ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​

12:31 | 24/12/2021

ຍສໝ - ຕອນ​ເຊົ້າ​ວັນ​ທີ 22 ທັນວາ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມທາງລັດຖະກິດ ກຳປູ​ເຈຍ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ ​ແລະໂອ້ລົມສົນ ທະນາ​ກັບ​ພະນັກງານ​ສະຖານທູດຫວຽດນາມ ປະຈຳ ກຳປູ​ເຈຍ ​ແລະ ພົບ​ປະ​ກັບ​ຜູ້ຕາງໜ້າ​ວິ​ສາ​ຫະກິດ ​ແລະປະຊາ​ຄົມ​ຊາວຫວຽດນາມ ອາໄສຢູ່ ກຳປູ​ເຈຍ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕ້ອນຮັບ​ປະ​ທານ​ສະ​ມາ​ຄົມ​ຊາວ ສ.​ເກົາ​ຫຼີ ເຊື້ອຊາດຫວຽດນາມ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕ້ອນຮັບ​ປະ​ທານ​ສະ​ມາ​ຄົມ​ຊາວ ສ.​ເກົາ​ຫຼີ ເຊື້ອຊາດຫວຽດນາມ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ໄດ້​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ໄດ້​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ

ກ່າວ​ຄຳ​ເຫັນ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ແຈ້ງ​ວ່າ ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່ ກຳປູ​ເຈຍ ດຳ​ເນີນ​ໄປ​ຢ່າງ​ສຳ​ເລັດ​ຜົນ, 2 ປະ​ເທດ​ໄດ້​ລົງ​ນາມ​ເອກະສານ​ຮ່ວມ​ມື​ສຳຄັນ 7 ສະບັບ​ໃນ​ຫຼາຍ​ຂົງ​ເຂດ, ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃໝ່​ຢູ່ ຫວຽດນາມ ​ໃນໄລຍະຈະມາເຖິງ.

ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​
ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ກ່າວຄໍາເຫັນທີ່ການພົບປະ. ພາບ: TTXVN

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ໃຫ້​ພະນັກງານ, ພາລະກອນ​ສະຖານທູດ ສືບ​ຕໍ່​ປະຕິບັດວຽກງານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃຫ້​ເປັນຢ່າງດີ​ໃນ​ສະພາບ​ການ​ໃໝ່; ປະຕິບັດ​ໜ້າ​ທີ່​ປົກປ້ອງ​ພົນລະ​ເມືອງ, ໜູນ​ຊ່ວຍ​ຊີວິດການເປັນຢູ່ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃຫ້​ນັບ​ມື້​ນັບມີຫຼາຍກິດຈະກໍາ​ທີ່ແທດ​ຈິງ​ຂອງພໍ່ແມ່ປະຊາຊົນ ອວ່າຍໜ້າກັບເມືອ​ບ້ານ​ເກີດ​ເມືອງ​ນອນ, ປະກອບສ່ວນສ້າງບ້ານເກີດເມືອງນອນ, ປະ​ເທດ​ຊາດ​. ສະຖານທູດ ​ແລະສະມາຄົມ​​ຂະ​ແມ - ຫວຽດນາມ ປະຈຳກຳປູ​ເຈຍ, ປະຊາ​ຄົມ​ຊາວຫວຽດນາມ ຢູ່ກຳປູ​ເຈຍ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ສຶກສາ​ອົບຮົມ​ລຸ້ນໜຸ່ມ​ກ່ຽວ​ກັບ​ພາສາ​ຫວຽດ ​ແລະວັດທະນະທຳ​ຫວຽດ.

ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຈະສືບ​ຕໍ່​ສາມັກຄີ, ຮັກ​ແພງ ​ແລະອູ້ມຊູຊ່ວຍເຫຼືອ​ເຊິ່ງກັນ ​ແລະກັນ, ປະຕິບັດ​ກົດໝາຍ​ຂອງ​ປະ​ເທດປະຈໍາຖິ່ນ, ປະກອບສ່ວນໃຫ້ແກ່ການ​ພັດທະນາ​ປະ​ເທດ​ປະຈໍາຖິ່ນ ​ແລະປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຫວຽດນາມ-ກໍາປູເຈຍ.

ບູນມີ

ເຫດການ
302 Found

Found

The document has moved here.