ເປີດ​ຫ້ອງ​ສອນ​ພາ​ສາ ຫວຽ​ດ ຢູ່ Staritskogo

14:00 | 09/09/2021

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 5 ກັນ​ຍາ ຢູ່ Staritskogo (Odessa, ຢູ​ແກນ) ໄດ້​ດຳ​ເນີນ​ພິ​ທີ​ເປີດ​ຫ້ອງ​ສອນ​ພາ​ສາຫວຽດ​ນາມ ໃຫ້​ແກ່​ບັນ​ດາ​ນ້ອງໆ​ນັກ​ຮຽນ ຢູ່ Staritskogo ແລະ​ ເຂດ​ໃກ້​ຄຽງ.

ຊຸດ​ປື້ມ​ສອງ​ພາ​ສາ ແຫ່ງ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຄູ​ ສອນພາ​ສາ​ຫວຽດ​ ຢູ່ ຢູ​ແກຼນ ຊຸດ​ປື້ມ​ສອງ​ພາ​ສາ ແຫ່ງ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຄູ​ ສອນພາ​ສາ​ຫວຽດ​ ຢູ່ ຢູ​ແກຼນ
ACCL ຢາກ​ເປີ​ດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ເດັກ​ທີ່​ເປັນ​ພະ​ຍາດ​ມະ​ເຮັງ ຢູ່ ຫວຽດ​ນາມ ACCL ຢາກ​ເປີ​ດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ເດັກ​ທີ່​ເປັນ​ພະ​ຍາດ​ມະ​ເຮັງ ຢູ່ ຫວຽດ​ນາມ
ເປີດ​ຫ້ອງ​ສອນ​ພາ​ສາ ຫວຽ​ດ ຢູ່ Staritskogo
ພິ​ທີ​ເປີດ​ສົກ​ຮຽນ​ໃໝ່ (ພາບ: baomoi.com)

ອາຈານ ຫວູ​ທິ​ເທິມ - ອາ​ຈານ​ຮັບຜິດຊອບ​ຫ້ອງຮຽນ ໃຫ້​ຮູ້​ວ່າ ບັນ​ດາ​ຄອບ​ຄົວ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ສອນ​ພາ​ສາ​ຫວຽດ ໃຫ້​ແກ່​ລູກຫຼານ​ຂອງ​ຕົນ. ໃນ​ຊຸມ​ປີກ່ອນ ຫ້ອງ​ສອນ​ພາ​ສາຫວຽດ ຢູ່​ໝູ່​ບ້ານ Staritskogo ມີ​ນັກ​ຮຽນ​ພຽງ​ແຕ່ 20 ຄົນ, ໃນ​ປີນີ້ (ສົກ​ຮຽນ 2021 – 2022) ຈຳ​ນວນ​ນັກ​ຮຽນ​ໄດ້​ເພີ່ມ​ຂຶ້ນ​ທົບ 2 ເທົ່າ, ເກືອບ 40 ຄົນ​ແລ້ວ.

ອາຈານ ​ເທີມ ເວົ້າ​ວ່າ: “ມີຫຼາຍ​ຄອບ​ຄົວ​ພໍ່​ແມ່​ໄປ​ເຮັດ​ວຽກ​ທຸກ​ມື້, ​ຕ້ອງ​ຝາກລູກ​ໃຫ້​ຊາວ​ຕ່າງ​ປະ​ເທດ​ເບິ່ງ​ແຍງ​ຊ່ວຍ. ບັນ​ດາ​ນ້ອງໆ​ບໍ່​ຮູ້​ພາ​ສາ​ຫວຽດ​ນາມ, ເມື່ອ​ກັບ​ຄືນ​ມາຢ້ຽມ​ຢາມປູ່​ຍ່າ​ຕາ​ຍາຍ, ຄອບ​ຄົວຢູ່ຫວຽດ​ນາມ ບັນ​ດາ​ນ້ອງໆ​ບໍ່​ສາ​ມາດ​ທັກ​ທາຍໄດ້, ຮູ້​ສຶກ​ແປກ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ. ເພາະ​ສະ​ນັ້ນ, ໃນ 2 – 3 ປີ​ຈະ​ມາ​ເຖິງ ບັນ​ດາ​ຄອບ​ຄົວໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ສອນ​ພາ​ສາ​ຫວຽດ ໃຫ້​ແກ່​ບັນ​ດາ​ນ້ອງໆຫຼາຍຂຶ້ນ. ຫ້ອງ​ຮຽນ ແມ່ນ​ສະພາບ​ແວ​ດ​ລ້ອມ ເພື່ອ​ໃຫ້​ບັນ​ດາ​ນ້ອງໆໄດ້ໂອ້​ລົມ​ກັນ​ດ້ວຍ​ພາ​ສາ​ຫວຽດ, ສ້າງ​ຄວາມ​​ໝັ້ນໃຈເມື່ອ​ນຳ​ໃຊ້​ພາ​ສາ​ຫວຽດໃນ​ການ​ທັກ​ທາຍເຊິ່ງ​ກັນ​ແລະ​ກັນ ແລະ ກັບ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ບັ​ນ​ດາ​ປະ​ເທດ​ຕ່າງໆ“.

ໂດຍ​ໄດ້​ຮູ້​ວ່າ ຫ້ອງ​ສອນ​ພາ​ສາ​ຫວຽດ ຈະ​ໄດ້​ແບ່ງ​ປັນ 3 ກຸ່ມ. ຫຼັກ​ສູດ​ການ​ຮຽນ​ ຈະຮຽນ​ຕາມຫຼັກ​ສູດ​ການ​ຮຽນ​ພາ​ສາ​ຫວຽດ​ ຈາກ​ຫວຽດ​ນາມ ສົ່ງ​ມາ​.

ກ່ອນ​ໜ້າ​ນັ້ນ, ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ Odessa, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຫງວຽນ​ຮົ່ງ​ແທັກ ໄດ້​ສະ​ເໜີ ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Odessa ໃຫ້​ບູ​ລິ​ມະ​ສິດ​ແກ່​ການ​ສ​ອນ​ພາ​ສາຫວຽດ​ນາມ ໃຫ້​ແກ່​ບັນ​ດາ​ນ້ອງໆ​ທີ່​ຢາກ​ຮຽນ​ພາ​ສາ​ຫວຽດ​ ຢູ່​ບັນ​ດາ​ຫ້ອງ​ສອນ​ພາ​ສາ​ຫວຽດ ຢູ່​ເຂດ​ຊຸມ​ຊົນ. ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ ອ​າດ​ສາ​ມາດ​ຈັດ​ຕັ້ງ​ການ​ບັນ​ດາ​ຫ້ອງ​ສອນ​ພາ​ສາ​ຫວຽດ ທາງ​ໄກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.