​ຊ່ວຍເຫຼືອ​ຊາວຫວຽດ​ນາມ ອາໄສຢູ່ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ

19:07 | 29/12/2021

ຍສໝ - ຄະນະຕິດຕໍ່ Selangor ໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນ 50 ພູດ ໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານ, ຄອບຄົວແມ່ຍິງຫວຽດ ທີ່ເປັນໃພ້ຢູ່ມາເລເຊຍ.

ຫວຽດນາມ ຊ່ວຍເຫຼືອ ລາວປ້ອງກັນ, ຕ້ານພະຍາດໂຄວິດ-19 ຫວຽດນາມ ຊ່ວຍເຫຼືອ ລາວປ້ອງກັນ, ຕ້ານພະຍາດໂຄວິດ-19
ຊາວຫວຽດ​ນາມກວ່າ 283.000 ຄົນ ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຄົບ 2 ເຂັມ ຊາວຫວຽດ​ນາມກວ່າ 283.000 ຄົນ ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຄົບ 2 ເຂັມ

ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ມາເລເຊຍ ໄດ້ຈັດຕັ້ງການລະດົມການແຜ່ບໍລິຈາກ, ຊ່ວຍເຫຼືອພໍ່ແມ່ພີ່ ນ້ອງຊາວຫວຽດນາມ ທີ່ພວມເຮັດວຽກ, ອອກແຮງງານ ແລະດຳລົງຊີວິດຢູ່ລັດ Selangor ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມໃນໄລຍະຜ່ານມາ.

​ຊ່ວຍເຫຼືອ​ຊາວຫວຽດ​ນາມ ອາໄສຢູ່ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ
​ຊ່ວຍເຫຼືອ​ຊາວຫວຽດ​ນາມ ອາໄສຢູ່ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ. ພາບ: TTXVN

ດ້ວຍການຊ່ວຍເຫຼືອຈາກສະຖານທູດຫວຽດນາມ ປະຈຳມາເລເຊຍ, ຜູ້ໃຈບຸນໃຈ ກຸສົນ ພ້ອມດ້ວຍຄະນະຕິດຕໍ່ພົວພັນລັດ Penang, Johor ແລະ ກຸ່ມອາສາສະໝັກ, ຄະນະຕິດຕໍ່ Selangor ໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນ 50 ພູດ ໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານ, ຄອບຄົວແມ່ຍິງຫວຽດ ທີ່ເປັນໃພ້ຢູ່ມາເລເຊຍ. ຄວາມເອົາໃຈໃສ່, ແບ່ງປັນ ແລະ ໜູນຊ່ວຍຢ່າງທັນການຈາກສະຖານທູດ ແລະປະຊາຄົມຊາວ ຫວຽດນາມ ຢູ່ ມາເລເຊຍ ໄດ້ຊ່ວຍປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ຜ່ານຜ່າຄວາມຫຍຸ້ງຍາກ.

ບູນມີ