ສະ​ຖານທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ ການ​ທູດ ວັກ​ຊິນ

06:18 | 25/08/2021

ຍ​ສ​ໝ - ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້, ຜັນ​ຂະ​ຫຍາຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ “ການ​ທູດ ວັກ​ຊິ​ນ” ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ປ້ອງ​ກັ​ນ, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19 ພາຍ​ໃນ​ປະ​ເທດ ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຍູ້ແຮງ​ຄວາມ​ຄ​ືບ​ໜ້າ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຍູ້ແຮງ​ຄວາມ​ຄ​ືບ​ໜ້າ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19
ຫວຽດ​ນາມ ທົດ​ລອງ​ການ​ສັກ​ວັກ​ຊິນ ARCT-154 ຕໍ່​ຄົນ ຫວຽດ​ນາມ ທົດ​ລອງ​ການ​ສັກ​ວັກ​ຊິນ ARCT-154 ຕໍ່​ຄົນ
ສະ​ຖານທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ ການ​ທູດ ວັກ​ຊິນ
ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​າ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ດັ້ງ​ມິງ​ຄອຍ (ພາບ: TTXVN)

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​າ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ດັ້ງ​ມິງ​ຄອຍ ໃຫ້​ຮູ້​ວ່າ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ໄດ້​ສ້າງ​ໜ່ວຍ​ປະ​ຕິ​ບັດ​ງານ​ພິ​ເສດ​ຮັບ​ຜິດ​ຊອບ​ການ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ ລັດ​ເຊຍ ໃນ​ຂົງ​ເຂດ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຊອກ​ຫາ​ແຫຼ່ງ​ສະ​ໜອງວັກ​ຊິນ, ຢາ​ປິ່ນ​ປົວ​ພະ​ຍາ​ດ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່​ອ​ຮັບ​ໃຊ້​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ພາຍ​ໃນ​ປະ​ເທດ.

ໜ້າ​ທີ່​ຂອງ​ໜ່ວຍ​ປະ​ຕິ​ບັດ​ງານ​ແມ່ນ​ຊອກ​ຮູ້​ບົດ​ຮຽນ​ປະ​ສົບ​ການ​ຂອງ ລັດ​ເຊຍ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຕີ​ລາ​ຄ​າ​ສະ​ພາບ​ການ, ການ​ຜັນ​ແປ​ຂອງ​ໂລກ​ລະ​ບາດ, ຊອກ​ຫາ​ບັນ​ດາ​ແຫຼ່ງ​ສະ​ໜອງ​ຢາ​ປິ່ນ​ປົວ ແລະ ວັກ​ຊິນ​ທີ່​ມີ​ປະ​ສິ​ດ​ທິ​ຜົນ​ເພື່ອ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ການ​ຊື້ ແລະ ນຳ​ເຂົ້າ.

ໜ່ວຍ​ປະ​ຕິ​ບັດ​ງານ​ໄດ້​ມາ​ນະ​ພະ​ຍາ​ຍາມ​ສົມ​ທົບ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ບັນ​ດາ​ກະ​ຊວງ​ຂະ​ແໜງ​ການ​ພາຍ​ໃນ​ປະ​ເທດ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້ຮັບການມອບໃຫ້ເປັນຜູ້ອອກໜ້າ​ຊື້​ວັກ​ຊິນ ແລະ ຢາ​ປິ່ນ​ປົວ​ພະ​ຍາດ​ເພື່ອ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ລັດ​ເຊຍ ໝາຍ​ຄວາມ​ວ່າ​ກອງ​ທຶນ​ລົງ​ທຶນ​ໂດຍ​ກົງ.

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ, ປັດ​ຈຸ​ບັນ, ຫວຽດ​ນາມ ມີ​ບໍ​ລິ​ສັດ 2 ແຫ່ງ​ທີ່ລັດ​ໄດ້ກຳ​ນົດ​ກ່ຽວ​ກັບ​ການ​ສະ​ໜອງ​ແຫຼ່ງວັກ​ຊິນ​ຈາກ ​ລັດ​ເຊຍ​ ມາຍັງ ຫວຽດ​ນາມ: ນັ້​ນ​ແມ່ນ​ບໍ​ລິ​ສັດ Vibiotech ໂດຍ​ຮັບ​ໜ້າ​ທີ່​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຈາກ​ຝ່າຍ​ລັດ​ເຊຍ ເພື່ອ​ບັນຈຸຂວດ​ຜະ​ລິດ​ຕະ​ພັນ​ວັກ​ຊິນ Sputnik V ຢູ່ ຫວຽດ​ນາມ ແລະ ກຸ່ມ​ບໍ​ລິ​ສັດ T&T ໄດ້​ຮັບ​ໜ້າ​ທີ່​ຊື້​ວັກ​ຊິນ Sputnik V 40 ລ້ານ​ໂດ​ສ.

ວິ​ວັດ​ການ​ເຈ​ລະ​ຈາ​ພວມ​ໄດ້​ຮັບ​ກາ​ນ​ຜັ​ນ​ຂະ​ຫຍາຍ​ຢ່າງ​ສະ​ດວກ ແລະ ວິ​ວັດ​ການ​ ບັນຈຸຂວດ​ວັກ​ຊິນ ຂອງ ViBiotech ຈະ​ມີ​ຜົນ​ງານ​ໂດຍ​ໄວ. ຄ​າດ​ວ່າ​ໃນ​ເດືອນ ສິງ​ຫາ ແລະ ​ຕົ້ນ​ເດືອນກັນ​ຍາ ພວກ​ເຮົາ​ຈະສາມາດ​ຜະ​ລິດ​ໄດ້​ງວດ​ທຳ​ອິດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດໃຫ້​ຮູ້​ວ່າ ລັດ​ເຊຍ ຖື​ເປັນ​ສຳ​ເປັນ​ທີ່​ສຸດ ແລະ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ແຕ່ກໍຍັງປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່. ລັດ​ເຊຍ​ພວມ​ຍູ້​ແຮງ​ການ​ສັກ​ວັກ​ຊິນ​ໃນ​ທົ່ວ​ໂລກ ດັ່ງ​ນັ້ນ ແຫຼ່ງວັກ​ຊິນ​ສະ​ໜອງ​ກໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ລັດ​ເຊຍ​ໄດ້​ລົງ​ນາມ​ສັນ​ຍາ​ກັບຫຼາຍ​ປະ​ເທດ, ຫຼາຍ​ຄູ່​ຮ່ວມ​ມື​ໃນ​ທົ່ວ​ໂລກ​ນັ​ບ​ແຕ່​ຕົ້ນ​ປີນີ້. ປັດ​ຈຸ​ບັນ​ແມ່ນ​ຈຸດ​ເວ​ລາ​ຕ້ອງ​ການ​ວັກ​ຊິນ​ຢູ່​ລະ​ດັບ​ສູງ​ທີ່​ສຸດ ດັ່ງ​ນັ້ນ​ແຫຼ່ງ​ສະ​ໜອງວັກ​ຊິນງ​ວດ​ທຳ​ອິດ ເຊິ່ງ​ຫວຽດ​ນາມ ຈະ​ໄດ້​ຮັບ​ຕ້ອງ​ຮອດ​ເດືອນ​ກັນ​ຍາ.

ອີກ​ໜ້າ​ທີ່​ໜຶ່ງ​ຂອງ​ກຸ່ມ​ປະ​ຕິ​ບັດ​ງານ​ແມ່ນ​ຄົ້ນ​ຄ້​ວາ​ບົດ​ຮຽນ​ປະ​ສົບ​ການ​ຂອງ ລັດ​ເຊຍ ທັງ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ທັງ​ຮັກ​ສາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຮັບ​ປະ​ກັນ​ການ​ໜູນ​ຊ່ວຍ​ສັງ​ຄົມ. ບົດ​ຮຽນ​ຂອງ​ລັດ​ເຊຍ​ແມ່ນ​ກວດ​ພົບ​, ປິ່ນ​ປົວ​ໃຫ້​ແກ່​ບັນ​ດາ​ຜູ້​ຕິດ​ເຊື້ອ​ທີ່​ມີ​ອາ​ການ​ບໍ່ໜັກ​ຢູ່​ກັບບ້ານ.

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ມິງ​ຄອຍ ໃຫ້​ຮູ້​ວ່າ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ລັດ​ເຊຍ​ ມີ​ຄວາມ​ສາ​ມັກ​ຄີ​ກັນ, ສະ​ໜິດ​ຕິດ​ພັນ ແລະ ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ປະ​ເທດ​ປະ​ຈຳ​ຖິ່ນ, ມີ​ການ​ພົວ​ພັນ​ໃນ​ວົງ​ກ້​ວາງ ດັ່ງນັ້ນ ໄດ້​ໜູນ​ຊ່ວຍ​ສະ​ຖານ​ທູດ​ໃນ​ການ​ຊອກ​ຫາ​ບັນ​ດາ​ຄູ່​ຮ່ວ​ມ​ມື, ຊອກ​ຫາບັນ​ດ​ແຫຼ່ງ​ຢຸກ​ຢາ ແລະ ວັກ​ຊິນ. ມີ​ນັກ​ສຶກ​ສາ​ການ​ແພດ​ເຮັດ​ວຽກ​ໂດຍ​ກົງ​ຢູ່​ບັນ​ດາ​ໂຮງ​ໝໍ​ຂອງ​ລັດ​ເຊຍ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ປະ​ສົບ​ການ ແລະ ໄດ້​ແບ່ງ​ປັນ​ກັບ​ສະ​ຖານ​ທູດ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.