ຂໍ້​ກຳ​ນົດ​ກ່ຽວ​ກັບ​ງົບ​ປະ​ມານ​ປົກ​ປ້ອງ​ພົນ​ລະ​ເມືອງ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ

17:32 | 20/12/2021

ຍ​ສ​ໝ - ກະ​ຊວງ​ການ​ເງິນ​ປະ​ກາດ​ໃຊ້​ຈົດໝາຍລັດຖະການ​ເລກ​ທີ 110/TT-BTC ກຳ​ນົດ​ການ​ສ້າງ​ແຜນ​ງົບ​ປະ​ມານ, ການ​ຄຸ້ມ​ຄອງ, ນຳ​ໃຊ້ ແລະ ຊຳ​ລະ​ງົບ​ປະ​ມານ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປ້ອງ​ພົນ​ລະ​ເມືອງ ແລະ ສ່ວນ​ບຸກ​ຄົນ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ທີ່​ມີ​ຜົນ​ສັກ​ສິດ​ໃນ​ການ​ປະ​ຕິ​ບັດ​ຄະ​ດີ​ໃນ​ວັນ​ທີ 26 ມັງ​ກອນ 2022.

ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະອິດທິພົນຊື່ສຽງຕໍ່​ໂລກ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະອິດທິພົນຊື່ສຽງຕໍ່​ໂລກ
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມເສົ້າ​ສະຫຼົດ​ໃຈ ກ່ຽວ​ກັບ​ເຫດ​ພາ​ຍຸໝູນ ຢູ່​ພາກ​ກາງ ອາ​ເມ​ລິ​ກາ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມເສົ້າ​ສະຫຼົດ​ໃຈ ກ່ຽວ​ກັບ​ເຫດ​ພາ​ຍຸໝູນ ຢູ່​ພາກ​ກາງ ອາ​ເມ​ລິ​ກາ
ຂໍ້​ກຳ​ນົດ​ກ່ຽວ​ກັບ​ງົບ​ປະ​ມານ​ປົກ​ປ້ອງ​ພົນ​ລະ​ເມືອງ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ
ພາບ​ປະ​ກອບ

ຈົດໝາຍລັດຖະການກຳ​ນົດ​ບັນ​ດາ​ເນື້ອ​ໃນ​ລາຍ​ຈ່າຍງົບປະມານທີ່​ບໍ່​ຕ້ອງ​ເກັບ​ຄືນ​ລວມ​ມີ: ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ພະ​ນັກ​ງານ​ຂອງ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ໄປປະຈຳຢູ່​ຕ່າງ​ປະ​ເທດ ເພື່ອ​ປະ​ຕິ​ບັດ​ງານ​​ຮັບ​ໃຊ້​ໜ້າ​ທີ່​ປົກ​ປ້ອງ​ພົນ​ລະ​ເມືອງ ແລະ ສ່ວນ​ບຸກ​ຄົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໄປ​ຢ້ຽມ​ຢາມ​ສະ​ຖານ​ກົງ​ສູນ​ເພື່ອ​ຊອກຮູ້ສະ​ພາບ​ການສຳລັບ​ບັນ​ດາ​ກໍ​ລະ​ນີ​ພົ​ນ​ລະ​ເມືອງ​ຖືກ​ກັ​ກ​ຕົວ, ເຂົ້າ​ຄຸກ, ກັກ​ຕົວ​ຊົ່ວ​ຄາວ ຫຼື ຖືກພິພາກສາຕ່າງໆ. ລະ​ດັບ​ການ​ຈ່າຍ​ບັນ​ດາ​ບ້ວງ​ເງິນ​ລວມ​ມີ: ຄ່າ​ເຮືອ​ບິນ, ຄ່າ​ເດີນ​ທາງ​ໄປ-ກັບ, ຄ່າ​ນ້ຳ​ມັນ, ຄ່າ​ປະ​ຕິ​ບັດ​ງານ​ຕາມ​ຂໍ້​ກຳ​ນົດ.

ຈ່າຍບ້ວງ​ເງິນ​ໜູນ​ຊ່ວຍ​ບັນ​ດາ​ກໍ​ລະ​ນີ​ພົນລະ​ເມືອງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ເປັນ​ພະ​ຍາດ​ອັນ​ຕະ​ພ​ລາຍ, ໜູນ​ຊ່ວ​ຍ​ບ້ວງ​ເງິນ​ນຳ​ສົ່ງ​ພົ​ນ​ລະ​ເມືອງ​ທີ່​ເປັນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຂອງ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດ​ກັ​ບ​ເມືອປະ​ເທດ.

ຕາມ​ຈົດ​ໝາຍ​ລັດ​ຖະ​ການ, ການເບີກຈ່າຍ​ເງິນ​ສ່ວນ​ໜຶ່ງ​ຄ່າ​ພາ​ຫະ​ນະ​ກັບ​ເມືອ​ປະ​ເທດ, ຈ່າຍ​ເງິນ​ບັນ​ດາ​ບ້ວງ​ຮັບ​ປະ​ກັນ​ການ​ແພດ (ລວມ​ມີ ຄ່າ​ໂຮງ​ໝໍ ແລະ ບັນ​ດາ​ຄ່າ​ໃຊ້​ຈ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຮັບ​ປະ​ກັນ​ການ​ແພດ), ຄ່າ​ໃຊ້​ຈ່າຍ​ກ່ຽວ​ກັບ​ການ​ອາ​ໄສ​ຊົ່ວ​ຄາວ ແລ​ະ ຄ່າ​ໃຊ້​ຈ່າຍ​ຕ່າງໆ​ໃຫ້​ແກ່​ພົນ​ລະ​ເມືອງ ໃນ​ບັນ​ດາ​ກໍ​ລະ​ນີ.

ຈົດ​ໝາຍ​ລັດ​ຖະ​ການມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 26 ມັງກອນ ປີ 2022.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.