ຊາວຫວຽດນາມ ຢູ່ Johor ສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະໂລກລະບາດ

16:27 | 23/12/2021

ຍສໝ - ຄະນະປະສານງານ​ຊຸມ​ຊົນ​ຫວຽດ​ນາມ ຢູ່ Johor (ມາ​ເລ​ເຊຍ) ຫາ​ກໍ່​ຈັດ​ຕັ້ງ​ພິ​ທີ​ສະ​ຫຼຸບ​ວຽກ​ງານ​ໃນ​ປີ 2021 ແລະ ທິດ​ທາງ​ປີ 2022.

ບົດທີ 5: ຫ້າວຽກງານຈຸດສຸມກ່ຽວກັບຊາວຫວຽດນາມອາໄສຢູ່​ຕ່າງປະເທດ ບົດທີ 5: ຫ້າວຽກງານຈຸດສຸມກ່ຽວກັບຊາວຫວຽດນາມອາໄສຢູ່​ຕ່າງປະເທດ
ບົດທີ 4: ຄວາມປາດຖະໜາ ແລະ ແຜນການຈະເລີນຮຸ່ງເຮືອງ ບົດທີ 4: ຄວາມປາດຖະໜາ ແລະ ແຜນການຈະເລີນຮຸ່ງເຮືອງ
ຊາວຫວຽດນາມ ຢູ່ Johor ສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະໂລກລະບາດ
ຊາວຫວຽດນາມ ຢູ່ Johor ສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະໂລກລະບາດ.

ທ່ານຫົວໜ້າ​ຄະນະປະສານງານຊາວ​ຫວຽດນາມ ປະຈຳ​ລັດ Johor ຫງວຽນ​ຮົ່ງ​ເຊີນ ​ໃຫ້​ຮູ້​ວ່າ: ພະຍາດ​ລະບາດ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ ​ແລະ ລາຍ​ຮັບ​ຂອງ​ຊາວ ຫວຽດນາມ ຢູ່​ທີ່​ນີ້​ຢ່າງ​ຮ້າຍ​ແຮງ. ຫຼາຍຄົນຫວ່າງງານ ຫຼືຕ້ອງພັກວຽກດົນໆ, ຊີວິດການເປັນຢູ່ປະສົບຄວາມຫຍຸ້ງຍາກຫຼາຍຢ່າງ.

ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ຄະນະ​ປະສານງານຊຸມຊົນຫວຽດນາມ ຢູ່​ລັດ Johor ​ໄດ້​ຮັບ​ການ​ຊີ້​ນຳ ​ແລະ ໜູນ​ຊ່ວຍ​ຢ່າງ​ທັນ​ການ​ຈາກ​ສະຖານທູດ ​ແລະ ການ​ສະໜັບສະໜູນ​ຢ່າງ​ໃກ້ຊິດ​ຂອງ​ບັນດາ​ວິ​ສາ​ຫະກິດຫວຽດນາມ, ​ ບັນດາ​ກຸ່ມ​ອາສາ​ສະໝັກ. ຂອງຂວັນ​ນັບ​ພັນ​ພູດ​ໄດ້​ມອບໂດຍ​ກົງ​ໃຫ້ແກ່ຜູ້ທີ່ປະສົບກັບ​ສະພາບການ​ທີ່​ຫຍຸ້ງຍາກ, ຄົນ​ເຈັບ​ເປັນ​​ຫຼາຍຄົນ​ໄດ້​ຮັບ​ການ​ປິ່ນປົວ, ຄົນ​ຕິດ​ຄ້າງ​ຫຼາຍ​ຄົນ​ໄດ້​ຖືກ​ສົ່ງ​ກັບ​ຄືນ​ປະ​ເທດ.

ຄະນະປະສານງານຊຸມຊົນ​ຊາວ​ຫວຽດນາມ ຢູ່​ລັດ Johor ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ ດ້ວຍ​ເຄື່ອງໃຊ້ທີ່ຈຳ​ເປັນ ​ແລະ ຊອກ​ຫາ​ວິທີ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ເຈັບ​ປ່ວຍ, ​ປະສົບອຸບັດ​ຕິ​ເຫດ, ຮ່ວມ​ແຮງຮ່ວມໃຈກັບ​ສະຖານທູດ​ໃນບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຢູ່​ທ້ອງ​ຖິ່ນ​ອື່ນ... ດ້ວຍຄວາມຮັກແພງເໝືອນດັ່ງກັບຄອບຄົວດຽວກັນທີ່ມີຄວາມອົບອຸ່ນ, ເຕັມໄປດ້ວຍຄວາມຮັກແພງ.

ສະຖານທູດ ຫວຽດນາມ ປະຈຳ ມາ​ເລ​ເຊຍ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຊາວ ຫວຽດນາມ, ບັນດາ ໃພ້ ຫວຽດນາມ ທີ່​ໄດ້​ສັນຊາດ​ມາ​ເລ​ເຊຍ ແລະ ສົ່ງເສີມບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ໂຄງການ​ເຊື່ອມ​ຕໍ່ ​ແລະ ພັດທະນາ​ວິ​ສາ​ຫະກິດ​ຢູ່ ມາ​ເລ​ເຊຍ.

ໄຊພອນ

ເຫດການ
302 Found

Found

The document has moved here.