ລັດວິສາຫະກິດລົດໄຟແຫ່ງຊາດລາວ ຂຶ້ນກັບກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ພວມສົມທົບກັບ ການລົດໄຟແຫ່ງປະເທດ ໄທ ເພື່ອເລີ່ມທົດລອງໃຫ້ບໍລິການລົດໄຟຂ້າມຊາຍແດນສາຍໃໝ່ ກ່ອນການເປີດຕົວຢ່າງເປັນທາງການໃນສອງສາມເດືອນຂ້າງໜ້າ.
ຕາມນັ້ນແລ້ວ, ໃນລະຫວ່າງວັນທີ 14 – 17 ພຶດສະພານີ້, 2 ໜ່ວຍດັ່ງກ່າວໄດ້ ແລະ ພວມທົດລອງການແລ່ນ 9 ຖ້ຽວ/ວັນ ຈາກສະຖານີ ທ່ານາແລ້ງ ຫາ ສະຖານີ ຄຳສະຫວາດ ຢູ່ນະຄອນຫຼວງວຽງຈັນ. ຜົນຂອງການທົດລອງສະແດງໃຫ້ເຫັນວ່າ ມາຮອດປະຈຸບັນ, ບັນດາລົດໄຟຍັງດຳເນີນໄປຢ່າງສະດວກ.
![]() |
ພາບປະກອບ. (ທີ່ມາ: TTXVN) |
ພາຍຫຼັງໄລຍະທົດລອງດັ່ງກ່າວ, ແຕ່ວັນທີ 18-20 ພຶດສະພານີ້, ເສັ້ນທາງທົດລອງນີ້ ຈະເປີດກ້ວາງຈາກສະຖານີ ອຸດອນທານີ ແລະ ສະຖານີ ໜອງຄາຍ ຂອງໄທ ໄປຫາສະຖານີ ທ່ານາແລ້ງ ແລະ ສະຖານີ ຄຳສະຫວາດ ໃນລາວ.
ສະຖານີ ຄໍາສະຫວາດ ຂຶ້ນກັບໄລຍະທີ II ຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ. ສະຖານີນີ້ ຕັ້ງຢູ່ບ້ານ ຄໍາສະຫວາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ສະຖານີ ຄຳສະຫວັດ ຫ່າງຈາກສະຖານີ ທ່ານາແລ້ງ ເຊິ່ງມີຊາຍແດນຕິດກັບປະເທດ ໄທ 7.5 ກິໂລແມັດ ແລະ ເປັນສ່ວນໜຶ່ງໃນຄວາມພະຍາຍາມຢ່າງຕໍ່ເນື່ອງເພື່ອປັບປຸງການບໍລິການພະລາທິການໃນພາກພື້ນ.
ເສັ້ນທາງລົດໄຟ ລາວ-ໄທ ແລະ ເສັ້ນທາງລົດໄຟ ລາວ-ຈີນ ແມ່ນບັນດາອົງປະກອບທີ່ສຳຄັນຂອງເຄືອຂ່າຍທາງລົດໄຟໃນພາກພື້ນ ເພື່ອເຊື່ອມຕໍ່ ຈີນ ກັບ ສິງກະໂປ ໂດຍຜ່ານ ລາວ, ໄທ ແລະ ມາເລເຊຍ.
ຖ້ຽວລົດໄຟຂົນສົ່ງສິນຄ້າຄວາມໄວສູງສາຍທຳອິດທີ່ແລ່ນຈາກ ແທງໂດ, ຈີນ, ຜ່ານລາວ, ໄທ ໄດ້ມາຮອດ ມາເລເຊຍ ໃນອາທິດແລ້ວນີ້, ບໍ່ພຽງແຕ່ຊ່ວຍຫຼຸດເວລາຂົນສົ່ງລົງເຄິ່ງໜຶ່ງເທົ່ານັ້ນ, ມີພຽງແຕ່ 8 ວັນ ເມື່ອທຽບໃສ່ 16 ວັນ ຖ້າຂົນສົ່ງຜ່ານທາງທະເລ, ແຕ່ຍັງເປັນຂີດໝາຍສຳຄັນໃນການເຊື່ອມຕໍ່ການຄ້າໃນພາກພື້ນອີກດ້ວຍ.

ມິງດຶກ
ຂ່າວທີ່ກ່ຽວຂ້ອງ

ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ເຕືອນພົນລະເມືອງ ບໍ່ໃຫ້ຂ້າມຊາຍແດນຢ່າງຜິດກົດໝາຍ ເພື່ອກັບຄືນປະເທດ

ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ
ທ່ານອາດຈະມັກ

ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນມິດ ແລະ ປະເທດ” ຂອງອະດີດຮອງປະທານປະເທດ ຫງວຽນທິບິ່ງ

ຈິດໃຈຮ່ວມມື, ຮັກສາສັນຕິພາບ ແມ່ນຊັບສິນອັນລ້ຳຄ່າຂອງຊາວຫວຽດນາມ ແລະ ອາເມລິກາ

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ເອທິໂອປີ

ຫວຽດນາມ-ລາວ ສາມັກຄີສະໜິດຕິດພັນ, ໜູນຊາວຍເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ

ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 64 ປີແຫ່ງວັນໄຊຊະນະ Giron
