ຮັກ​ສາ​ຈິດ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ

07:07 | 02/01/2022

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ ອາ​ຍຸ​ການ 2021 – 2024.

ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ຄົນ​ລຸ້ນ​ໜຸ່ມ ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ຄົນ​ລຸ້ນ​ໜຸ່ມ
ນະ​ໂຍ​ບາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຊ່ວຍ​ໃຫ້​ຫວຽດ​ນາມ ບັນ​ລຸ​ໄດ້​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ບົນ​ເວ​ທີ​ສາ​ກົນ ນະ​ໂຍ​ບາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຊ່ວຍ​ໃຫ້​ຫວຽດ​ນາມ ບັນ​ລຸ​ໄດ້​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ບົນ​ເວ​ທີ​ສາ​ກົນ
ຮັກ​ສາ​ຈິດ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ
ພາບປະກອບ: TTXVN

ຫຼາຍ​ປີ​ຜ່ານ​ມາ, ກຳ​ລັງ​ຊາວ​ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ​ດ້ວຍ​ການ​ມີ​ໜ້າ​ຂອງ​ຊາວ​ຫວຽດ​ນາມ ກ່​ວາ 5,3 ລ້ານ​ຄົນ ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່ຫຼາຍ​ປະ​ເທດ ແລະ ເຂດ​ແຄ້ວນ. ຢັ້ງ​ຢືນ​ການ​ນຳຂອງ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຕາມ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວູ​ກວາງ​ມິງ ແລ້ວ, ສຳ​ລັບ​ກາ​ນ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ, ຄວາມ​ມະ​ຫາ​ສາ​ມັກ​ຄີ​ແມ່ນ​ຈິດ​ໃຈ​ລຸ​ລ່ວງ.

ທ່ານ ໂດ​ວັນຈຽນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ສົ່ງ​ຄຳ​ອວຍ​ພອນ​ອັນ​ປະເສີດ​ໄປ​ຍັບ​ບັນ​ດາ​ສະ​ຫາຍ ທີ່​ເປັນ​ກຽດ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ພັກ, ລັດ. ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ແຕ່​ລະ​ຄົນ​ຈະ​ປະ​ຕິ​ບັດ​ສຳເລັດໜ້າ​ທີ່​ອັນ​ດີ​ເດັ່ນ​ຂອງ ພັກ, ລັດ, ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້.

ທີ່​ການ​ພົບ​ປະ, ບັນ​ດາ​ການ​ນຳ​ອົງ​ການ​ການ​ທູດ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ ອາ​ຍຸ​ການ 2021 – 2024 ສະ​ແດງ​ຄວາມປາດຖະໜາ​ວ່າ ໄລ​ຍະ​ຈະ​ມາ​ເຖິງ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຈະສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໜູນ​ຊ່ວຍ​ຜູ້​ຕາງ​ໜ້າ​ເພື່ອ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ເພື່ອ​ມີຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ຕັ້ງ​ໜ້າ​ກ່​ວາອີກ, ຈາກ​ນັ້ນ ກໍ​ປະ​ຕິ​ບັດ​ໄດ້​ນະ​ໂຍ​ບາຍ​ມະ​ຫາ​ສະ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ກອບ​ສ່ວນ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.