມີ​ຄວາມ​ຊຳນານ, ຄວາມ​ຫຍຸ້ງຍາກ​ໃນ​ການ​ກູ້​ຢືມ​ເງິນ​ຈາກ​ທະນາຄານ; ລະບຽບ​ການ​ພາສີ ​ແລະ ​ມີ​ຄຳສະເໜີ​ແນະ​ບາງ​ຢ່າງ​ຕໍ່​ລັດຖະບານ​ຫວຽດນາມ ​ແລະ ກຳປູ​ເຈຍ ​ເພື່ອ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ພັດທະນາ​ຢ່າງ​ໝັ້ນຄົງ.

ພາຍຫຼັງ​ໄດ້​ຮັບ​ຟັງ​ຄຳ​ປາ​ໄສ​ຂອງ​ບັນດາ​ຜູ້​ຕາງໜ້າ​ວິ​ສາ​ຫະກິດ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຮູ້ສຶກ​ດີ​ໃຈ​ ເມື່ອ​ທ່າ​ອ່ຽງ​ການ​ລົງທຶນ​ຂອງ​ຫວຽດນາມ​ໄດ້​ດີ​ຂຶ້ນ, ​ກໍ່ຄື ​ການ​ຕັດສິນ​ໃຈ​ຂອງ​ວິ​ສາ​ຫະກິດ​ທີ່​ມີ​ປະສົບ​ການ. ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ບົດບາດ​ຂອງ​ວິ​ສາ​ຫະກິດ ​ແມ່ນ​ສຳຄັນ​ທີ່​ສຸດ ​ແລະ ຍ້ອງຍໍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ວິ​ສາ​ຫະກິດຫວຽດນາມ ຢູ່ ກຳປູ​ເຈຍ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ຈະ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝ່າຍກຳ​ປູ​ເຈຍ ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ ຫວຽດນາມ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ.

ຕາມ​ທ່ານ​ປະທານ​ປະ​ເທດ​ແລ້ວ, ປະຊາ​ຄົມ​ວິ​ສາ​ຫະກິດຫວຽດນາມ ຕ້ອງສວມ​ບົດບາດ​ຕັ້ງໜ້າ, ​ເລີ່​ມຕົ້ນ ​ແລະ ສ້າງ​ກຳລັງ​ໜູນ​ໃໝ່​ໃນ​ການ​ຄ້າ ​ແລະ ການ​ລົງທຶນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ໃນດ້ານ​ເສດຖະກິດ. ຄາດ​ວ່າ​ໃນ​ປີ 2021, ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ - ກຳ​ປູ​ເຈຍ​ ຈະບັນ​ລຸ​ໄດ້​ປະ​ມານ 10 ຕື້ USD ແລະ ຫວຽດ​ນາມ ແມ່ນ​ຕະ​ຫລາດ​ຊົມ​ໃຊ້​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ກຳ​ປູ​ເຈຍ​ຫລາຍ​ທີ່​ສຸດ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ມອບ​​ເອກະສານ​ຮ່ວມ​ມື ​ລະຫວ່າງບັນດາ​ວິ​ສາ​ຫະກິດຫວຽດນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຸດ​ທ້າຍ ​ໃນ​ການ​ຢ້ຽມຢາມ​​ກຳປູ​ເຈຍ​ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ. ຕອນ​ບ່າຍ​ວັນ​ທີ 22 ທັນວາ​ນີ້, ທ່ານ​ປະທານ​ປະ​ເທດ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ກັບ​ຄືນເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ກຳປູ​ເຈຍ​ຢ່າງ​ຈົບງາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.