ພັນເອກ ດິງວັນເນີຍ ໄດ້ຮັບຫຼຽນໄຊໂດຍກະສັດກຳປູເຈຍ ມອບໃຫ້

06:02 | 27/12/2021

ຍສໝ - ກະ​ສັດ​ກຳ​ປູ​ເຈຍ​ໄດ້​ມອບ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ເພື່ອ​ສະ​ແດງ​ຄວາມ​ຮູ້ບູນຄູນຕໍ່ ທ່ານ​ພັນ​ເອກ ດິງວັນເນີຍ, ຜູ້ອໍານວຍການຕໍາຫຼວດ ​ແຂວງ ອານຢາງ.

ຫວຽດນາມ ຮັບວັກຊິນ Pfizer 2,6 ລ້ານໂດສ ໂດຍ ອາເມລິກາ ມອບໃຫ້ ຫວຽດນາມ ຮັບວັກຊິນ Pfizer 2,6 ລ້ານໂດສ ໂດຍ ອາເມລິກາ ມອບໃຫ້
ສະຫະພັນອົງການຈັດຕັ້ງມິດຕະພາບນະຄອນ ເກີ່ນເທີ  ໄດ້ຮັບທຸງແຂ່ງຂັນໂດຍ VUFO ມອບໃຫ້ ສະຫະພັນອົງການຈັດຕັ້ງມິດຕະພາບນະຄອນ ເກີ່ນເທີ ໄດ້ຮັບທຸງແຂ່ງຂັນໂດຍ VUFO ມອບໃຫ້
ພັນເອກ ດິງວັນເນີຍ ໄດ້ຮັບຫຼຽນໄຊໂດຍກະສັດກຳປູເຈຍ ມອບໃຫ້
ພັນເອກ ດິງວັນເນີຍ ໄດ້ຮັບຫຼຽນໄຊໂດຍກະສັດກຳປູເຈຍ ມອບໃຫ້. ພາບ: nld.com.vn

ຫວ່າງແລ້ວນີ້, ​ອົງການຕໍາຫຼວດ ​ແຂວງ ອານຢາງ ໃຫ້ຮູ້​ວ່າ ກະສັດ​ກຳປູ​ເຈຍ​ໄດ້​ມອບສິດໃຫ້ການນໍາກົມພັດທະນາ (ກະຊວງ​ປ້ອງ​ກັນ​ປະ​ເທດກອງທັບພະບໍລົມວົງສານຸວົງ​ກຳປູ​ເຈຍ) ​ ມອບ​​ຫຼຽນ​ໄຊ Monisaraphon ຊັ້ນ Moha Sena ໃຫ້​ແກ່ ທ່ານ​ພັນ​ເອກ ດິງວັນເນີຍ ເພື່ອຮັບຮູ້ການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ໃນ​ການ​ຕ້ານ​ພະຍາດ​ໂຄ​ວິດ-19 ​ແລະ ການ​ພົວພັນ​ຮ່ວມ​ມື​ທີ່​ດີ​ອື່ນໆ.

ຕາມ​ນັ້ນ​ແລ້ວ, ວັນ​ທີ 22 ທັນວາ, ຢູ່​ດ່ານ​ຊາຍ​ແດນ​ສາກົນ​ຕິ້ງ​ບຽນ (​ເມືອງ​ຕິ້ງ​ບຽນ) ​ແລະ ດ່ານ​ຊາຍ​ແດນ​ແຂວງ ແຄງບິ່ງ (ເມືອງອານຟູ), ຄະນະປະຕິບັດງານ​ຂອງ​ຕຳຫຼວດ​ແຂວງ ອານ​ຢາງ ​ໂດຍ​ທ່ານ​ພັນ​ເອກ ດິງວັນເນີຍ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ພົບ​ປະ, ​​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ເພື່ອ​ໜູນ​ຊ່ວຍ​ວຽກ​ງານ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19 ​ໃຫ້​ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່​ຂອງສອງ​ແຂວງ Takeo ​ແລະ ​ແຂວງ​ Kandal (ລາຊະ​ອານາຈັກ​ກຳປູ​ເຈຍ).

ທ່ານ​ພັນ​ເອກ ດິງວັນເນີຍ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່​ແຂວງ ອານຢາງ ​ຂ້ອນຂ້າງເປັນປົກກະຕິ. ຕຳຫຼວດ​ແຂວງ​ອານ​ຢາງ ຍາມ​ໃດ​ກໍ່​ມີ​ຄວາມ​ສົນ​ໃຈ ​ແລະ ກຽມພ້ອມ​​ທີ່​ຈະ​ໜູນ​ຊ່ວຍ, ຮ່ວມມືກັບ​ກົມ​ພັດທະນາ ​ແລະ ຕຳຫຼວດ, ສະມາຄົມ​ຊາວ​ຂະ​ເໝນ - ຫວຽດນາມ ຂອງ 2 ​ແຂວງ​ Takeo ​ແລະ ​ Kandal ​ໃນ​ການ​ສະກັດ​ກັ້ນ​ອາດຊະຍາ​ກຳ, ຮັກສາ​ຄວາມ​ສະຫງົບ​ປອດ​ໄພຢູ່ຕາມເສັ້ນຊາຍແດນ. ພ້ອມ​ກັນ​ນັ້ນ, ​ກໍເອົາ​ໃຈ​ໃສ່​ດູ​ແລ​ຊາວ​ຂະ​ເໝນ​ ເຊື້ອສາຍ​ຫວຽດນາມ ​ໃນ​ກຳປູ​ເຈຍ ​ກໍ່ຄື ຊາວ​ຂະ​ເໝນ​ທີ່​ດຳລົງ​ຊີວິດ​ຢູ່​ອານ​ຢາງ ​ແລະ ວຽກງານປ້ອງ​ກັນ, ຕ້ານ​ພະຍາດ​ໂຄ​ວິດ-19.

ທີ່​ການ​ພົບ​ປະ, ການ​ນຳ​ບັນດາ​ຄະນະ​​ໄດ້​ເຫັນ​ດີເປັນເອກະພາບ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຕໍ່ສູ້​ຕ້ານ​ອາດຊະຍາ​ກຳ​ຢູ່​ເຂດ​ຊາຍ​ແດນ​ຄື​ ອາດຊະຍາ​ກຳ​ຂ້າມ​ຊາດ, ​ຢາ​ເສບ​ຕິດ, ການຄ້າເຖື່ອນ, ການ​​ຄ້າ​ມະນຸດ; ພິ​ເສດ​ແມ່ນ​ບັນດາ​ກຳລັງ​ສັດຕູ​ທີ່​ຍາມໃດກໍ່ຊອກຫາວິທີ​ທຳລາຍ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ, ​ບັນດາ​ແຂວງ​ມີ​ຊາຍ​ແດນຮ່ວມກັນ​ເວົ້າ​ສະ​ເພາະ.

ຄຽງຂ້າງກັນນັ້ນ, ການຍູ້ແຮງວຽກງານ​ການເຜີຍແຜ່​ໂຄສະນາ, ຮຽກຮ້ອງ​ໃຫ້​ປະຊາຊົນ​ສອງ​ຟາກ​ຊາຍ​ແດນ​ປະຕິບັດ​ລະບຽບ​ການ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ພະຍາດ​ຢ່າງ​ເຂັ້ມ​ງວດ, ບໍ່​​ລັກລອບ​ເຂົ້າ-ອອກເມືອງ ຫຼື ສ້າງຄວາມສະດວກໃຫ້ແກ່ບັນດາເຄື່ອນໄຫວ​ທີ່​ຜິດ​ກົດໝາຍ​ດັ່ງກ່າວ.

ໄຊພອນ

ເຫດການ
302 Found

Found

The document has moved here.