ນັກມວຍ ຮວ່າງທິໝີ້ເຕິມ ຍາດໄດ້ຫຼຽນຄໍາ ຄາຣາເຕ ອາຊີ

09:24 | 23/12/2021

ວັນທີ 20 ທັນວາ, ທີ່ກາຊັກສະຖານ, ນັກມວຍ ຮວ່າງທິໝີ້ເຕິມ ໄດ້ຕີເອົາຊະນະນັກມວຍ N.Penpisut (ໄທ) ໃນການແຂ່ງຂັນຊີງຊະນະເລີດ ປະເພດນໍ້າໜັກ 55 ກິໂລກຣາມຍິງ ໄວອາຍຸ U.21, ຍາດໄດ້ຫຼຽນຄໍາໃນການແຂ່ງຂັນຊີງແຊັມ ຄາຣາເຕ ອາຊີ 2021.

ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ
ການພົວພັນຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານໃນປີ 2021 ການພົວພັນຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານໃນປີ 2021
undefined
ນັກມວຍ ຮວ່າງທິໝີ້ເຕິມ ເທິງເວທີຮັບຫຼຽນຄໍາ. ພາບ: ນັກມວຍ ຮວ່າງທິໝີ້ເຕິມ ສະໜອງ.

ເພື່ອເຂົ້າຮອບຊີງຊະນະເລີດ, ໝີ້ເຕິມ ໄດ້ຕີເອົາຊະນະ ນັກມວຍ A.Alyazya (UAE) ຢູ່ນັດເປີດສາກ ແລະຊະນະ B.Zahra (ອີຣານ) ທີ່ການແຂ່ງຂັນຮອບຮອງຊະນະເລີດ. ສິ່ງທີ່ໜ້າເວົ້າເຖິງນັ້ນແມ່ນປີນີ້ ໝີ້ເຕິມ ມີອາຍຸພຽງ 18 ປີເທົ່ານັ້ນ.

ການແຂ່ງຂັນຊີງແຊັມຄາຣາເຕ ອາຊີ 2021 ດໍາເນີນແຕ່ວັນທີ 20-22 ທັນວາ 2021, ໂດຍມີການເຂົ້າຮ່ວມຂອງນັກມວຍເກືອບ 500 ຄົນທີ່ມາຈາກ 23 ປະເທດ ແລະເຂດແຄວ້ນ. ທີມຄາຣາເຕຫວຽດນາມ ເຂົ້າຮ່ວມການແຂ່ງຂັນມີນັກມວຍທັງໝົດ 9 ຄົນ, ໂດຍຄູຝຶກ 2 ຄົນ ແມ່ນ ເລຕຸ່ງເຢືອງ ແລະເຢືອງຮວ່າງລອງ ເປັນຜູ້ແນະນໍາ.

la.qdnd.vn

ເຫດການ
302 Found

Found

The document has moved here.