ນັກ​ສຶກ​ສາ​​ຫວຽດ​ນາມ ຢູ່ຕ່າງປະເທດມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ ແລະ ແບ່ງ​ປັນ​ຊີ​ວິດ​ໃນ​ໄລຍະໂລກລະບາດ

14:22 | 04/01/2022

ຍສໝ - ແອງຮ່າວ, ຫວຽດຮວ່າ, ແມ້ງຖັ໊ງ, ແອງຄວາ, ທິຫວູ, ກິມງອກ... ແມ່ນນັກສຶກສາຫວຽດ​ນາມ ຢູ່ຕ່າງປະເທດທີ່ດີເດັ່ນດ້ວຍຫຼາຍຜົນງານໃນການສຶກສາ ແລະ ຄົ້ນຄວ້າ ຢູ່ຕ່າງປະເທດ. ສິ້ນສຸດປີ 2021, ໄວໜຸ່ມ 6 ຄົນໄດ້ແບ່ງປັນກ່ຽວກັບຊີວິດ ແລະ ປະສົບການ.

ຫວຽດນາມ ສະໜັບສະໜູນການເພີ່ມທະວີການຮ່ວມມື ລະຫວ່າງສະຫະປະຊາຊາດ ແລະ ສະຫະພາບອາຟຼິກາ ຫວຽດນາມ ສະໜັບສະໜູນການເພີ່ມທະວີການຮ່ວມມື ລະຫວ່າງສະຫະປະຊາຊາດ ແລະ ສະຫະພາບອາຟຼິກາ
ຫວຽດນາມ ແມ່ນແຫຼ່ງສະໜອງກາເຟໃຫຍ່ອັນດັບ 3 ຂອງອາເມລິກາ ຫວຽດນາມ ແມ່ນແຫຼ່ງສະໜອງກາເຟໃຫຍ່ອັນດັບ 3 ຂອງອາເມລິກາ

ຫງວຽນແອງຮ່າວ

​ເມື່ອ​ມີ​ອາຍຸ 23 ປີ, ຫງວຽນ​ແອງ​ຮ່າວ (​ແຂວງ​ກຽນ​ຢາງ) ​ໄດ້​ຮັບ​ທຶນການສຶກສາ 8 ຕື້​ດົ່ງ ​ໃນຂະແໜງ​ເຄມີ​ສາດ ຈາກ​ມະຫາວິທະຍາ​ໄລ​ວໍ​ຊິງ​ຕັນ, ອາ​ເມ​ລິ​ກາ.

ໃນປີຜ່ານມາ, ວຽກງານຄົ້ນຄວ້າຂອງ ແອງຮ່າວ ຂ້ອນຂ້າງຊ້າລົງ ເພາະແຕ່ລະຄັ້ງທີ່ຈະຊື້ສານເຄມີ ແລະ ເຄື່ອງມືຄົ້ນຄວ້າ, ຈະຕ້ອງລໍຖ້າແຕ່ 2 ຫາ 3 ເດືອນ. ​ເມື່ອ​ຕ້ອງ​ຄົ້ນ​ຄ້ວາ ​ແລະ​ເຮັດ​ວຽກ​ເປັນ​ຜູ້​ຊ່ວຍສິດ​ສອນ​ທາງ​ອອນ​ລາຍ​ເປັນ​ປະຈຳຢູ່ບ້ານ, ແອງຮ່າວ ຍັງ​ໄດ້​ໃຊ້​ເວລາ​ເພື່ອ​ຮ່ຳຮຽນ​ເອົາ​ຄວາມ​ຮູ້ ​ແລະ ທັກສະ​ໃໝ່​ເພື່ອ​ພັດທະນາ​ຕົນ​ເອງ.

ນັກ​ສຶກ​ສາ​​ຫວຽດ​ນາມ ຢູ່ຕ່າງປະເທດມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ ແລະ ແບ່ງ​ປັນ​ຊີ​ວິດ​ໃນ​ໄລຍະໂລກລະບາດ
ນອກຈາກ​ທຶນການ​ສຶກສາ​ໄປ​ສຶກສາ, ຄົ້ນຄວ້າ​ຢູ່​ຕ່າງປະ​ເທດແລ້ວ, ແອງຮ່າວ ຍັງ​ມີ​ບັນດາ​ຜົນງານ​ດີ​ເດັ່ນ​ຢູ່ ອາ​ເມ​ລິ​ກາ ​ເຊັ່ນ: ລາງວັນ​ນັກ​ສຶກສາ​ດີ​ເດັ່ນ​ດ້ານ​ວັນນະຄະດີ - Pierce College; ລາງວັນນັກສຶກສາຕ່າງປະເທດດີເດັ່ນ - Pierce College... ພາບ: tienphong.vn

ຫວ່າງ​ມໍ່ໆ​ມາ​ນີ້, ແອງຮ່າວ ​ໄດ້​ຮັບສະເໜີໃນລາງວັນ “ອາຈານ​ດີ​ເດັ່ນ​ຂອງ​ມະຫາວິທະຍາ​ໄລ​ວໍ​ຊິງ​ຕັນ”...

​ໂດຍ​ໄດ້​ຮັບ​ທຶນ​ການສຶກສາຄົ້ນຄວ້າ​ເຄມີສາດ, ແອງຮ່າວ ຖື​ວ່າ ນີ້​ແມ່ນ​ໂອກາດ​ດີ​ເພື່ອ​ຕອບ​ສະໜອງ​ຄວາມ​ສົນ​ໃຈ​ໃນ​ການ​ຄົ້ນ​ຄ້ວາ ​ແລະ ຊອກຮູ້ຢ່າງເລິກ​ເຊິ່ງກ່ຽວ​ກັບ​ຂົງເຂດທີ່​ຕົນ​ມີ​ຄວາມ​ເມົາມົວຫຼົງໄຫຼ.

ນັກ​ສຶກ​ສາ​​ຫວຽດ​ນາມ ຢູ່ຕ່າງປະເທດມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ ແລະ ແບ່ງ​ປັນ​ຊີ​ວິດ​ໃນ​ໄລຍະໂລກລະບາດ

ຫງວຽນແອງຮ່າວ. ພາບ: tienphong.vn

ຫງວຽນ​ຮວິ່ງແອງຄວາ

ກ່ອນ​ນີ້ 5 ປີ, ຫງວຽນ​ຮວິ່ງແອງຄວາ (ເກີດ​​ປີ 1999, ຢູ່​ນະຄອນ​ໂຮ່ຈີ​ມິນ) ​ໄດ້​ເດີນ​ທາງໄປ​ອາ​ເມ​ລິ​ກາ ​ເພື່ອທົດສອບ​​ບັນດາ​ຂໍ້​ຈຳກັດ​ຂອງ​ຕົນ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ. ມາ​ຮອດ​ປະຈຸ​ບັນ, ແອງຄວາ ​ໄດ້​ມີ​ຄວາມ​ພໍ​ໃຈ​ສ່ວນໃດສ່ວນ​ໜຶ່ງ​ຕໍ່​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ນັ້ນ ​ເມື່ອ​ບັນລຸໄດ້ລາງວັນ​ຫຼາຍ​ຢ່າງ ​ແລະ ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ຖານະ​ເປັນ​ວິສະວະກອນ​ຊອບ​ແວ.

ນັກ​ສຶກ​ສາ​​ຫວຽດ​ນາມ ຢູ່ຕ່າງປະເທດມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ ແລະ ແບ່ງ​ປັນ​ຊີ​ວິດ​ໃນ​ໄລຍະໂລກລະບາດ
ຫງວຽນ​ຮວິ່ງແອງຄວາ. ພາບ: tienphong.vn

ຫຼັງຈາກຮຽນຈົບ, ນັກສຶກສາປະລິນຍາຕີໃຫມ່ຂະແໜງວິທະຍາສາດຄອມພິວເຕີຈາກ ມະຫາວິທະຍາໄລວໍຊິງຕັນ ກໍ່ໄດ້ຮັບການເຊື້ອເຊີນໃຫ້ເຮັດວຽກເປັນວິສະວະກອນ ຊອບແວຂອງບໍລິສັດ Amazon ດ້ວຍເງິນເດືອນທີ່ຫນ້າສົນໃຈ. ແອງຄວາ ຖື​ວ່າ​ນີ້​ແມ່ນບາດລ້ຽວ​ທີ່​ສໍາ​ຄັນ​ໃນ​ເສັ້ນ​ທາງ​ການ​ເຮັດ​ວຽກ​ຂອງ​ຕົນ​ໃນ​ອາ​ຍຸ 21 ປີ​.ໜຶ່ງ​ໃນ​ບັນ​ດາ​ຜົນ​ງານ​ທີ່​ພົ້ນ​ເດັ່ນ​ຂອງ ​ແອງຄວາ ​ແມ່ນ​ນັກ​ປະ​ພັນກິດຈະກຳ​ຄົ້ນ​ຄ້​ວາ ProtoSound.

ນັກ​ສຶກ​ສາ​​ຫວຽດ​ນາມ ຢູ່ຕ່າງປະເທດມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ ແລະ ແບ່ງ​ປັນ​ຊີ​ວິດ​ໃນ​ໄລຍະໂລກລະບາດ
ໂດຍໄດ້ຢູ່ຕ່າງປະເທດເປັນເວລາຫຼາຍປີ, ບາງທີຄວາມຮູ້ສຶກທີ່ໂສກເສົ້າທີ່ສຸດຂອງ ແອງຄວາ ຍັງແມ່ນຄວາມໂດດດ່ຽວດຽວດາຍເມື່ອໄປເຮັດວຽກໃນຊວງປີໃໝ່ປະຈຳຊາດ. ພາບ: tienphong.vn

ສິ້ນສຸດປີ 2021 ທີ່ເຕັມໄປດ້ວຍການຜັນປ່ຽນ, ແອງຄວາ ແບ່ງປັນສານທີ່ວ່າ: “ຢ່າປ່ອຍໃຫ້ຄວາມດູໝີ່ນ ຫຼື ການເຍົ້າຍວນຂອງບາງສິ່ງບາງຢ່າງ ບ່ຽງເບນເຈົ້າ ອອກຈາກເສັ້ນທາງຂ້າງໜ້າ, ແຕ່ຢ່າຢ້ານທີ່ຈະບຸກບືນເຂົ້າໃສ່ຂົງເຂດແປກໃໝ່, ຈົ່ງຮຽນຮູ້ສິ່ງທີ່ໜ້າສົນໃຈ ແລະ ຄົ້ນຄວ້າໂລກອ້ອມຕົວເຮົາ. ການເພີ່ມທັກສະໃໝ່ໃຫ້ຕົນເອງສາມາດຊ່ວຍເຮົາໃນເສັ້ນທາງທີ່ຍາວໄກໃນຕໍ່ໜ້າ...".

ຫວູຟານຫວຽດຮວາ

ຫວູຟານຫວຽດຮວາ (ເກີດປີ 1996) ປະຈຸບັນແມ່ນນັກຄົ້ນຄວ້າ ຢູ່ອົງການຄົ້ນ ຄວ້າການບິນ ແລະ ອາວະກາດແຫ່ງຊາດຝຣັ່ງ (ONERA). ກ່ອນ​ນັ້ນ, ນາງ​ໄດ້​ຮຽນ​​ປະລິນຍາ​ໂທ​ຢູ່​ມະຫາວິທະຍາ​ໄລ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຮ່າ​ໂນ້ຍ (USTH) ​ແລະ ພ້ອມທັງກໍ່​ໄດ້​ຮັບໃບປະກາດສະນີຍະບັດຢູ່​ມະຫາວິທະຍາ​ໄລ Paris Diderot, ລົງເລິກສະເພາະຂະແໜງວິ​ທະ​ຍາ​ສາດ​ອາ​ວະ​ກາດ.

ພາຍຫຼັງຮຽນຈົບປະລິນຍາໂທຢູ່ຫວຽດນາມ, ຮວາ ສືບຕໍ່ເຮັດວຽກເປັນນັກຄົ້ນຄວ້າ ຢູ່ອົງການຄົ້ນຄວ້າການບິນ ແລະ ອາວະກາດແຫ່ງຊາດຝຣັ່ງ. ​ເຖິງ​ວ່າ​ຈະ​ມີ​ປະສົບ​ການເຄີຍ​ຢູ່​ປະ​ເທດ​ຝຣັ່ງ​ເພື່ອ​ຝຶກ​ອົບຮົມມາ​ກ່ອນກໍ່ຕາມ, ​ແຕ່ຮວາ ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ບໍ່​ຮູ້​ພາສາ​ຝຣັ່ງຫຼາຍ. ຮວາ ໃຫ້ຮູ້ວ່າ: “ປະຈຸ​ບັນ, ຂ້າພະ​ເຈົ້າ​ພວມ​ມານະ​ພະຍາຍາມ​ຮຽນ​ພາສາ​ຕ່າງປະ​ເທດ​ດ້ວຍ​ຕົນ​ເອງ ​ເພື່ອສາມາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​​ພາສາ​ຝຣັ່ງ ​ແລະ ປັບຕົວເຂົ້າກັບ​ຊີວິດ​ໃໝ່​ໄດ້​ງ່າຍດາຍກວ່າ.”

ນັກ​ສຶກ​ສາ​​ຫວຽດ​ນາມ ຢູ່ຕ່າງປະເທດມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ ແລະ ແບ່ງ​ປັນ​ຊີ​ວິດ​ໃນ​ໄລຍະໂລກລະບາດ
ຄວາມມຸ່ງມາດປາດ​ຖະໜາ​ຢາກ​ເປັນ​ຄູ​ສອນ​ແຕ່​ຍັງ​ນ້ອຍ, ​ແຕ່​ຫວຽດຮວາ “​ ເດັດດ່ຽວ” ​ເລືອກ​ເອົາ​ວິຊາ​ຮຽນ​ໃໝ່​ເພື່ອ​ລອງກໍາລັງຄວາມສາມາດຂອງຕົນ. ພາບ: tienphong.vn

ຫງວຽນແມ້ງຖັ໊ງ

ຫງວຽນແມ້ງຖັ໊ງ (ເກີດປີ 1996) ປະຈຸບັນກຳລັງຮຽນປະລິນຍາໂທ ໃນຂົງເຂດ ເຕັກໂນໂລຢີ ແລະ ວິທະຍາສາດ ສະບຽງອາຫານ ຢູ່ ສ.ເກົາຫຼີ. ປະຈຸບັນ, ຖັ໊ງມີຄວາມຄ່ອງແຄ້ວໃນສອງພາສາຕ່າງປະເທດລວມມີ ພາສາ ສ.ເກົາຫຼີ ແລະ ພາສາອັງກິດ, ມີ GPA ບັນລຸ 4.5/4.5.

ພາຍຫຼັງຮຽນຈົບປະລິນຍາຕີຈາກມະຫາວິທະຍາໄລແຫ່ງຊາດ Chungnam (ສ.ເກົາຫຼີ), ຖັ໊ງ ໄດ້ກັບເມືອຫວຽດນາມ ໂດຍໄດ້ເຮັດວຽກໃນຫຼາຍຕຳແໜ່ງ. 1 ປີຕໍ່ມາ, ຖັ໊ງສືບຕໍ່ໄດ້ຮັບທຶນການສຶກສາ ຈາກອາຈານທີ່ມະຫາວິທະຍາໄລ ແຫ່ງຊາດ Chungnam ແລະ ໄດ້ຮຽນຕໍ່ປະລິນຍາໂທຈົນເຖິງປັດຈຸບັນ.

​ພະຍາດ​ໂຄ​ວິດ-19 ສຳລັບ ແມ້ງຖັ໊ງ ເວົ້າ​ສະ​ເພາະ ​ແລະ ​ນັກ​ສຶກສາ​ຕ່າງປະ​ເທດ​ເວົ້າລວມແລ້ວ ​​ແມ່ນທີ່​ສິ່ງ​ທ້າ​ທາຍບໍ່ແມ່ນໜ້ອຍ​ໆ. ເຖິງຢ່າງໃດກໍຕາມ, ຖັ໊ງໄດ້ປັບຕົວກັບການດຳລົງຊີວິດໂດຍໄວ ແລະ ເປັນເຈົ້າການກວ່າໃນທຸກສະຖານະການດ້ວຍບັນດາແຜນການທີ່ວາງໄວ້ແລ້ວ.

ນັກ​ສຶກ​ສາ​​ຫວຽດ​ນາມ ຢູ່ຕ່າງປະເທດມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ ແລະ ແບ່ງ​ປັນ​ຊີ​ວິດ​ໃນ​ໄລຍະໂລກລະບາດ
ຖັ໊ງ ກ່າວ​ວ່າ ​ເມື່ອ​ໜຶ່ງ​ປີ​ກ່ອນ​ເຄີຍ​ກັບ​ເມືອ​ບ້ານ 1-2 ຄັ້ງ ​ແຕ່​ປະຈຸ​ບັນ ສິ່ງ​ນີ້​ໄດ້​ກາຍ​ເປັນ​ສິ່ງ​ທີ່​ຫຍຸ້ງຍາກ​ກວ່າເກົ່າ. ພາບ: tienphong.vn

ຫງວຽນກິມງອກ

ຫງວຽນກິມງອກ (ເກີດປີ 1999, ຢູ່ນະຄອນໂຮ່ຈີມິນ) ປະຈຸບັນແມ່ນນັກ ສຶກສາຕ່າງປະເທດຂະແໜງເຄມີຊີວະສາດ ແລະ ຊີວະສາດໂມເລກຸນ ຢູ່ມະຫາວິທະຍາໄລ Clark, ອາເມລິກາ.

​ໃນ​ໄລຍະ​ຮຽນ​ຢູ່​ອາ​ເມ​ລິ​ກາ, ງອກ​ ຍາມໃດກໍ່ມີ​ຄວາມ​ເຊື່ອ​ວ່າ: “ປະຕູ​ສູ່​ການ​ຄົ້ນຄວ້າ​ວິທະຍາສາດຍາມໃດກໍ່ເປີດຢ່າງກວ້າງຂວາງ ແລະ ບໍ່ຈຳກັດເພດ. ຖ້າເຈົ້າຕັ້ງຈຸດໝາຍປາຍທາງເມື່ອກ້າວເຂົ້າໄປໃນປະຕູນັ້ນ, ມັນຈະເປັນ "ຂອບຟ້າ" ໃຫ້ພວກເຮົາສະແດງອອກຢ່າງເສລີ”.

ນອກ​ຈາກ​ການ​ຮ່ຳ​ຮຽນ​ແລ້ວ, ກິມ​ງອກ ​ຍັງ​ເປັນນັກ​ບັນ​ນາ​ທິ​ການ​ຂອງ​ວາລະສານ​ຄົ້ນ​ຄ​ວ້າໃນໂຮງ​ຮຽນ ທັງເປັນ​ນັກກໍານົດທິດ​​ໃຫ້​​ນັກ​ຮຽນ​ລຸ້ນນ້ອງ. ງອກ ຍັງໄດ້ເຂົ້າຮ່ວມໃນສະພາຫຼາຍຮູບຫຼາຍແບບ ແລະ ກົມກຽວ ຂອງພະແນກຊີວະພາບ ມະຫາວິທະຍາໄລ Clark ເພື່ອສົ່ງເສີມ ແລະ ເພີ່ມຈໍານວນນັກສຶກສາໃນພະແນກທີ່ມາຈາກທຸກໆປະເທດໃນໂລກ.

ປະຈຸ​ບັນ, ນັກ​ສຶກສາ​ຍິງ​ຄົນ​ນີ້​ພວມ​ຄົ້ນຄວ້າ​ວິທີ​ການ​ນຳ​ໃຊ້ “peptides” ​ແລະ “peptidomimetic” ຊ່ວຍ​ປິ່ນປົວ​ພະຍາດ​ມະ​ເຮັງ.

ນັກ​ສຶກ​ສາ​​ຫວຽດ​ນາມ ຢູ່ຕ່າງປະເທດມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ ແລະ ແບ່ງ​ປັນ​ຊີ​ວິດ​ໃນ​ໄລຍະໂລກລະບາດ
ຫວ່າງ​ມໍ່ໆ​ມາ​ນີ້, ນັກ​ສຶກສາ​ຍິງ​ຫວຽດນາມທີ່ຮຽນຢູ່ຕ່າງປະເທດ ເປັນກຽດ​ໄດ້​ຮັບເລືອກຈາກ​​ສະມາຄົມ​ເຄມີ​ອາ​ເມ​ລິ​ກາ ​ໃຫ້​ເປັນ​ໜຶ່ງ​ໃນ​ນັກ​ເຄມີ​ໜຸ່ມ​ທີ່​ມີແງ່ຫວັງ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ: “ການ​ພົບ​ປະທີ່ຍາວ​ນານລະຫວ່າງ​ນັກວິທະຍາສາດ​ທີ່​ມີ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ດີເດັ່ນ (LEADS)” ຢູ່​ລັດ Washington. ພາບ: tienphong.vn

ເຈືອງສີທິຫວູ

ພາຍຫຼັງ​ຜ່ານ​ຮອບ​ຄັດ​ເລືອກ​ຢ່າງ​ເຄັ່ງ​ຄັດ, ​ໃນ​ນັ້ນ​ມີ​ຮອບ​ສຳພາດ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງສາດສະດາ​ຈານ ​ແລະ ນັກ​ຊ່ຽວຊານ​ຈາກ​ບັນດາ​ມະຫາວິທະຍາ​ໄລ ແຖວໜ້າໂລກໃນຂົງເຂດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຊັ້ນ​ນຳ​ຂອງ​ໂລກ, ​ເຈືອງສີທິຫວູ ໄດ້ມີຄວາມດີເດັ່ນ ສາມາດບັນລຸ​ໄດ້ທຶນການສຶກສາຮຽນປະລິນຍາໂທກ່ຽວກັບວິທະຍາສາດ ຖານຂໍ້ມູນໂປຼແກຼມ ຂອງມະຫາວິທະຍາໄລ California ໃຕ້ ຢູ່ອາເມລິກາ ເມື່ອບໍ່ດົນມານີ້.

ປະຈຸ​ບັນ, ​ເມື່ອ​ກ້າວ​ເຂົ້າ​ສູ່​ສະພາບ​ແວດ​ລ້ອມ​ໃໝ່, ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ເບື້ອງ​ຕົ້ນ​ກໍ່ຕາມ, ​ແຕ່​ຫວູ ​ໄດ້ປັບ​ຕົວ​ຢ່າງ​ວ່ອງ​ໄວ.

ນັກ​ສຶກ​ສາ​​ຫວຽດ​ນາມ ຢູ່ຕ່າງປະເທດມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ ແລະ ແບ່ງ​ປັນ​ຊີ​ວິດ​ໃນ​ໄລຍະໂລກລະບາດ
​ຫວູ ກໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ຄື: ​ໄດ້​ຮັບ​ທຶນ​ການສຶກສາ​ຝຶກ​ງານ​ຢູ່​ຝລັ່ງ, USTH (2019); ທຶນການສຶກສາ A2 ສໍາລັບນັກສຶກສາທີ່ດີເລີດ, USTH (2017 - 2019); ລາງວັນທີ 3 ໃນການແຂ່ງຂັນຄອມພິວເຕີລະດັບເມືອງ, CVA (2017); ລາງວັນຊົມເຊີຍໃນການແຂ່ງຂັນຄອມພິວເຕີລະດັບເມືອງ, CVA (2016); ໄດ້ຮັບໃບປະກາດສະນີຍະບັດ DELF B1 ພາສາຝຣັ່ງ... ພາບ: tienphong.vn

ບູນມີ

ເຫດການ
302 Found

Found

The document has moved here.