ການແຂ່ງຂັນບານເຕະ FAVIJA Kanto Cup 2021: ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ

21:07 | 23/12/2021

ຍສໝ - ການ​ແຂ່ງຂັນ​ບານ​ເຕະ “FAVIJA Kanto Cup 2021” ສຳລັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ​ແມ່ນ​​ເພື່ອ​ໃຫ້​ພໍ່ແມ່ປະຊາຊົນສາມາດ​ແລກປ່ຽນ, ຮ່ຳຮຽນ, ​ແລກປ່ຽນ​ບົດຮຽນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນໃນສະພາບການທີ່ຫຍຸ້ງຍາກ.

ການແຂ່ງຂັນບານເຕະ U.23 ອາຊີຕາເວັນອອກສ່ຽງໃຕ້ 2022 ຈະຈັດຂຶ້ນຢູ່ກໍາປູເຈຍ ການແຂ່ງຂັນບານເຕະ U.23 ອາຊີຕາເວັນອອກສ່ຽງໃຕ້ 2022 ຈະຈັດຂຶ້ນຢູ່ກໍາປູເຈຍ
21 ທິມ​ບານ​ເຕະຂອງ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ອັງ​ກິດເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ບານ​ເຕະ  Nova Cup London 2021 21 ທິມ​ບານ​ເຕະຂອງ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ອັງ​ກິດເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ບານ​ເຕະ Nova Cup London 2021
ການແຂ່ງຂັນບານເຕະ FAVIJA Kanto Cup 2021: ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ
ການ​ແຂ່ງຂັນ​ບານ​ເຕະ “FAVIJA Kanto Cup 2021” ສຳລັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ​ແມ່ນ​​ເພື່ອ​ໃຫ້​ພໍ່ແມ່ປະຊາຊົນສາມາດ​ແລກປ່ຽນ, ຮ່ຳຮຽນ, ​ແລກປ່ຽນ​ບົດຮຽນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນໃນສະພາບການທີ່ຫຍຸ້ງຍາກ. ພາບ: TTXVN

ການ​ແຂ່ງຂັນ​ບານ​ເຕະ FAVIJA Kanto Cup ​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ໂດຍ​ສະມາຄົມ​ແລກປ່ຽນວັດທະນະທຳ​ ກິລາ ຫວຽດນາມ ຍີ່ປຸ່ນ (FAVIJA) ​ ຈັດຂຶ້ນ ພາຍໃຕ້ການອຸປະຖໍາ​​ຈາກ​ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ອໍານາດການປົກຄອງ​ທ້ອງ​ຖິ່ນ​ໃນ​ເຂດ Kanto, ການໜູນ​ຊ່ວຍ ​ແລະ ອຸປະຖໍາຂອງບັນດາວິສາ​ຫະກິດ ຫວຽດນາມ ​ຢູ່ຍີ່ປຸ່ນ.

ເລີ່ມ​ແຕ່​ວັນ​ທີ 21 ພະຈິກ, 80 ທີມ​ບານ​ເຕະ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ໄດ້​ແຂ່ງ​ຂັນ​ຢ່າງ​ດຸ​ເດືອດ​ເພື່ອ​ຍາດ​ໄດ້​ປີ້​ເຂົ້າ​ຮອບ 32 ທີມ​ສຸດ​ທ້າຍ ດ້ວຍ​ບັນ​ດາ​ໝາກ​ຜົນ​ດີ​ທີ່​ສຸດ. ການແຂ່ງຂັນຮອບຊິງຊະນະເລີດ (32 ທີມ) ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້.

ທ່ານ ໂດກວາງບາ, ປະທານ FAVIJA ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ສຸຂະພາບ, ການ​ແລກປ່ຽນຕິດພັນ​ຊຸມ​ຊົນ, ພ້ອມທັງມີ​ຄວາມ​ໝາຍມະນຸດສະທໍາ​ຢ່າງ​ເລິກ​ເຊິ່ງ ​ເມື່ອ​ຄະນະ​ຈັດ​ຕັ້ງ​ໄດ້​ຮັບຮອງ​ເອົາ​ການ​ແຂ່ງຂັນເພື່ອສ້າງກອງ​ທຶນ​ໜູນ​ຊ່ວຍ​ບັນດາ​ກໍລະນີ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ຍີ່​ປຸ່ນ ​ປະສົບ​ອຸບັດ​ຕິ​ເຫດ, ເປັນ​ພະຍາດ​ທີ່​ປິ່ນປົວ​ບໍ່​ໄດ້... ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

ໃນຕອນທ້າຍຂອງການແຂ່ງຂັນ, ແຊ້ມໄດ້ຕົກເປັນຂອງ FC Real Tobama, ຮອງຊະນະເລີດເປັນຂອງ FC AE38 ແລະ ອັນດັບ 3 ໄດ້ແກ່ FC Tokai ແລະ Gold Star JP FC.

ລາງວັນຜູ້ຍິງປະຕູໄດ້ຫຼາຍທີ່ສຸດຕົກເປັນຂອງ ຫງວຽນຕຽນຈ້ອງ ຂອງ FC Washi, ຜູ້ຮັກສາປະຕູທີ່ດີທີ່ສຸດໄດ້ຕົກເປັນຂອງ ຫງວຽນຮູຍຮວ່າງ ຂອງ FC Real Tobama. ນັກເຕະ ຫງວຽນ​ຟີ​ເຟືອກ ຂອງ FC AE38 ​ໄດ້​ຮັບ​ລາງວັນ​ນັກ​ເຕະ​ດີ​ເດັ່ນ, ພ້ອມທັງ ຍັງ​ໄດ້​ຮັບ​ນາມມະຍົດ “​ເອກ​ອັກຄະ​ລັດຖະທູດ​ບານ​ເຕະ ຫວຽດນາມ ປະຈຳ ຍີ່ປຸ່ນ ປີ 2022”.

ໄຊພອນ

ເຫດການ
302 Found

Found

The document has moved here.