ຍັງບໍ່ມີພົນລະເມືອງຫວຽດນາມ ຮັບຜົນກະທົບຈາກການໂຈມຕີກໍ່ການຮ້າຍ ຢູ່ອັຟການິສຖານ

16:53 | 07/09/2021

ຍສໝ - ຫວຽດນາມ ສົ່ງສານສະແດງຄວາມເສຍໃຈຢ່າງສຸດຊຶ້ງ ມາຍັງຄອບຄົວຂອງຜູ້ເຄາະຮ້າຍຈາກເຫດບຸກໂຈມຕີກໍ່ການຮ້າຍ ໃນວັນທີ 26 ສິງຫາ ຢູ່ອັຟການິສຖານ. ມາຮອດປະຈຸບັນ, ຍັງບໍ່ທັນມີພົນລະເມືອງຫວຽດນາມຄົນໃດ ຮັບຜົນກະທົບຈາກເຫດບຸກໂຈມຕີກໍ່ການຮ້າຍດັ່ງກ່າວ.

ສືບຕໍ່ນຳເອົາພົນລະເມືອງຫວຽດນາມຢູ່ມຽນມາ ແລະ ບຣູໄນກັບຄືນບ້ານຢ່າງປອດໄພ ສືບຕໍ່ນຳເອົາພົນລະເມືອງຫວຽດນາມຢູ່ມຽນມາ ແລະ ບຣູໄນກັບຄືນບ້ານຢ່າງປອດໄພ
ຫວຽດນາມ ໄດ້ຮຽກຮ້ອງຊຸກຍູ້ຂະບວນການສັນຕິພາບ ທີ່ກ່ຽວກັບປະເທດ Afghanistan ຫວຽດນາມ ໄດ້ຮຽກຮ້ອງຊຸກຍູ້ຂະບວນການສັນຕິພາບ ທີ່ກ່ຽວກັບປະເທດ Afghanistan

ໃນວັນທີ 2 ກັນຍາ 2021, ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເຫດບຸກໂຈມຕີກໍ່ການຮ້າຍທີ່ສະໜາມບິນ Hamid Karzai ໃນນະຄອນຫຼວງ Kabul (ອັຟການິສຖານ) ໃນວັນທີ 26 ສິງຫາ, ທ່ານນາງໂຄສົກກະຊວງການຕ່າງປະເທດ ເລຖິທູຫັ່ງ ກ່າວວ່າ: ຫວຽດນາມ ກ່າວປະນາມການບຸກໂຈມຕີກໍ່ການຮ້າຍໃນທຸກຮູບແບບ, ໃນນັ້ນ ມີເຫດບຸກໂຈມຕີທີ່ເຮັດໃຫ້ມີຜູ້ບາດເຈັບສາຫັດ ຢູ່ສະໜາມບິນ Hamid Karzai ໃນວັນທີ 26 ສິງຫາ.

ຫວຽດນາມ ສົ່ງສານສະແດງຄວາມເສຍໃຈຢ່າງສຸດຊຶ້ງ ມາຍັງຄອບຄົວຂອງຜູ້ເຄາະຮ້າຍຈາກເຫດບຸກໂຈມຕີກໍ່ການຮ້າຍ ໃນວັນທີ 26 ສິງຫາ ຢູ່ອັຟການິສຖານ.

ຍັງບໍ່ມີພົນລະເມືອງຫວຽດນາມ ຮັບຜົນກະທົບຈາກການໂຈມຕີກໍ່ການຮ້າຍ ຢູ່ອັຟການິສຖານ
ທ່ານນາງໂຄສົກກະຊວງການຕ່າງປະເທດ ເລຖິທູຫັ່ງ. ພາບ: TTXVN

ກະຊວງການຕ່າງປະເທດ ໄດ້ຊີ້ນຳໃຫ້ສະຖານທູດຫວຽດນາມ ປະຈຳປາກິດສະຖານ ສືບຕໍ່ກວດກາຄືນ ແລະ ປະຕິບັດວຽກງານປົກປ້ອງພົນລະເມືອງ. ອີງຕາມແຫຼ່ງຂໍ້ມູນ, ມາຮອດປະຈຸບັນ ບໍ່ມີພົນລະເມືອງຫວຽດນາມ ຮັບຜົນກະທົບຈາກເຫດບຸກໂຈມຕີກໍ່ການຮ້າຍດັ່ງກ່າວ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຢູ່ອັຟການິສຖານ ຮັບປະກັນຄວາມປອດໄພ ແລະ ປ້ອງກັນຄວາມສະຫງົບໃຫ້ຊາວອັຟການິສຖານ ແລະ ຄົນຕ່າງປະເທດທັງໝົດ ທີ່ຢູ່ໃນອັຟການິສຖານ, ໃນນັ້ນ ລວມທັງພົນລະເມືອງຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ