ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ

15:15 | 28/12/2021

ຍສໝ - ຫວ່າງແລ້ວນີ້, ກົມ​ເສນາ​ທິການ​ປ້ອງ​ກັນ​ປະ​ເທດ ສົມທົບ​ກັບ​ສະຖານທູດຫວຽດນາມ ​ແລະ ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ປະຈຳ ຢູ​ແກຼນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 77 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ (22 ທັນວາ 1944 – 22 ທັນວາ 2021), ວັນ​ບຸນ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ ຄົບຮອບ 32 ປີ (22 ທັນວາ 1989 - 22 ທັນວາ 2021).

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ເວເນຊູເອລາ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ເວເນຊູເອລາ
ນັກ​ຮົບ​ເກົ​່າ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ມອບ​ເງິນ​ ຈຳ​ນວນ 2000 USD ເພື່ອ​ສະ​ໜັບ​ສະ​ໜູນ​ເພື່ອນ​ຮ່ວມ​ກົມ​ກອງ​ຢູ່​ບ້ານ​ເກີດ​ເມືອງນອນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ນັກ​ຮົບ​ເກົ​່າ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ມອບ​ເງິນ​ ຈຳ​ນວນ 2000 USD ເພື່ອ​ສະ​ໜັບ​ສະ​ໜູນ​ເພື່ອນ​ຮ່ວມ​ກົມ​ກອງ​ຢູ່​ບ້ານ​ເກີດ​ເມືອງນອນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

ເຂົ້າ​ຮ່ວມ​ພິທີ ​ມີ​ປະທານ​ສະມາຄົມ​ນັກຮົບ​ເກົ່າ ຢູ​ແກຼນ, ພົນຈັດຕະວາ Popovich Vladimir Vasilievich ​ແລະ ບັນດາ​ນັກຮົບ​ເກົ່າ ຢູ​ແກຼນ ທີ່​ເຄີຍ​ຊ່ວຍ​ເຫຼືອ ຫວຽດນາມ ​ໃນປາງ​ສົງຄາມ; ຜູ້ຕາງໜ້າ​ບັນດາ​ນັກຮົບ​ເກົ່າ​ຫວຽດນາມ ທີ່​ມາ​ຈາກ​ນະຄອນ Kyiv, Kharkiv, Odesa ​ແລະ Mariupol ພ້ອມ​ກັບ​ບັນດາ​ພະນັກງານ​ສະຖານທູດຫວຽດນາມ ປະຈຳ ຢູ​ແກຼນ.

ວຽນ​ກວາງ​ຈ້ຽນ ​ໄດ້ຫວນຄືນ​ການ​ເຄື່ອນ​ໄຫວ​ກໍ່ສ້າງ, ຕໍ່ສູ້ ​ແລະ ​ເຕີບ​ໂຕ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໃນ​ໄລຍະ 77 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ, ​ໂດຍ​ຍົກໃຫ້ເຫັນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ສອງ​ວິວັດ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ແລະ ຈັກກະພັດອາເມລິກາ ຂອງກອງທັບປະຊາຊົນຫວຽດນາມ; ຜົນສຳເລັດໃນວຽກງານການຕ່າງປະເທດດ້ານປ້ອງກັນຊາດ, ໃນນັ້ນມີໜ້າທີ່ການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະ​ຫະ​ປະ​ຊາ​ຊາດ, ຈັດຕັ້ງຜັນຂະຫຍາຍໂຮງໝໍພາກສະໜາມເລກ 2 ຢູ່ຊູດັງໃຕ້ ແລະ ສາທາລະນະລັດອາຟຣິກາກາງ, ເຊິ່ງໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກສະ​ຫະ​ປະ​ຊາ​ຊາດ ແລະ ປະຊາຄົມສາກົນ.

ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ
ສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ ຢູແກຼນ. (ພາບ: vietnamplus)

ທ່ານ​ພັນ​ເອກ ຫງວຽນ​ກວາງ​ຈ້ຽນ ກໍ່​ສະແດງຄວາມຂອບ​ອົກ​ຂອບ​ໃຈ​ບັນດາ​ນັກຮົບ​ເກົ່າ ຢູ​ແກຼນ ທີ່​ໄດ້​ຊ່ວຍ​ເຫຼືອ ຫວຽດນາມ ​ໃນ​ໄລຍະ​ສົງຄາມ, ແລະ ​ເນັ້ນ​ໜັກ​ວ່າ ຄົນຫວຽດນາມລຸ້ນຕ່າງໆ ຈະບໍ່ມີວັນລືມການປະກອບສ່ວນອັນໃຫຍ່ຫຼວງນັ້ນ.

ຕາງໜ້າບັນດານັກຮົບເກົ່າ ອູແກຣນ, ພົນຈັດຕະວາ Popovich ສະແດງຄວາມຊົມເຊີຍບັນດາກະຊວງ, ນັກຮົບກອງທັບປະຊາຊົນຫວຽດນາມ, ​ອວຍພອນໃຫ້ກອງທັບ​ປະຊາຊົນ​ຫວຽດນາມ ນັບ​ມື້​ນັບ​ເປັນ​ໃນລະບົບທີ່ຍອດຢ້ຽມ, ທັນ​ສະ​ໄໝ, ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃຫ້ສຳເລັດເປັນ​ຢ່າງ​ດີ.

ໂດຍເນັ້ນ​ໜັກ​ເຖິງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ - ຢູ​ແກຼນ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ ລະຫວ່າງ​ສະມາຄົມ​ນັກຮົບ​ເກົ່າ ຢູ​ແກຼນ ​ແລະ ສະຖານທູດ, ຫ້ອງການທີ່ປຶກສາຝ່າຍ​ປ້ອງ​ກັນ​ຊາດ, ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ ປະຈຳ ຢູ​ແກຼ, ທ່ານພົນຈັດຕະວາ Popovich ປາດ​ຖະໜາ​ວ່າ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.