ເສີມຂະຫຍາຍແຫຼ່ງກຳລັງ, ນ້ຳໃຈຮັກຊາດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມຸ່ງສູ່ບ້ານເກີດເມືອງນອນ, ປະເທດຊາດ

16:25 | 27/12/2021

ຍສໝ - ເມື່ອບໍ່ດົນມານີ້, ຄະນະ​ໂຄສະນາ​ສຶກສາ ຄະນະ​ພັກ​ນະຄອນ ​ແລະ ຄະນະ​ກຳມະການ​ກ່ຽວກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍວຽກງານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່.

ດົ່ງນາຍ: ມີຜູ້ແທນປະມານ 350 ຄົນຈະເຂົ້າຮ່ວມການພົບປະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີ 2021 ດົ່ງນາຍ: ມີຜູ້ແທນປະມານ 350 ຄົນຈະເຂົ້າຮ່ວມການພົບປະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີ 2021
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ເສີມຂະຫຍາຍແຫຼ່ງກຳລັງ, ນ້ຳໃຈຮັກຊາດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມຸ່ງສູ່ບ້ານເກີດເມືອງນອນ, ປະເທດຊາດ
ກອງ​ປະຊຸມ​ຜັນ​ຂະຫຍາຍວຽກງານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່. ພາບ: TTXVN

ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາໜ່ວຍງານພົວພັນຊາວຫວຽດນາມ ຢູ່​ຕ່າງປະ​ເທດ ແລະ ບັນດາ​ຫົວໜ່ວຍ​ທີ່ກ່ຽວຂ້ອງ​ກວດກາ​ຄືນ​ວຽກ​ງານ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຕົນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້; ພ້ອມ​ກັນ​ນັ້ນ ກໍ​ຍົກ​ສູງ​ປະສິດທິ​ຜົນ, ​ຜົນສັກສິດ​ຂອງ​ວຽກ​ງານ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ໃຫ້​ດີ​ຂຶ້ນ.

ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ບັນດາໜ່ວຍງານພົວພັນຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ເອົາໃຈໃສ່​ຂອງ​ພັກ ​ແລະ ລັດ ​ໃນ​ການ​ສົ່ງເສີມ, ລະດົມກໍາລັງໃຈ, ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນ​ຫຼາຍ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຢູ່​ພາຍ​ໃນ​ປະ​ເທດ ກໍ່ຄືມີທີ່​ຕັ້ງ​ດ້ານ​ກົດ​ໝາຍ​ອັນ​ໝັ້ນຄົງ, ການ​ພັດ​ທະ​ນາ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ​ຂອງ​ປະ​ເທດ​ປະຈໍາຖິ່ນ.

​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຢືນຢັນ​ວ່າ ຍາມ​ໃດ​ກໍ່​ມຸ່ງ​​ສູ່ບ້ານ​ເກີດ​ເມືອງ​ນອນ, ປາດ​ຖະໜາ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່.

ໄຊພອນ

ເຫດການ
302 Found

Found

The document has moved here.