ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ ​1000 ທຶນໄປ​ສຶກ​ສາ​ຢູ່​ລັ​ດ​ເຊຍ

12:21 | 07/01/2022

ຍ​ສ​ໝ - ທຶນ​ການ​ສຶກ​ສາ​ຂອງ ລັດ​ຖະ​ບານ​ສະ​ຫະ​ພັນ ລັດ​ເຊຍ ສະ​ໜອງ​ທັງ​ໝົດ​ຄ່າ​ຮຽນ, ເງິນອຸດໜູນໃນແຕ່ລະ​ເດືອນ ແລະ ສັບ​ຊ້ອນ​ບ່ອນ​ກິນ​ຢູ່​ໃນ​ຫໍ​ພັກ​ດ້ວຍ​ຄ່າໃຊ້ຈ່າຍ​ຕ່ຳ. ນອກ​ຈາກ​ນັ້​ນ, ຍັງ​ໄດ້​ຮັບ​ເງິນ​ທົດ​ແທນ​ຈາກລັດ​ຖະ​ບານ ຫວຽດ​ນາມ ​ອີກ​ດ້ວຍ.

ສະຖານກົງ​ສູນໃຫຍ່​ລັດ​ເຊຍ: ການ​ພົວ​ພັນ​ລັດ​ເຊຍ - ຫວຽດ​ນາມ ຍັງ​ຄົງ​ເຂັ້ມ​ແຂງ​ໃນ​ໄລ​ຍະ​ໂລກ​ລະ​ບາດ ສະຖານກົງ​ສູນໃຫຍ່​ລັດ​ເຊຍ: ການ​ພົວ​ພັນ​ລັດ​ເຊຍ - ຫວຽດ​ນາມ ຍັງ​ຄົງ​ເຂັ້ມ​ແຂງ​ໃນ​ໄລ​ຍະ​ໂລກ​ລະ​ບາດ
VUFO ມອບ​ໃບ​ຍ້ອງ​ຍໍ​ໃຫ້​ແກ່ 49 ອົງ​ການ​ບໍ່​ຂຶ້ນ​ກັບ​ລັ​ດ​ຖະ​ບານຕ່າງປະເທດ ​ທີ່​ມີ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ໃນ​ປີ 2021 VUFO ມອບ​ໃບ​ຍ້ອງ​ຍໍ​ໃຫ້​ແກ່ 49 ອົງ​ການ​ບໍ່​ຂຶ້ນ​ກັບ​ລັ​ດ​ຖະ​ບານຕ່າງປະເທດ ​ທີ່​ມີ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ໃນ​ປີ 2021
ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ ​1000 ທຶນໄປ​ສຶກ​ສາ​ຢູ່​ລັ​ດ​ເຊຍ
ພາບ​ປະ​ກອບ: studyrussian.com

ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ໄດ້​ປະ​ກາດ​ຮັບ​ສະ​ໜັກ​ນັກ​ສຶກ​ສາ 1000 ຄົນ ໄປ​ຮຽນ​ຢູ່​ລ​ັດ​ເຊຍ ຕາມແຜນ​ການ​ທຶນການສຶກ​ສາ​ຢູ່ ສ​ະ​ຫະ​ພັນ ລັດ​ເຊຍ ປີ 2022 ດ້ວຍ​ຫຼາຍລະ​ດັບ: ປະ​ລິນ​ຍາ​ເອກ, ປະ​ລິນ​ຍາ​ໂທ, ປະ​ລິນ​ຍາ​ຕີ. ​ໄລ​ຍະ​ບຳ​ລຸງ​ສ້າງ​ແຕ່ 3 ເດືອນ ຫາ 5 ປີ, ອີງ​ຕາມ​ຫຼັກສູດ​ບຳ​ລຸງ​ສ້າງ ແລະ ປີ​ໜຶ່ງ​ທີ່​ຮຽນ​ກຽ​ມ​ພ​າ​ສາ​ລັດ​ເຊຍ.

ທຶນ​ການ​ສຶກ​ສາຂອງ ລັດ​ຖະ​ບານ ສະ​ຫະ​ພັນ ລັດ​ເຊຍ ຈະສະ​ໜອງ​ທັງ​ໝົດ​ຄ່າ​ຮຽນ, ເງິນອຸດໜູນ​ໃນ​ແຕ່ລະເດືອນ ແລະ ສັບ​ຊ້ອນ​ບ່ອນ​ກິນ​ຢູ່​ໃນ​ຫໍ​ພັກ​ດ້ວຍຄ່າໃຊ້ຈ່າຍ​ຕ່ຳ. ລັດ​ຖະ​ບານ ຫວຽດ​ນາມ ຈະ​ຈ່າຍ​ຄ່າ​ປິ້​​ຍົນ​ໄປ-ກັບ​ໜຶ່ງ​ຄັ້ງ, ຄ່າ​ເດີນ​ທາງ, ຄ່າ​ທຳ​ນຽມ​ເຮັດ​ວິ​ຊາ, ໜັງ​ສື​ຜ່ານ​ແດນ, ປະ​ກັນ​ໄພ​ສາ​ທາ​ລະ​ນະ​ສຸກ ແລະ ອອກ​ຄ່າ​ໃຊ້​ຈ່າຍ​ຕາມ​ແຕ​່​ລະ​ເດືອນ​ຕາມ​ຂໍ້​ກຳ​ນົດ.

ເງື່ອນ​ໄຂ​ການສະໝັກໂດຍ​ລວມ​ແມ່ນ ຜູ້​ສະ​ໝັກ​ຮັບ​ທຶນ​ການ​ສຶກ​ສາ​ຕ້ອງ​ມີ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຄຸນ​ສົມ​ບັດ​ທີ່​ດີ ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ ເພື່ອ​ຮ່ຳ​ຮຽນ ຢູ່​ຕ່າງ​ປະ​ເທດ. ຜູ້​ສະ​ໝັກ​ຮັບ​ທຶນ​ການ​ສຶກ​ສາຕ້ອງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະປະຕິບັດສຳ​ເລັດ​ຫຼັກສູດ​ບຳ​ລຸງ​ສ້າງ ແລະ ກັບ​ເມືອ​ປະ​ເທດ​ຮັບ​ໃຊ້​ອົງ​ການ​ທີ່​ສົ່ງ​ໄປ​ຮຽນ ຫຼື​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ລັດ. ບັນ​ດາ​ຜູ້​ບໍ່​ປະຕິບັດສຳ​ເລັດ​ຫຼັກສູດ​ບຳ​ລຸງ​ສ້າງ, ປະ​ລະ​ການ​ຮຽນຍ້ອນ​ຕົນ​ເອງ, ຖືກ​ໃຫ້ອອກຈາກການຮຽນ ຫຼື ພາຍຫຼັງ​ຮຽນ​ຈົບ​ບໍ່​ກັບ​ຄືນ​ປະ​ເທດ, ບໍ່​ປະ​ຕິ​ບັດ​ພັນ​ທະ​ຂອງ​ຜູ້​ໄດ້​ຮັບ​ທຶນການ​ສຶ​ກ​ສາ​ຢ່າງ​ຄົບ​ຖ້ວນ ຕ້ອງ​ທົດ​ແທນ​ງົບ​ປະ​ມານ​ການ​ບຳ​ລຸງ​ສ້າງ​ຕາມ​ຂໍ້​ກຳ​ນົດ​ທີ່​ໄດ້​ຮັບ​ການ​ປະ​ກາດ​ໃຊ້​ໃນປັດ​ຈຸ​ບັນ.

ຜູ້​ຮັບ​ທຶນການ​ສຶກ​ສາ ທີ່ບໍ່​ຮູ້​ພາ​ສາ​ລັດ​ເຊຍ ຈະ​ໄດ້​ຮຽນ​ພາ​ສາ​ລັດ​ເຊຍ 1 ປີ​ຢູ່ ສະ​ຫະ​ພັນ​ລັດ​ເຊຍ ແລະ ຕ້ອງ​ຜ່ານ​ການ​ເສັງ​ໂດຍ​ຝ່າຍ​ລັດເຊຍ​ຈັດ​ຕັ້ງ​ກ່ອນ​ທີ່​ຈະ​ເຂົ້າ​ຮຽນ​ວິ​ຊາ​ສະເພາະ.

ເປົ້າ​ໝາຍ​ສະ​ໝັກ​ຮັບ​ທຶນການ​ສຶກ​ສາ​ແມ່ນ​ນັກ​ຮຽນທີ່​ພວມ​ຮຽນ ​ມໍ7, ນັກ​ສຶກ​ສາ​ປີ​ທີ​ໜຶ່ງ, ຜູ້​ມີ​ລະ​ດັບ​ວິຊາສະເພາະປະ​ລິນ​ຍາ​ຕີ, ປະ​ລິ​ຍະ​ໂທ, ປະ​ລິນ​ຍາ​ເອກ. ບັນ​ດາ​ຜູ້​ຮັບ​ສະ​ໝັກທີ່​ເຄີຍ​ໄປ​ຮຽນ​ຢູ່ ສະ​ຫະ​ພັນ​ລັດ​ເຊຍ ແລ້ວ ຫຼື​ຮຽນ​ພາ​ສາ​ລັດ​ເຊຍ ຢູ່ ຫວຽດ​ນາມ ຫຼື​ມີ​ໃບ​ຢັ້ງ​ຢືນ​ພາ​ສາ​ລັດ​ເຊຍ​ສາ​ກົນ ຈະ​ໄດ້ໃຫ້ ບຸ​ລິ​ມະ​ສິດ​ໃນ​ການ​ພິ​ຈາ​ລະ​ນາ.

ລົງ​ທະ​ບຽນ​ເອກ​ະ​ສານ​ເຂົ້າ​ຮ່ວມ​ການ​ສະ​ໝັກ​ທາງ​ໄກ​ໃນ​ປະ​ຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ ຂອງ​ຝ່າຍ​ລັດ​ເຊຍ education-in-russia.com, ຝ່າຍ ຫວຽດ​ນາມ http://tuyensinh.vied.vn ແລະ ສົ່ງ​ເອ​ກະ​ສານ 2 ສະ​ບັບ​ດ້ວຍ​ພາ​ສາ​ລັດ​ເຊຍ ​ຈົນຮອດ​ວັນ​ທີ 28 ມັງ​ກອນ ​ປີ 2022.

ກຳນົດເວ​ລາ​ສົ່ງ​ເອ​ກະ​ສານ​ດ້ວຍ​ພາ​ສາ​ຫວຽດ​ນາມ ຮອດ​ວັນ​ທີ 30 ມິ​ຖຸ​ນາ ປີ 2022 (ໄລ່​ຕາມ​​ກາຈຳ້ຂອງ​ໄປ​ສະ​ນີ ຮັບ​ເອ​ກະ​ສານ​ຢູ່​ກົມ​ຮ່ວມ​ມື​ສາ​ກົນ - ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ).

ຂໍ້​ມູນ​ລະ​ອຽດເບິ່ງ​ໃນ​ Link:

http://icd.edu.vn/372/thong-bao-ve-viec-gia-han-nop-ho-so-du-tuyen-di-hoc-tai-lien-bang-nga-nam-2022.html/BPF/vi-VN/CMS_Cat/Thong-Tin-Tuyen-Sinh/CMS_Detail/2000./

ບຸນ​ຄົງ

ເຫດການ
302 Found

Found

The document has moved here.