ປີ 2021 ຊາວຫວຽດນາມຢູ່ຕ່າງປະເທດສົ່ງເງິນກັບຄືນປະເທດ ຄາດວ່າຈະເພີ່ມຂຶ້ນ 10% ເມື່ອທຽບໃສ່ປີກ່ອນ

18:07 | 30/12/2021

ຍສໝ - ຫວ່າງແລ້ວນີ້, ທີ່ກອງປະຊຸມຂ່າວໂດຍທະນາຄານແຫ່ງລັດ ຫວຽດນາມ ຈັດຕັ້ງປະຕິບັດວຽກງານຂອງຂະແໜງການທະນາຄານປີ 2022 ໄດ້ຕອບສຳພາດຕໍ່ນັກຂ່າວຈາກສຳນັກຂ່າວສານຫວຽດນາມ, ທ່ານ ຮອງຜູ້ວ່າການທະນາຄານແຫ່ງລັດ ດ່າວມີງຕູ ໃຫ້ຮູ້ວ່າ: ຈຳນວນເງິນຕາຕ່າງປະເທດ ທີ່ຊາວຫວຽດນາມຢູ່ຕ່າງປະເທດສົ່ງກັບ ຫວຽດນາມ ໃນປີ 2021 ຄາດວ່າຈະບັນລຸ 12,5 ຕື້ USD, ເພີ່ມຂຶ້ນປະມານ 10% ເມື່ອທຽບໃສ່ປີ 2020.

​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ ​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ
ວຽກງານຈຸດສຸມຈໍານວນໜຶ່ງໃນປີ 2022 ຂອງສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ດັກລັກ ວຽກງານຈຸດສຸມຈໍານວນໜຶ່ງໃນປີ 2022 ຂອງສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ດັກລັກ
undefined
ພາບປະກອບ: internet

ທ່ານ ຮອງຜູ້ວ່າການທະນາຄານແຫ່ງລັດ ດ່າວມີງຕູ ໄດ້ຢືນຢັນວ່າ ນີ້ແມ່ນສະຖິຕິຂອງທະນາຄານແຫ່ງລັດ ແລະ ທຸກປີຕົວເລກສະຖິຕິຂອງທະນາຄານແຫ່ງລັດ ຖືເປັນຕົວເລກຢ່າງເປັນທາງການເມື່ອນຳໃຊ້ເຂົ້າໃນບັນດາບົດລາຍງານ, ຕີລາຄາ ເພາະທະນາຄານແຫ່ງລັດມີຄວາມຮັບຜິດຊອບໃນການຄຸ້ມຄອງລັດ ແລະ ໜ້າທີ່ສະຖິຕິຕົວເລກດັ່ງກ່າວ.

ຕາມ ທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ດ່າວມີງຕູ ແລ້ວ, ຈຳນວນເງິນຕາຕ່າງປະເທດ ທີ່ຊາວຫວຽດນາມ ຢູ່ຕ່າງປະເທດສົ່ງກັບຄືນປະເທດ ໃນປີນີ້ເພີ່ມຂຶ້ນປະມານ 10% ເມື່ອທຽບໃສ່ປີ 2020. ໃນນັ້ນ, ຈຳນວນເງິນຕາຕ່າງປະເທດ ທີ່ຊາວຫວຽດນາມ ຢູ່ຕ່າງປະເທດສົ່ງມາຜ່ານບັນດາອົງການສິນເຊື່ອມີປະມານ 7%, ບັນດາບໍລິສັດເງິນຕາຕ່າງປະເທດ ທີ່ຊາວຫວຽດນາມຢູ່ຕ່າງປະເທດສົ່ງມາ 28%, ຜ່ານໄປສະນີ 2%.

ທ່ານ ຮອງຜູ້ວ່າການທະນາຄານແຫ່ງລັດ ດ່າວມີງຕູ ໃຫ້ຮູ້ວ່າ ເຖິງວ່າໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຍັງມີຄວາມເອົາໃຈໃສ່ມຸ່ງສູ່ບ້ານເກີດເມືອງນອນ. ນີ້ແມ່ນແຫຼ່ງທຶນທີ່ສຳຄັນທີ່ສຸດໃນເງື່ອນໄຂຫຍຸ້ງຍາກທີ່ຮຽກຮ້ອງໃຫ້ມີທຶນການລົງທຶນ.

ກ່ອນໜ້ານີ້, ທະນາຄານໂລກ (WB) ແລະ ອົງການຮ່ວມມືສາກົນກ່ຽວກັບຄົນອົບພະຍົບ KNOMAD ຄາດຄະເນວ່າ ຫວຽດນາມ ຢືນອັນດັບ 8 ໃນໂລກ ແລະ ອັນດັບ 3 ໃນພາກພື້ນ ທະວີບ ອາຊີ - ປາຊີຟິກ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດສົ່ງເງິນກັບຄືນປະເທດ ໃນປີ 2021. ຈຳນວນເງິນຕາຕ່າງປະເທດ ທີ່ດັ່ງກ່າວ ໃນປີນີ້ຄາດວ່າບັນລຸ 18,1 ຕື້ USD, ສູງກວ່າ 17,2 ຕື້ USD ໃນປີ 2020, ເມື່ອ ຫວຽດນາມ ຢືນອັນດັບທີ 11 ຂອງໂລກ ໃນດ້ານເງິນຕາຕ່າງປະເທດ ທີ່ຊາວຫວຽດນາມຢູ່ຕ່າງປະເທດສົ່ງເງິນກັບຄືນປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.