ເປີດຫ້ອງສອນພາສາ ຫວຽດ ຢູ່ Staritskogo
ຍສໝ - ຕອນບ່າຍວັນທີ 5 ກັນຍາ ຢູ່ Staritskogo (Odessa, ຢູແກນ) ໄດ້ດຳເນີນພິທີເປີດຫ້ອງສອນພາສາຫວຽດນາມ ໃຫ້ແກ່ບັນດານ້ອງໆນັກຮຽນ ຢູ່ Staritskogo ແລະ ເຂດໃກ້ຄຽງ.
ຍສໝ - ຕອນບ່າຍວັນທີ 5 ກັນຍາ ຢູ່ Staritskogo (Odessa, ຢູແກນ) ໄດ້ດຳເນີນພິທີເປີດຫ້ອງສອນພາສາຫວຽດນາມ ໃຫ້ແກ່ບັນດານ້ອງໆນັກຮຽນ ຢູ່ Staritskogo ແລະ ເຂດໃກ້ຄຽງ.
ຍສໝ - ວັນທີ 4 ກັນຍາ, ສະຫະພັນນັກທຸລະກິດຍິງ ຫວຽດນາມ ຢູ່ ໄຕ້ຫວັນ (ຈີນ) ໄດ້ມອບເງິນເປັນຈຳນວນ 25 ລ້ານດົ່ງ ໃຫ້ແກ່ໂຄງການ ATM ອົກຊີແຊນ ຜ່ານຄະນະຊາວໜຸ່ມກອມມູນິດ ນະຄອນໂຮ່ຈີມິນ ເມືອງເຕິນບິ່ງ.
ຍສໝ - ຍ້ອນໂລກລະບາດໂຄວິດ - 19, ພິທີຕອບບຸນແທນຄຸນພໍ່ແມ່ ປີ 2021 ຢູ່ວັດ ຈຸກເລິມ ຢູ່ຊານເມືອງ ປາຣີ ຮອດວັນທີ 5 ກັນຍາ ຈຶ່ງສາມາດຈັດຕັ້ງໄດ້, ດ້ວຍລາຍການທີ່ຫຼຸດເວລາຈັດຕັ້ງລົງ ແລະ ຈຳນວນຜູ້ເຂົ້າຮ່ວມກໍ່ຈຳກັດກ່ວາເກົ່າ.
ຍສໝ - ວັນທີ 4 ກັນຍາ, ທີ່ນະຄອນຫຼວງກົວລາລໍາເປີ, ສະຖານທູດຫວຽດນາມປະຈໍາມາເລເຊຍ ໄດ້ສົມທົບກັບສະຫະພັນແມ່ຍິງຫວຽດນາມ ແລະ ອົງການທີ່ມີໜ້າທີ່ ເພື່ອຈັດຕັ້ງການສັກວັກຊີນກັນພະຍາດໂຄວິດ -19 ໃຫ້ແກ່ຊາວຫວຽດນາມ 200 ຄົນຢູ່ໃນບໍລິເວນນະຄອນຫຼວງກົວລາລໍາເປີ.
ຍສໝ - ຫວຽດນາມ ສົ່ງສານສະແດງຄວາມເສຍໃຈຢ່າງສຸດຊຶ້ງ ມາຍັງຄອບຄົວຂອງຜູ້ເຄາະຮ້າຍຈາກເຫດບຸກໂຈມຕີກໍ່ການຮ້າຍ ໃນວັນທີ 26 ສິງຫາ ຢູ່ອັຟການິສຖານ. ມາຮອດປະຈຸບັນ, ຍັງບໍ່ທັນມີພົນລະເມືອງຫວຽດນາມຄົນໃດ ຮັບຜົນກະທົບຈາກເຫດບຸກໂຈມຕີກໍ່ການຮ້າຍດັ່ງກ່າວ.
ຕອນຄ່ຳວັນທີ 4 ກັນຍາ, ຢູ່ ນະຄອນຫຼວງ ເຊີອຸນ, ສະມາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ ໄດ້ຖ່າຍທອດສົດລາຍການປະກາດສ່ວນບຸກຄົນ ແລະ ໝູ່ຄະນະທີ່ໄດ້ຮັບລາງວັນໃນການເສັງຖ່າຍທຳ ຄຼິບ ວິດີໂອ ດ້ວຍຫົວຂໍ້ “ຫວຽດນາມ ໃນດວງໃຈຂອງຂ້ອຍ”.
ຍສໝ - ອຳນາດການປົກຄອງນະຄອນ Busan ປະກາດໃນວັນທີ 31 ສິງຫາ ວ່າ ໄດ້ພິມຈຳໜ່າຍໜັງສືພິມສະບັບພິເສດ ດ້ວຍພາສາຫວຽດນາມ ເປັນຄັ້ງທຳອິດຢູ່ ສ.ເກົາຫຼີ ໃນວັນທີ 1 ກັນຍາ ...
ຫວ່າງແລ້ວນີ້, ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ແລະທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີຕ່າງປະເທດລາວ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 6 ລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະກະຊວງການຕ່າງປະເທດ ລາວ ຜ່ານລະບົບທາງໄກເພື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແລະບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຍສໝ - ຄະນະກຳມະການແຫ່ງຊາດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບຄະນະພົວພັນຕ່າງປະເທດ ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ຈັດຕັ້ງການເສັງຂັບລຳເພງພື້ນເມືອງ ທີ່ໄດ້ອອກອາກາດໃນຄືນຂອງ VOV5 ສຳລັບຊາວຫວຽດນາມ ແລະ ຊາວຕ່າງປະເທດໃນທົ່ວໂລກ...
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ສອງປະເທດ ການາດາ ແລະ ມາເລເຊຍ ຫາກໍ່ຈັດຕັ້ງການພົບປະກັບປະຊາຄົມຊາວຫວຽດນາມ ແລະ ເພື່ອນມິດສາກົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງ ວັນຊາດຫວຽດນາມ (ວັນທີ 2 ກັນຍາ 1945 – 2 ກັນຍາ 2021). ທີ່ການພົບປະ, ມີພໍ່ແມ່ປະຊາຊົນຫຼາຍຄົນ ໄດ້ປະກອບສ່ວນສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ - 19...
ຍສໝ - ກອງພັນໃຫຍ່ 814 (ກອງບັນຊາການທະຫານແຂວງ) ຫາກໍ່ຮັບພົນລະເມືອງ ຫວຽດນາມ 92 ຄົນ ທີ່ກັບມາຈາກ ໄຕ້ຫວັນ ປະຕິບັດການແຍກຕົວລວມສູນເພື່ອແນໃສ່ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ຕາມໝາກຜົນຂອງການວິໄຈຫາເຊື້ອ ໂຄວິດ - 19 ເທື່ອທີ 1, ບັນດາພົນລະເມືອງນີ້ລ້ວນແຕ່ມີຜົນກວດເປັນລົບກັບໂລກລະບາດໂຄວິດ - 19.
ວັນທີ 29 ສິງຫາ, ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານຈັດຕັ້ງລາຍການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ” ຜ່ານລະບົບທາງໄກ.
ຍສໝ -ສະມາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ຫາກໍ່ປຸກລະດົມໂຄງການມອບຄວາມຮັກແພງ ເພື່ອແນໃສ່ສ້າງກອງທຶນສະໜັບສະໜູນແຖວໜ້າຕ້ານໂລກລະບາດໂຄວິດ - 19 ແລະ ພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບ້ານເກີດເມືອງນອນ…
ຍສໝ - ປິ 2018, ຄູ ເວິນແອັງ ໄດ້ຮຽບຮຽງສຳເລັດປຶ້ມພາສາຫວຽດ ລະດັບ A ແລະ ປື້ມພາສາຫວຽດ ລະດັບ B. ໃນປື້ມຫົວທີ 2, ຄູ ເວິນແອັງ ໄດ້ຮັບຜິດຊອບເນື້ອໃນພາສາຫວຽດ, ສ່ວນຄູ່ຮ່ວມງານ Victoria Musiychuk ຮັບຜິດຊອບການຈັດໜ້າ, ປະດັບປະດາຮູບພາບ ແລະ ເນື້ອໃນພາສາ ຢູແກຼນ.
ຍສໝ - ຕອນເຊົ້າວັນທີ 26 ສິງຫາ, ຢູ່ໂຕກຽວ (ຍີ່ປຸ່ນ), ນັກກິລາ ເລວັນກົງ (ທີມກິລາຄົນພິການຫວຽດນາມ) ຄວ້າໄດ້ຫຼຽນເງິນໃນການແຂ່ງຂັນກິລາຄົນພິການໂຕກຽວ 2020.
ຍສໝ - ວັນທີ 22 ສິງຫາ (ວັນທີ 15 ເດືອນ 7 ຕາມຈັນທະປະຕິທິນ), ສະຖານກົງສຸນໃຫຍ່ຫວຽດນາມ ປະຈໍາແຂວງ Preah Sihanouk ໄດ້ປະສານສົມທົບກັບຄະນະບໍລິຫານງານຂັ້ນແຂວງ ສະມາຄົມກໍາປູເຈຍ-ຫວຽດນາມ ແລະ ແຮງງານຫວຽດນາມຈໍານວນໜຶ່ງ ຢູ່ແຂວງ Preah Sihanouk ເພື່ອແຈກຢາຍເຄື່ອງຂອງໃຫ້ 67 ຄອບຄົວທີ່ມີສະພາບຄວາມຫຍຸ້ງຍາກຢູ່ໃນເມືອງ Preah Sihanouk. ເຄື່ອງແຕ່ລະພູດແມ່ນເຂົ້າສານ 10 ກິໂລ.
ຍສໝ - ສະຖານທູດຫວຽດນາມ ປະຈຳມົງໂກລີ ຫາກໍ່ໄດ້ຮັບເງິນ 7000 USD ໂດຍຊາວຫວຽດນາມຢູ່ຕ່າງປະເທດ ສະໜັບສະໜູນກອງທຶນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດ.
ຍສໝ - ໃນເດືອນຕຸລາ 2020, ທານນາງ Aurélia Nguyen ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ອຳນວຍການບໍລິຫານຂອງ COVAX - ກົນໄກທົ່ວໂລກສໍາລັບການຊື້ ແລະ ການແຈກຢາຍວັກຊີນຕ້ານ COVID-19 ຢ່າງຍຸດຕິທໍາ.
ຍສໝ - ໃນວັນທີ 21 ສິງຫາ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka (ຍີ່ປຸ່ນ) ໄດ້ຈັດພິທີເປີດລະດົມການສະໜັບສະໜູນ ກອງທຶນວັກຊີນຕ້ານພະຍາດໂຄວິດ -19 ຂອງລັດຖະບານ ໃນຮູບແບບອອນໄລ໌ ລະຫວ່າງຈຸດເຊື່ອມຕໍ່ຢູ່ເຂດສະຖານກົງສູນໃຫຍ່ ແລະ ນະຄອນຫຼວງຮ່າໂນ້ຍ.
ຍສໝ - ມີຫຼາຍອົງການ, ໜ່ວຍງານ, ອົງການຈັດຕັ້ງ, ສ່ວນບຸກຄົນ ໄດ້ຮ່ວມແຮງຮ່ວມໃຈສະໜັບສະໜູນທັນຍະຫານ, ອຸປະກອນການແພດໃຫ້ນະຄອນຫຼວງ ຮ່າໂນ້ຍ ເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19.
ຍສໝ - ວັນທີ 23 ສິງຫາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco (ອາເມລິກາ) ໄດ້ຮັບ ແລະ ປະຕິບັດສຳເລັດລະບຽບການສົ່ງເຄື່ອງຊ່ວຍຫາຍໃຈ 255 ຊຸດ, ຊຸດກວດຫາເຊື້ອໄວຣັດ ໂຄວິດ - 19 ແບບໄວ 9000 ຊຸດ, ຜ້າອັດປາກດັງ 60.000 ອັນ ແລະ ບັນດາວັດຖຸອຸປະກອນການແພດຕ່າງໆໂດຍພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ອາເມລິກາ ອຸປະຖຳເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ຕອນບ່າຍວັນທີ 21 ສິງຫາ 2021, ສູນວັດທະນະທຳມະໂນຈິດ ປະຊາຄົມຊາວຫວຽດນາມຢູ່ໂປໂລຍ ໄດ້ຈັດຕັ້ງງານບຸນວູລານ ຢ່າງສົມກຽດ ເພື່ອຕອບບຸນແທນຄຸນພໍ່ແມ່ ພ.ສ 2565 (ຄ.ສ 2021) ທີ່ວັດ ເຍິນຫວ່າ ປະເທດໂປໂລຍ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ຕັ້ງໜ້າຊຸກຍູ້, ຜັນຂະຫຍາຍຄວາມມານະພະຍາຍາມ “ການທູດ ວັກຊິນ” ເພື່ອໜູນຊ່ວຍໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ພາຍໃນປະເທດ ຢ່າງມີປະສິດທິຜົນ.
ສືບຕໍ່ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຖືກຕ້ອງຂອງພັກ, ລັດ ຫວຽດນາມ ກ່ຽວກັບການປັບປຸງຄວາມສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ, ໃນນັ້ນ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ແມ່ນສ່ວນໜຶ່ງຂອງຊາດ ຫວຽດນາມທີ່ບໍ່ອາດຕັດແຍກອອກຈາກໄດ້.
ຍສໝ - ວັນທີ 19 ສິງຫາ, ພິທີປຸກລະດົມໂຄງການຂໍ້ລິເລີ່ມໜຸ່ມ ຫວຽດນາມ ທົ່ວໂລກ (InnoCity Global Launching 2021) ໄດ້ດຳເນີນຕາມຮູບການທາງອອນລາຍ ຢູ່ສູນປ່ຽນແປງໃໝ່ປະດິດຄິດສ້າງ ແຫ່ງຊາດ (ຫວຽດນາມ) ແລະ ສະຖານທີ່ຖ່າຍທອດສົດ ເກືອບ 150 ແຫ່ງຢູ່ 16 ປະເທດໃນທົ່ວໂລກ.
ຍສໝ - ວັນທີ 17 ສິງຫາ, ເວັບໄຊ Modern Diplomacy (ເວັບໄຊຂອງ ເອີລົບຮັບຜິດຊອບບັນດາບັນຫາສາກົນ) ໄດ້ລົງບົດຂຽນໂດຍຕີລາຄາວິທີການສຳຜັດ ແລະ ຂໍ້ລິເລີ່ມຂອງ ຫວຽດນາມ ໃນຂົງເຂດຄວາມໝັ້ນຄົງໃນການເດີນເຮືອ.
ຍສໝ - ອ້າຍຮ່ວາງຕວັນແອັງ ຜູ້ປະດິດ ATM ເຂົ້າສານ ແລະ ATM ອົກຊີ, ທ່ານໝໍໜຸ່ມທີ່ຍາມໃດກໍ່ຢູ່ແນວໜ້າໃນການປ້ອງກັນຕ້ານໂລກລະບາດໂຄວິດ - 19 ເຈິ່ນແອງຕູ ແມ່ນ 2 ໃນຈຳນວນ 10 ຄົນ ທີ່ສະພາຊາວໜຸ່ມອາຊີ (AYC) ໄດ້ເຊີດຊູເປັນ ການນຳໜຸ່ມດີເດັ່ນອາຊີ ປີ 2021.
ຍສໝ - ຕອນຄ່ຳວັນທີ 15 ສິງຫາ ຢູ່ Battersea (ລອນດອນ, ລາຊະອານາຈັກອັງກິດ) ໄດ້ດຳເນີນພິທີປຸກລະດົມຍຸດທະສາດ “ຮ່ວມແຮງຮ່ວມໃຈພ້ອມກັບ ຫວຽດນາມ ຜ່ານຜ່າໂລກລະບາດໂຄວິດ - 19”, ເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ໃນທົ່ວປະເທດອັງກິດ ປະກອບສ່ວນພ້ອມກັບບ້ານເກີດເມືອງນອນ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ແບ່ງປັນກັບບັນດາຄວາມຫຍຸ້ງຍາກຂອງປະເທດຊາດ ແລະ ພໍ່ແມ່ປະຊາຊົນ.
ວັນທີ 13 ສິງຫາ ປີ 2021, ທ່ານນາຍົກລັດຖະມົນຕີ ໄດ້ເຊັນຂໍ້ຕົກລົງສ້າງຕັ້ງ ໜ່ວຍປະຕິບັດງານຂອງ ລັດຖະບານ ກ່ຽວກັບການທູດ ວັກຊິນ, ເພື່ອລະດົມທຸກແຫຼ່ງກຳລັງທັງຢູ່ພາຍໃນປະເທດ ແລະ ສາກົນ, ໃນນັ້ນມີວັກຊິນ ເພື່ອສາມາດຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປໂດຍໄວ, ນຳການເຄື່ອນໄຫວເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິໃໝ່ໃນໄລຍະໄວເທົ່າທີ່ຈະໄວໄດ້.
ຍສໝ - ໃນວັນທີ 10 ສິງຫາ 2021, ອີງຕາມການຈັດແຜນຂອງກະຊວງການຕ່າງປະເທດ ແລະ ອົງການທີ່ມີໜ້າທີ່, ສະຖານທູດຫວຽດນາມ ປະຈຳມຽນມາ ໄດ້ຈັດຖ້ຽວບິນສະເພາະຂອງສາຍການບິນ Bamboo Airways ເຊິ່ງໄດ້ໂດຍສານພົນລະເມືອງທີ່ຖືກຕິດຄ້າງ 182 ຄົນ ກັບຄືນປະເທດ ເນື່ອງຈາກພະຍາດ COVID-19. ໃນມື້ດຽວກັນ, ພົນລະເມືອງຫວຽດນາມ 154 ຄົນຈາກປະເທດບຣູໄນ ກໍ່ໄດ້ກັບຄືນປະເທດຢ່າງປອດໄພ ດ້ວຍຖ້ຽວບິນໂດຍສານເໝົາລຳຂອງ LILAMA.
The document has moved here.