ງານມະຫະກຳ Karate ຫວຽດນາມ ຢູ່ ຍີ່ປຸ່ນ

13:07 | 30/12/2021

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ ປະຈຳ​ຍີ່​ປຸ່ນ ​ແລ້ວ, ງານມະຫະກຳ Karate ​ຫວຽດນາມ​ ຢູ່​ເຂດ​ Kansai ​ຂອງ​ຍີ່​ປຸ່ນ​ ໄດ້​ດຳ​ເນີນ​ໄປ​ຢ່າງ​ສຳ​ເລັດ​ຜົນ.

​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ ​​ປີ 2022, ຫວຽດນາມ ​ແມ່ນ​ຕະຫຼາດ​ສຳຄັນ​ຂອງ​ບັນດາກຸ່ມ​ວິ​ສາ​ຫະກິດ​ຂາຍຍ່ອຍ​ຍີ່ປຸ່ນ
ການແຂ່ງຂັນບານເຕະ FAVIJA Kanto Cup 2021: ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ ການແຂ່ງຂັນບານເຕະ FAVIJA Kanto Cup 2021: ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ

ງານ​ແຂ່ງຂັນ ​ໄດ້​ນຳ​ເອົາ​ສະໜາມ​ກິລາ​ເພື່ອ​ສຸຂະພາບມາ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ, ພ້ອມ​ກັນ​ນັ້ນ​ ກໍໄດ້​ປະກອບສ່ວນ​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ​ ລະຫວ່າງ ​ຫວຽດນາມ ​ແລະ ຍີ່ປຸ່ນ.

ງານ​ແຂ່ງຂັນ​ຄັ້ງ​ນີ້ໄດ້ຈັດ​ຕັ້ງ ​ໂດຍ​ສະມາຄົມ​ແລກປ່ຽນ​ວັດທະນະທຳ​ກິລາ​ ຫວຽດນາມ - ຍີ່ປຸ່ນ (FAVIJA) ສົມທົບ​ກັບ​ສະມາຄົມ Karate ຫວຽດນາມ ຢູ່​ພາກ​ພື້ນ Kansai. ຫວ່າງແລ້ວນີ້, ຢູ່​ສະໜາມກິລາ Ouji ຢູ່​ນະຄອນ Kobe, ຈຳນວນນັກ​ກິລາ​ເກືອບ 80 ຄົນ ​ຖືກ​ຄັດ​ເລືອກ​ຈາກ​ບັນດາ​ສະ​ໂມ​ສອນ Karate ຫວຽດນາມ ​ໄດ້​ພະຍາຍາມແຂ່ງຂັນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ.

ງານມະຫະກຳ Karate ຫວຽດນາມ ຢູ່ ຍີ່ປຸ່ນ
ງານມະຫະກຳ Karate ຫວຽດນາມ ຢູ່ ຍີ່ປຸ່ນ. (ພາບ: thoidai)

ທ່ານຝ່ານວູແທັງຮ້ຽບ, ປະທານ​ສະມາຄົມ Karate ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ການ​ແຂ່ງຂັນ ​ ໃຫ້​ຮູ້​ວ່າ: ​ເພື່ອ​ຈັດ​ຕັ້ງ​ການ​ແຂ່ງຂັນ​ໃນ​ໄລຍະ​ທີ່ເກີດ​ໂລກລະບາດ​ໂຄ​ວິດ-19, ຄະນະ​ຈັດ​ຕັ້ງ​ ໄດ້​ຮຽກຮ້ອງ​ໃຫ້​ນັກ​ກິລາ​ທຸກ​ຄົນທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ແລະ ກອງເຊຍ ຕ້ອງ​ປະຕິບັດ​ລະບຽບ​ການ​ປ້ອງ​ກັນ​ພະຍາດ​ຢ່າງ​ເຂັ້ມ​ງວດ. ​ການ​ແຂ່ງຂັນ​ ໄດ້​ສ້າງ​ສະໜາມ​ຫຼິ້ນເພື່ອ​ສຸຂະພາບທີ່​ເຂັ້ມ​ແຂງ, ເປັນປະໂຫຍດ, ທັງ​ຝຶກ​ຊ້ອມ ​ແລະ ບຳລຸງ​ສ້າງ​ຍົກສູງສຸຂະພາບ​ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ເຮັດ​ວຽກ ​ແລະ ການ​ຮ່ຳຮຽນ, ​ເປັນ​ບ່ອນ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລກປ່ຽນ​ຄວາມ​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ.

ກິລາ Karate ແມ່ນກິລາພື້ນເມືອງຂອງຍີ່ປຸ່ນ, ສະນັ້ນ, ການຈັດການແຂ່ງຂັນ ກໍ່ແມ່ນໂອກາດເພື່ອແລກປ່ຽນ, ຮຽນຮູ້ ແລະ ຊຸກຍູ້ການພົບປະແລກປ່ຽນວັດທະນະທຳລະຫວ່າງສອງປະເທດ. ທ່ານ Michigami Fumie, ຜູ້​ຊົມ​ທ້ອງ​ຖິ່ນ, ​ໃຫ້​ຮູ້​ວ່າ: “ຂ້າ​ພະ​ເຈົ້າ​ ມີຄວາມແປກໃຈ​ທີ່​ໄດ້​ເຫັນ​ຊາວ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ ສາ​ມາດ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ໃຫຍ່​ດັ່ງ​ກ່າວ, ສິ່ງ​ທີ່​ແປກ​ໃຈ​ກວ່າ​ນັ້ນ​ແມ່ນ ​ກິລານີ້ແມ່ນກິລາ​ພື້ນ​ເມືອງ​ຂອງ​ຍີ່ປຸ່ນ. ຂ້າ​ພະ​ເຈົ້າ​ ຄິດ​ວ່າ ປະ​ຊາ​ຊົນ​ຍີ່​ປຸ່ນ​ດີ​ໃຈ​ທີ່​ໄດ້​ເຫັນ​ເຫດ​ການ​ນີ້.”

ໃນຕອນທ້າຍຂອງການແຂ່ງຂັນ, ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ໃຫ້ສະໂມສອນ Kobe Karate, ລາງວັນທີ 2 ໃຫ້ສະໂມສອນ Osaka Karate ແລະ ລາງວັນທີ 3 ໃຫ້ສະໂມສອນ Nagoya Karate, ພ້ອມດ້ວຍລາງວັນປະເພດທີມ ແລະ ບຸກຄົນອີກຫຼາຍລາງວັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.