ສືບຕໍ່ນຳເອົາພົນລະເມືອງຫວຽດນາມຢູ່ມຽນມາ ແລະ ບຣູໄນກັບຄືນບ້ານຢ່າງປອດໄພ

11:53 | 16/08/2021

ຍສໝ - ໃນວັນທີ 10 ສິງຫາ 2021, ອີງຕາມການຈັດແຜນຂອງກະຊວງການຕ່າງປະເທດ ແລະ ອົງການທີ່ມີໜ້າທີ່, ສະຖານທູດຫວຽດນາມ ປະຈຳມຽນມາ ໄດ້ຈັດຖ້ຽວບິນສະເພາະຂອງສາຍການບິນ Bamboo Airways ເຊິ່ງໄດ້​ໂດຍ​ສານພົນລະເມືອງ​ທີ່ຖືກຕິດຄ້າງ 182 ຄົນ ກັບຄືນປະ​ເທດ ​ເນື່ອງ​ຈາກພະຍາດ COVID-19. ໃນມື້ດຽວກັນ, ພົນລະເມືອງຫວຽດນາມ 154 ຄົນຈາກປະເທດບຣູໄນ ກໍ່ໄດ້ກັບຄືນ​ປະ​ເທດຢ່າງປອດໄພ ດ້ວຍຖ້ຽວບິນໂດຍສານ​ເໝົາ​ລຳຂອງ LILAMA.

ຖ້ຽວບິນໄດ້ນຳສົ່ງພົນລະເມືອງຫວຽດນາມ ເກືອບ 240 ຄົນຈາກຟີລິບປິນ ກັບຄືນບ້ານຢ່າງປອດໄພ ຖ້ຽວບິນໄດ້ນຳສົ່ງພົນລະເມືອງຫວຽດນາມ ເກືອບ 240 ຄົນຈາກຟີລິບປິນ ກັບຄືນບ້ານຢ່າງປອດໄພ
ນຳສົ່ງພົນລະເມືອງຫວຽດນາມເກືອບ 500 ຄົນ ຈາກຍີ່ປຸ່ນ ແລະ ສ.ເກົາຫຼີ ກັບຄືນບ້ານຢ່າງປອດໄພ ນຳສົ່ງພົນລະເມືອງຫວຽດນາມເກືອບ 500 ຄົນ ຈາກຍີ່ປຸ່ນ ແລະ ສ.ເກົາຫຼີ ກັບຄືນບ້ານຢ່າງປອດໄພ

ສາຍການບິນ Bamboo Airways ໄດ້ປະຕິບັດມາດຕະການກ່ຽວກັບການ​ປ້ອງ​ກັນູ​ວາ​ມ​ສະ​ຫງົບ, ຄວາມປອດໄພ ແລະ ຫຼັກສຸຂາອະນາໄມ ໃນຕະຫຼອດຖ້ຽວບິນຢ່າງ​ເຂັ້ມ​ງວດ. ພະນັກງານ ແລະ ຂ້າລັດຖະການຂອງສະຖານທູດທັງໝົດ ໄດ້ໄປສະໜາມບິນເພື່ອຈັດແຈງ ແລະ ໜູນຊ່​ວຍພົນລະເມືອງຈົນເຖິງກໍລະນີສຸດທ້າຍ.

ສືບຕໍ່ນຳເອົາພົນລະເມືອງຫວຽດນາມຢູ່ມຽນມາ ແລະ ບຣູໄນກັບຄືນບ້ານຢ່າງປອດໄພ
ສືບຕໍ່ນຳເອົາພົນລະເມືອງຫວຽດນາມຢູ່ມຽນມາ ແລະ ບຣູໄນກັບຄືນບ້ານຢ່າງປອດໄພ.

ປະຈຸບັນ ມຽນມາ ເປັນປະເທດທີ່ມີ​ສອງວິກິດການ, ສະ​ພາບການຂອງຄົນຫວຽດນາມຢູ່ທີ່ນີ້ ຍິ່ງປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າອ​ີກ. ນັບແຕ່ເດືອນມີນາ 2020 ເປັນຕົ້ນມາ, ເມື່ອມີການລະບາດຂອງພະຍາດໂຄວິດ -19 ຢູ່ມຽນມາ, ​ມີພົນລະເມືອງຫວຽດນາມ ຈຳນວນ 1,928 ຄົນ ໄດ້ກັບຄືນ​ປະ​ເທດດ້ວຍຖ້ຽວບິນສະເພາະ ໂດຍລັດຖະບານ, ກະຊວງການຕ່າງປະເທດ, ບັນດາກະຊວງ ແລະ ຂະແໜງການຈັດ​ແຜນ.

ໃນວັນດຽວກັນ, ອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມປະຈຳ ບຣູໄນ, ບໍລິສັດ LILAMA SEA Brunei (​ຂຶ້ນ​ກັບບໍລິສັດປະກອບເຄື່ອງຈັກຫວຽດນາມ) ແລະ ບໍລິສັດການບິນ Vietjet ໄດ້ປະສານສົມທົບກັບ ອົງການທີ່ມີໜ້າທີ່ ບຣູໄນ ພາພົນລະເມືອງຫວຽດນາມ 154 ຄົນ ກັບເມືອປະເທດຢ່າງປອດໄພດ້ວຍຖ້ຽວບິນຖ້ຽວບິນໂດຍສານເໝົາ​ລ​ຳຂອງ LILAMA.

ຄຳຮຸ່ງ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ