ພົນ​ລະ​ເມືອງ ຫວຽດ​ນາມ 92 ຄົນ ກັບ​ມາ​ຈາກ ໄຕ້ຫວັນ ປະຕິບັດການແຍກ​ຕົວ​ລວມສູນ

10:08 | 01/09/2021

ຍ​ສ​ໝ - ກອງ​ພັນ​ໃຫຍ່ 814 (ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ) ຫາ​ກໍ່​ຮັບ​ພົນ​ລະ​ເມືອງ ຫວຽດ​ນາມ 92 ຄົນ ທີ່ກັບມາຈາກ ໄຕ້​ຫວັນ​ ປະຕິບັດການແຍກ​ຕົວ​ລວມສູນ​ເພື່ອ​ແນ​ໃສ່​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ຕາມ​ໝາກ​ຜົນ​ຂອງ​ການ​ວິ​ໄຈ​ຫາ​ເຊື້ອ ໂຄວິດ - 19 ເທື່ອທີ 1, ບັນ​ດາ​ພົນ​ລະ​ເມື​ອງ​ນີ້​ລ້ວນ​ແຕ່​ມີ​ຜົນ​ກວດ​ເປັນ​ລົບ​ກັ​ບ​ໂລກ​ລະ​ບາດ​ໂຄວິດ - 19.

ມີຫຼາຍ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ສະ​ຖານ​ທູດໜູນ​ຊ່ວຍ ຮ່າ​ໂນ້ຍ ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ມີຫຼາຍ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ສະ​ຖານ​ທູດໜູນ​ຊ່ວຍ ຮ່າ​ໂນ້ຍ ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ຮ່າ​ໂນ້ຍ ​ສືບ​ຕໍ່​ໜູນ​ຊ່ວຍ​ຂອງ​ກິນ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຮ່າ​ໂນ້ຍ ​ສືບ​ຕໍ່​ໜູນ​ຊ່ວຍ​ຂອງ​ກິນ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ພົນ​ລະ​ເມືອງ ຫວຽດ​ນາມ 92 ຄົນ ກັບ​ມາ​ຈາກ ໄຕ້ຫວັນ ປະຕິບັດການແຍກ​ຕົວ​ລວມສູນ
ພາບປະກອບ

ພົນ​ລະ​ເມືອງ ຫວຽດ​ນາມ 92 ຄົນ (ລວມ​ມີ ຊາຍ 44ຄົນ ແລະ ​ຍິງ 48 ຄົນ ໃນ​ນັ້ນ​ມີ​ແມ່​ຍິງ​ຖື​ພາ 20 ຄົນ) ໄດ້ມາຈາກ​ໄຕ້​ຫວັນ​ເຂົ້າ​ເມືອງ ຫວຽດ​ນາມ ຜ່ານ​ສະ​ໜາມ​ບິນ​ເວິນ​ໂດນ, ກ໋​ວາງ​ນິງ ໄດ້ປະຕິບັດການ​ແຍກ​ຕົວລວມສູນ​ເພື່ອ​ແນ​ໃສ່​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ກອງ​ພັນ​ໃຫຍ່ 814 ໃນ​ວັນ​ທີ 29 ສິງ​ຫາ.

ບັນ​ດາ​ພົນ​ລະ​ເມືອງທີ່ແຍກ​ຕົວ​ ລ້ວນແຕ່ໄດ້​ຮັບ​ການກວດ​ກາ​ສຸ​ຂະ​ພາບ, ແຈ້ງ​ການ​ອາ​ການ​ສຸ​ຂະ​ພາບ ແລະ ສັບ​ຊ້ອນ​ບ່ອນ​ກິນຢູ່ພັກເຊົາ​ຢ່າງ​ລະ​ອຽດ​ລະ​ອໍ. ສູນ​ຄວບ​ຄຸມ​ພະ​ຍາດ​ຕິດ​ແປດ (CDC) ຂອງ​ແຂວງ ໄດ້​ເອົາ​ຕົວ​ຢ່າງ​ກວດຫ​າ​ເຊື້ອ​ໂຄວິດ - 19 ຄັ້ງ​ທີ 1 ສຳ​ລັ​ບ​ພົນ​ລະ​ເມືອງໝົດ​ທຸກ​ຄົນ ພາຍຫຼັງເຂົ້າ​ປະ​ຕິ​ບັດ​ການ​ແຍກ​ຕົວໂດຍທັນທີ. ຕາມ​​ຜົນ​​ການ​ວິ​ໄຈ​ຂອງ CDC ແຂວງ ປະ​ກາດ​ໃນ​ວັນ​ທີ 30 ສິງ​ຫາ ແລ້ວ, ຕົວ​ຢ່າງ​ທີ່ເອົາຄັ້ງ​ທີ 1 ຂອງ 92 ຄົນ​ ລ້ວນ​ແຕ່​ມີ​ຜົນ​ກວດ​ເປັນ​ລົບ​ກັບ​ເຊື້ອ​ໄວ​ຣັດ SARS-CoV-2.

ໃນ​ໄລ​ຍະ​ປະ​ຕິ​ບັດ​ການ​ແຍກ​ຕົວ, ບັນ​ດາ​ພົນ​ລະ​ເມືອງ ໄດ້​ຕິດ​ຕາມ​ອາ​ການ​ສຸ​ຂະ​ພາບ​ຢ່າງເປັນ​ປະ​ຈຳ, ວັດ​ແທກ​ອຸນ​ຫະ​ພູມ 2 ຄັ້ງ/ວັນ, ໄດ້ຮັບການ​ເຜີຍ​ແຜ່ ແລະ ຮຽກ​ຮ້ອງ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ເຂັ້ມ​ງວດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.