ສະມາຄົມວິສາຫະກິດຫວຽດນາມ ໜູນຊ່ວຍຊາວມາເລເຊຍ 1.000 ຄົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

13:01 | 06/01/2022

ຍສໝ - ແຕ່ວັນທີ 1-3 ມັງກອນ 2022, ສະມາຄົມວິສາຫະກິດຫວຽດນາມຢູ່ມາເລເຊຍ (VMBIZ) ໄດ້ປະສານກັບກຸ່ມບໍລິສັດ Blue Ocean (BO) ເພື່ອໜູນຊ່ວຍປະຊາຊົນ 1.000 ຄົນຢູ່ເມືອງ Hulu Langat (ລັດ Selangor) ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໄພນໍ້າຖ້ວມຄັ້ງໃຫຍ່ໃນຮອບ 100 ປີຜ່ານມາ ຢູ່ ມາເລເຊຍ.

ແຄ໊ງ​ຮ່​ວາ ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວລັດ​ເຊຍ 8.000 ຄົນ ທີ່​ມີ​ໜັງ​ສື​ຜ່ານ​ແດນ​ວັກ​ຊິນ ແຄ໊ງ​ຮ່​ວາ ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວລັດ​ເຊຍ 8.000 ຄົນ ທີ່​ມີ​ໜັງ​ສື​ຜ່ານ​ແດນ​ວັກ​ຊິນ
ລົດຄອນເທນເນີຂົນສົ່ງສິນຄ້າອອກໄປຍັງຈີນ ກວ່າ 1.000 ຄັນ ຖືກຕິດຄ້າງຢູ່ມ໊ອງກ໋າຍ ລົດຄອນເທນເນີຂົນສົ່ງສິນຄ້າອອກໄປຍັງຈີນ ກວ່າ 1.000 ຄັນ ຖືກຕິດຄ້າງຢູ່ມ໊ອງກ໋າຍ
ສະມາຄົມວິສາຫະກິດຫວຽດນາມ ໜູນຊ່ວຍຊາວມາເລເຊຍ 1.000 ຄົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ພາບ: netnews.vn
ສະມາຄົມວິສາຫະກິດຫວຽດນາມ ໜູນຊ່ວຍຊາວມາເລເຊຍ 1.000 ຄົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ພາບ: netnews.vn

ດ້ວຍຈິດໃຈຮັກແພງເຊິ່ງກັນ ແລະ ກັນ, ຮ່ວມມືຢ່າງແໜ້ນແຟ້ນກັບກຸ່ມບໍລິສັດ Blue Ocean, ສະມາຄົມວິສາຫະກິດຫວຽດນາມ ປະຈຳ ມາເລເຊຍ ໄດ້ສົມທົບກັນປະກອບສ່ວນ ແລະ ມອບຂອງຂວັນການກຸສົນຫຼາຍຮ້ອຍພູດ, ມູນຄ່າຂອງຂັວນແຕ່ລະພູດ ເປັນເງິນສົດ ແລະ ວັດຖຸສິ່ງຂອງຕ່າງໆ ແຕ່ 100 – 300 ringgit (600.000 ດົ່ງ – 1.800.000 ດົ່ງ).

ໃນ​ປີ 2021, ໂດຍຜ່ານ VMBIZ, ກຸ່ມ​ບໍລິສັດ Blue Ocean ກໍ່​ໄດ້​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ​ປະຊາຊົນ​ພາກ​ກາງ ຫວຽດນາມ ​ໃນ​ສະພາບ​ໄພ​ນ້ຳ​ຖ້ວມ​ຄັ້ງ​ປະຫວັດສາດ​ໃນ​ເດືອນ ຕຸລາ 2021, ໜູນ​ຊ່ວຍ​ຊາວ ຫວຽດນາມ ຢູ່ ມາ​ເລ​ເຊຍ ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ໄລຍະ​ເກີດການລະບາດ​ຂອງ COVID-19 ​ໃນ​ເດືອນ ມັງກອນ 2021. ສອງ​ຝ່າຍ​ໄດ້​ຮ່ວມ​ມື​ກັນ​ຈັດ​ກິດ​ຈະ​ກຳ​ການ​ກຸສົນ​ຫຼາຍ​ຢ່າງ​ເຊັ່ນ: ມອບ​ອາຫານ​ການ​ກຸສົນ, ບໍລິຈາກ​ເຄື່ອງນຸ່ງ​ຫົ່ມ​, ທັນຍາອາຫານ​ໃຫ້​ຄົນ​ງານ​ມາ​ເລ​ເຊຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນບໍ່ມີວຽກ​ເຮັດ​ງານ​ທຳ ​ຫຼື​ໂຮງງານ​ຖືກ​ບັງຄັບ​ໃຫ້​ຢຸດ​ການ​ຜະລິດ​ເພື່ອ​ຕ້ານ​ການລະບາດ​ຂອງ COVID-19 ໃນເດືອນ ສິງຫາ - ກັນຍາ 2021.

ເດືອນ​ທັນວາ 2020, VNBIZ ​ແລະ Blue Ocean ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ຢູ່​ສຳນັກງານ​ການ​ຄ້າ ຫວຽດນາມ ປະຈຳ ມາ​ເລ​ເຊຍ ​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ ກໍ່​ຄື​ບັນດາ​ໂຄງການ​ໜູນ​ຊ່ວຍ​ພັດທະນາ​ ​ແລະ ​ເບິ່ງ​ແຍງຊຸມ​ຊົນ, ​ຍົກສຸງ​ການ​ພົວພັນ​ລະຫວ່າງສອງປະເທດ ຫວຽດນາມ ແລະມາເລເຊຍ.

ໄຊພອນ

ເຫດການ
302 Found

Found

The document has moved here.