ຈຳໜ່າຍໜັງສືພິມພາສາຫວຽດນາມ ສະບັບທຳອິດ ຢູ່ ສ.ເກົາຫຼີ

17:04 | 05/09/2021

ຍສໝ - ອຳນາດການປົກຄອງນະຄອນ Busan ປະກາດໃນວັນທີ 31 ສິງຫາ ວ່າ ໄດ້ພິມຈຳໜ່າຍໜັງສືພິມສະບັບພິເສດ ດ້ວຍພາສາຫວຽດນາມ ເປັນຄັ້ງທຳອິດຢູ່ ສ.ເກົາຫຼີ ໃນວັນທີ 1 ກັນຍາ ...

ອາຊຽນແມ່ນຈຸດສຸມບຸລິມະສິດໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ.ເກົາຫຼີ ອາຊຽນແມ່ນຈຸດສຸມບຸລິມະສິດໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ.ເກົາຫຼີ
ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ເພື່ອ​ສົ່ງ​ອອກ​ໝາກ​ໄມ້​ສົດ​ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ປຸງ​ແຕ່ງ​ຈາກ​ໝາກ​ໄມ້ ຂອງ ຫວຽດ​ນາມ ໄປ​ຍັງ ສ.ເກົາຫຼີ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ເພື່ອ​ສົ່ງ​ອອກ​ໝາກ​ໄມ້​ສົດ​ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ປຸງ​ແຕ່ງ​ຈາກ​ໝາກ​ໄມ້ ຂອງ ຫວຽດ​ນາມ ໄປ​ຍັງ ສ.ເກົາຫຼີ

ນີ້ແມ່ນສ່ວນໜຶ່ງຂອງໂຄງການທີ່ໄດ້ຈັດຕັ້ງປະຕິບັດ ຫຼັງກອງປະຊຸມສຸດຍອດພິເສດ ສ.ເກົາຫຼີ-ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປີ 2019, ໂດຍໄດ້ພິມຈຳໜ່າຍເພື່ອຈຸດປະສົງເປີດກວ້າງການແລກປ່ຽນ ກັບບັນດາປະເທດໃນອາຊີຕາເວັນອອກສຽງໃຕ້, ຕອບສະໜອງຂໍ້ມູນຂ່າວສານກ່ຽວກັບ Busan ຂອງຄົນຕ່າງປະເທດທີ່ອາໄສຢູ່ໃນນະຄອນ.

ຫວຽດນາມ ເປັນສະມາຊິກອາຊຽນ ທີ່ມີການແລກປ່ຽນດ້ານເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ ແລະ ການແພດທີ່ໜ້າຄຶກຄື້ນທີ່ສຸດກັບນະຄອນ Busan. ປະຊາຄົມຊາວຫວຽດນາມ ກໍ່ກວມເອົາຈຳນວນພົນລະເມືອງຕ່າງປະເທດທີ່ດຳລົງຊີວິດຢູ່ Busan ຫຼາຍທີ່ສຸດ.

ຈຳໜ່າຍໜັງສືພິມພາສາຫວຽດນາມ ສະບັບທຳອິດ ຢູ່ ສ.ເກົາຫຼີ
ຈຳໜ່າຍໜັງສືພິມພາສາຫວຽດນາມ ສະບັບທຳອິດ ຢູ່ ສ.ເກົາຫຼີ

ວັນທີ 3 ພະຈິກ 1995, ນະຄອນ Busan ໄດ້ເຊັນສັນຍາແຮກສ່ຽວກັບນະຄອນໂຮ່ຈີມິນ, ຕົວເມືອງໃຫຍ່ທີ່ສຸດຂອງຫວຽດນາມ.

ໜັງສືພິມສະບັບພິເສດນີ້ລວມມີຂໍ້ມູນກ່ຽວກັບປະຫວັດສາດ ແລະ ສະພາບການພົບປະແລກປ່ຽນ ລະຫວ່າງຫວຽດນາມ ແລະ ນະຄອນ Busan; ນະໂຍບາຍຫຼາກຫຼາຍວັດທະນະທໍາ, ອົງການຊ່ວຍເຫຼືອຄົນຕ່າງປະເທດຂອງ Busan; ຊີວິດ ແລະ ເລື່ອງລາວການພົບປະແລກປ່ຽນກັບບຸກຄົນ, ນັກສຶກສາຫວຽດນາມຢູ່, ອົງການພົນລະເຮືອນຢູ່ Busan ແລະ ແນະນຳກ່ຽວກັບທັດສະນີຍະພາບຢູ່ນະຄອນນີ້.

ອຳນາດການປົກຄອງນະຄອນ Busan ໄດ້ວາງແຜນທີ່ຈະແຈກຢາຍໜັງສືພິມສະບັບນີ້ ໃຫ້ກັບອົງການ ແລະ ສຳນັກງານທີ່ກ່ຽວຂ້ອງກັບຕ່າງປະເທດ ເຊັ່ນ: ສູນໜູນຊ່ວຍຄອບຄົວຫຼາກຫຼາຍວັດທະນະທຳ, ສູນວັດທະນະທຳອາຊຽນ, ອົງການທ່ອງທ່ຽວ ສ.ເກົາຫຼີ, ອົງການທ່ອງທ່ຽວ Busan, ສູນຂໍ້ມູນຂ່າວສານການທ່ອງທ່ຽວ, ພະແນກພາສາຫວຽດນາມ ຢູ່ບັນດາມະຫາວິທະຍາໄລຂອງ ສ.ເກົາຫຼີ.

ນະຄອນ Busan ຍັງໄດ້ຈຳໜ່າຍໜັງສືພິມໃນຮູບແບບຂອງ eBooks ແລະ ເຜີຍແຜ່ຢູ່ໃນເວັບໄຊ book.busan.go.kr ນຳອີກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.