ປະຊາ​ຄົມ​ຊາວຫວຽດນາມ ​ໃນ 5 ທະວີບ​ເຊີດຊູ ​ແລະຮັກສາ​ພາສາ​ຫວຽດ

06:45 | 20/12/2021

ຍສໝ - ພາສາຫວຽດ ນັບທັງພາສາເວົ້າ ແລະຕົວໜັງສື ແມ່ນມໍລະດົກວັດທະນະທໍາ ແລະປະຫວັດສາດອັນລໍ້າຄ່າຂອງຊາດຫວຽດນາມ. ຢູ່​ຕ່າງ​ປະ​ເທດ, ພາ​ສາ​ຫວຽດ​ຍາມ​ໃດ​ກໍ​ໄດ້​ຮັບ​​ການເຊີດຊູ ​ແລະຮັກສາ​ໄວ້​ຈາກ​ປະຊາຄົມຊາວ​ຫວຽດ​ນາມ ​ໃນ 5 ທະ​ວີບ.

ຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ຕ່າງປະເທດຈັດກິດຈະກຳກ່ຽວກັບປະເທດຊາດ ຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ຕ່າງປະເທດຈັດກິດຈະກຳກ່ຽວກັບປະເທດຊາດ
ຫວຽດນາມ ແມ່ນເສົາຄ້ຳສຳຄັນ ຂອງນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ ຫວຽດນາມ ແມ່ນເສົາຄ້ຳສຳຄັນ ຂອງນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ

ຈຸດພົ້ນເດັ່ນ

ສຳລັບ​ປະຊາ​ຄົມ​ຊາວ​ຫວຽດນາມ 5,3 ລ້ານ​ຄົນ​ທີ່​ດຳລົງ​ຊີວິດ ​ແລເຮັດ​ວຽກ​ຢູ່ 130 ກວ່າ​ປະ​ເທດ ​ແລະ​ເຂດ​ແຄວ້ນ, ພາສາ​ຫວຽດ ​ແມ່ນ​ຄວາມ​ເອກອ້າງ​ທະນົງ​ໃຈ​ຂອງ​ຊາດ ​ແລະ ​ເປັນບ່ອນອີງ​ອັນ​ໝັ້ນຄົງ​ຂອງ​ວັດທະນະທຳ​ພື້ນ​ເມືອງ. ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ຄູ​ສອນ ​ແລະອາສາ​ສະໝັກຊາວ​ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ​ນັບ​ພັນ​ຄົນ ວຽກ​ງານ​ເຜີຍ​ແຜ່​ພາສາ​ຫວຽດ ​ໃຫ້​ແກ່​ຊາວ ຫວຽດນາມ ລຸ້ນຄົນທີ 2 ​ແລະ 3 ຄົນ​ທີ່​ເກີດ ​ແລະເຕີບ​ໃຫຍ່​ຢູ່​ຕ່າງປະ​ເທດ ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ສຳຄັນ.

ປະຊາ​ຄົມ​ຊາວຫວຽດນາມ ​ໃນ 5 ທະວີບ​ເຊີດຊູ ​ແລະຮັກສາ​ພາສາ​ຫວຽດ
ປະຊາ​ຄົມ​ຊາວຫວຽດນາມ ​ໃນ 5 ທະວີບ​ເຊີດຊູ ​ແລະຮັກສາ​ພາສາ​ຫວຽດ. ພາບ: vov

ໃນ​ອາ​ເມ​ລິ​ກາ, ປະຈຸບັນພາສາຫວຽດ​ ແມ່ນ​ພາ​ສາ​ທີ່​ມີ​ຄວາມ​ນິ​ຍົມ ອັນ​ດັບ 5 ຖັດ​ຈາກ​ພາ​ສາ​ອັງ​ກິດ, ແອັດສະປາຍ, ຈີນ ແລະ ຕາ​ກາ​ລັອກ.

ຢູ່​ເອີ​ລົບ, ມີ​ຈຸດ​ພົ້ນ​ເດັ່ນ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສິດ​ສອນ​ ແລະຮຽນພາ​ສາ​ຫວຽດ​ໃນວົງຄະນະຍາດ, ພົ້ນເດັ່ນແມ່ນ​ບັນ​ດາ​ປະ​ເທດ Bulgaria ແລະ ສ.ເຊັກໂກ.

​ໃນ​ສະພາບ​ການ​ພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ກວ້າງຂວາງ​ເຖິງ​ຫຼາຍ​ດ້ານ​ຂອງ​ຊີວິດ​ສັງຄົມ​ເອີ​ລົບ, ຂະບວນການ​ສິດສອນ ແລະຮຽນ​ພາສາ​ຫວຽດ​ໃນ​ວົງຄະນະຍາດຍັງ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ​ແຜ່​ຂະຫຍາຍ.

​ໃນປະເທດຕ່າງໆ, ຂະບວນການ​ສິດສອນ ​ແລະຮຽນ​ພາສາ​ຫວຽດ ກໍ່​ມີ​ຄວາມຟົດຟື້ນເຊັ່ນ​​ກັນ. ຢູ່​ໄຕ້​ຫວັນ, ພາສາ​ຫວຽດ​ ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ ​ນັບ​ແຕ່ ປໍ 1 ຫາ ປໍ 3, ນັກຮຽນທີ່ຮຽນ ແມ່ນ​ຊາວຫວຽດນາມ ລຸ້ນຄົນ​ທີ 2 ແລະ ຍັງ​ມີ​ນັກ​ຮຽນ​ຊາວປະເທດປະຈໍາຖິ່ນນຳອີກ. ຢູ່ລາວ, ມີໂຮງຮຽນສອນພາສາຫວຽດນາມ 13 ແຫ່ງ, ໃນນັ້ນມີ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຢູ່ນະຄອນຫຼວງວຽງຈັນ ມີນັກຮຽນເກືອບ 1.700 ຄົນ ແລະ ໂຮງຮຽນປະຖົມມິດຕະພາບຈຳປາສັກ ມີນັກຮຽນເກືອບ 900 ຄົນ. ຢູ່​ໄທ, ຍັງ​ມີ​ເກືອບ 30 ຫ້ອງ​ຮຽນໂດຍ​ບໍ່​ເສຍ​ຄ່າ​ໂດຍ​ສະ​ມາ​ຄົມຊາວ​ຫວຽດ​ນາມ ຈັດ​ຕັ້ງ.

ນອກ​ຈາກເປົ້າໝາຍ​ຕົ້ນຕໍແມ່ນຊາວ​ຫວຽດນາມ ອາໄສຢູ່​ຕ່າງປະ​ເທດແລ້ວ, ຄວາມ​ຮຽກຮ້ອງ​ຕ້ອງການ​ຮຽນພາສາຫວຽດຂອງ​ຊາວ​ຕ່າງປະ​ເທດ​ກໍ່​ເພີ່ມ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສ່ຽງ​ເໜືອ. ໂດຍຜ່ານ​ພາ​ສາ​ຫວຽດ, ພາບ​ພົດ​ຂອງ​ປະ​ເທດ​ຊາດ ແລະຊາວ​ຫວຽດ​ນາມ ໄດ້​ຮັບ​ການ​ເຜີຍ​ແຜ່​ຢ່າງ​ກວ້າງ​ຂວາງ​ເຖິງ​ເພື່ອນ​ມິດສາ​ກົນກວ່າອີກ.

ເລີ່ມຈາກຄວາມ​ຮຽກຮ້ອງ​ຕ້ອງການ​ຮຽນ​ພາສາ​ຫວຽດນັບ​ມື້​ນັບ​ເພີ່ມ​ຂຶ້ນ, ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ປະຊາ​ຄົມຊາວ​ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ​ໃນ​ການ​ຮັກສາ ​ແລະ ເສີມຂະຫຍາຍ​ພາສາ​ຫວຽດ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ພາສາ​ຫວຽດນາມ ​ໄດ້​ຮັບ​ການນຳເຂົ້າ​ສອນ​ຢູ່​ບັນດາ​ໂຮງຮຽນ​ມັດທະຍົມ​ປາຍ, ມະຫາວິທະຍາ​ໄລ​ໃນ​ບັນດາປະເທດຄື ລາວ, ໄຕ້​ຫວັນ, ອົດ​ສະ​ຕາ​ລີ, ອາ​ເມ​ລິ​ກາ, ເຢຍ​ລະ​ມັນ, ຝ​ຣັ່ງ, ສ.​ເກົາ​ຫຼີ... ນັ້ນ​ແມ່ນ​ແຫຼ່ງກຳ​ລັງໜູນ ຊ່ວຍ​ຊຸກ​ຍູ້ພາລະກິດ​ການ​ປົກ​ປັກ​ຮັກ​ສາ ແລະ ເສີມຂະຫຍາຍ​ພາ​ສາ​ຫວຽດ​ຢູ່​ຕ່າງ​ປະ​ເທດ.

ກໍາລັງໜູນຈາກບ້ານເກີດເມືອງນອນ

ປະຊາ​ຄົມ​ຊາວຫວຽດນາມ ​ໃນ 5 ທະວີບ​ເຊີດຊູ ​ແລະຮັກສາ​ພາສາ​ຫວຽດ
ປະຊາ​ຄົມ​ຊາວຫວຽດນາມ ​ໃນ 5 ທະວີບ​ເຊີດຊູ ​ແລະຮັກສາ​ພາສາ​ຫວຽດ.

ອີງຕາມການສະຖິຕິຂອງອົງການສະຫະປະຊາຊາດ, ປະຈຸບັນ ມີປະມານ 7.000 ພາສາທີ່ພວມໄດ້ນໍາໃຊ້, ເຊິ່ງສ່ອງແສງໃຫ້ເຫັນຄວາມຫຼາຍຮູບຫຼາຍແບບຂອງ ວັດທະນະທໍາ ແລະພູມປັນຍາມວນມະນຸດ. ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ ຜົນກະທົບຂອງໂລກາພິວັດ ແລະການເຊື່ອມໂຍງເຂົ້າກັບສາກົນ, 40% ພາສາຂອງໂລກພວມຖືກໄພນາບຂູ່, ແລະທຸກໆສອງອາທິດພາສາຫນຶ່ງຈະສູນຫາຍໄປ. ໃນຍຸກ ຂອງວິທະຍາສາດ ແລະເຕັກໂນໂລຊີ, ຈະມີຫນ້ອຍກ່ວາ 100 ພາສາທີ່ໄດ້ນໍາໃຊ້ໃນໂລກດິຈິຕອນ. ໃນ​ສະ​ພາບ​ການ​ນັ້ນ, ພາ​ສາ​ຫວຽດ​ ກໍປະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​ຈະ​ສູນ​ເສຍໄປ. ສະພາບ​ການ​ນັ້ນ​ໄດ້​ສ້າງ​ຄວາມ​ຈຳ​ເປັນ​ອັນ​ຮີບ​ດ່ວນ​ເພື່ອ​ປົກ​ປັກ​ຮັກສາ ​ແລະເສີມຂະຫຍາຍພາສາ​ຫວຽດ. ນັ້ນແມ່ນ​ໜ້າທີ່​ສຳຄັນ ​ທີ່​ຮຽກຮ້ອງຕ້ອງ​ໄດ້​ໃຊ້​ເວລາ ​ແລະຄວາມກະຕືລືລົ້ນ, ທັງມີ​ຄຸນຄ່າຕົວຈິງ ​ແລະ ຄວາມ​ໝາຍ​ດ້ານ​ມະນຸດສະທຳ​ອັນ​ເລິກ​ເຊິ່ງຂອງ​ຊາວ​ຫວຽດນາມ​ທຸກ​ຄົນທີ່​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

​ເພື່ອ​ປົກ​ປັກ​ຮັກສາ ​ແລະ ​ເຊີດ​ຊູ​ພາສາ​ປະຈຳ​ຊາດ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ຮຽນ​ພາສາ​ຫວຽດທີ່ນັບມື້ນັບເພີ່ມຂຶ້ນ ​ໃນ​ປະຊາ​ຄົມຊາວ​ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ​​, ພັກ ​ແລະ ລັດ​ຂອງ​ພວກ​ເຮົາ ຍາມ​ໃດ​ກໍ່​ມີ​ນະ​ໂຍບາຍ​ສ້າງ​ເງື່ອນ​ໄຂທີ່​ສະດວກ.

ປະຊາ​ຄົມ​ຊາວຫວຽດນາມ ​ໃນ 5 ທະວີບ​ເຊີດຊູ ​ແລະຮັກສາ​ພາສາ​ຫວຽດ
ປະຊາ​ຄົມ​ຊາວຫວຽດນາມ ​ໃນ 5 ທະວີບ​ເຊີດຊູ ​ແລະຮັກສາ​ພາສາ​ຫວຽດ.

ໂດຍປະກອບສ່ວນ​ປະຕິບັດ​ບັນດາ​ນະ​ໂຍບາຍ​ດັ່ງກ່າວໃຫ້​ປະກົດຜົນເປັນ​ຈິງ, ​ໃນ​ໄລຍະ​ທີ່​ຜ່ານ​ມາ ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ປະຕິບັດບັນດາ​ວຽກ​ງານ​ທີ່ແທດ​ຈິງ.

​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາມາດຕະການແທດຈິງ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເພື່ອ​ສົ່ງເສີມ ​ແລະ​ເຜີຍ​ແຜ່​ຂະ​ບວນການ​ສິດສອນ ແລະຮຽນ​ພາສາ​ຫວຽດ, ຍົກ​ສູງ​ຄວາມ​​ຮູ້ ​ແລະຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ສັງຄົມ​ໃນ​ການເຊີດຊູ​, ຮັກສາ ​ແລະ ເສີມຂະຫຍາຍຄວາມໃສແຈ້ງ, ຄຸນຄ່າຂອງ​ພາສາ​ຊາດ.

ຄຽງຄູ່ກັບຂະບວນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານ, ການ​ປົກ​ປັກ​ຮັກສາ ​ແລະເຊີດຊູ​ພາສາ​ຫວຽດ ​ແມ່ນ​ປະກອບສ່ວນ​ຍົກ​ສູງ​ຄຸນຄ່າ​ວັດທະນະທຳ, ປະກອບສ່ວນ​ສ້າງ​ກຳລັງ​ແຮງ​ອັນ​ສຳຄັນ, ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດຕາມ​ທັດສະນະ​ພັດທະນາ​ທີ່​ໄດ້​ຢືນຢັນ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ 10 ປີ 2021-2030.

ການຮັກສາ ​ແລະເຊີດຊູ​ພາສາ​ຫວຽດ ກໍ່​ຈະ​ປະກອບສ່ວນ​ປະຕິບັດ​ຍຸດ​ທະ​ສາດ​ການ​ທູດ​ວັດທະນະທຳ​ຮອດ​ປີ 2030 ໃຫ້​ປະສົບຜົນສໍາເລັດ, ຄຽງຄູ່ກັບການກຳນົດ​ທິດ​ພັດທະນາ​ປະ​ເທດຊາດ​ຮອດ​ປີ 2030 ​ແລະ 2045 ຕາມ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ​ພັກ.

ບູນມີ

ເຫດການ
302 Found

Found

The document has moved here.