ສັກວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ກັບແຮງງານຫວຽດນາມ 200 ຄົນຢູ່ມາເລເຊຍ

06:07 | 08/09/2021

ຍສໝ - ວັນທີ 4 ກັນຍາ, ທີ່ນະຄອນຫຼວງກົວລາລໍາເປີ, ສະຖານທູດຫວຽດນາມປະຈໍາມາເລເຊຍ ໄດ້ສົມທົບກັບສະຫະພັນແມ່ຍິງຫວຽດນາມ ແລະ ອົງການທີ່ມີໜ້າທີ່ ເພື່ອຈັດຕັ້ງການສັກວັກຊີນກັນພະຍາດໂຄວິດ -19 ໃຫ້ແກ່ຊາວຫວຽດນາມ 200 ຄົນຢູ່ໃນບໍລິເວນນະຄອນຫຼວງກົວລາລໍາເປີ.

ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້
ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ
ສັກວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ກັບແຮງງານຫວຽດນາມ 200 ຄົນຢູ່ມາເລເຊຍ
ສັກວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ກັບແຮງງານຫວຽດນາມ 200 ຄົນຢູ່ມາເລເຊຍ. ພາບ:TTXVN

ນີ້ແມ່ນການສັກວັກຊີນຄັ້ງທີ 2 ໃຫ້ກັບແຮງງານຫວຽດນາມຫຼັງຈາກຄັ້ງທໍາອິດໃນກາງເດືອນສິງຫາ ປີ 2021, ເຊິ່ງມີຄົນຫວຽດນາມຫຼາຍກວ່າ 500 ຄົນໄດ້ສັກວັກຊີນກັນພະຍາດໂຄວິດ -19.

ທ່ານທີ່ປຶກສາ ຫງວຽນຮົ່ງເຊີນ, ສະຖານທູດຫວຽດນາມປະຈຳມາເລເຊຍ ເນັ້ນໜັກວ່າ: ການສັກວັກຊີນແມ່ນບາດກ້າວທີ່ ຈຳເປັນເພື່ອກ້າວເຂົ້າສູ່ສະພາບປົກກະຕິໃໝ່. ວັກຊີນຊ່ວຍສ້າງພູມຕ້ານທານໃນຮ່າງກາຍ, ຫຼຸດຄວາມສາມາດຂອງການຕິດເຊື້ອໄວຣັດ ແລະຈໍານວນກໍລະນີຮ້າຍແຮງ. ເຖິງຢ່າງໃດກໍ່ຕາມ, ເພື່ອເພີ່ມປະສິດທິຜົນໃນການຕ້ານການລະບາດ, ພໍ່ແມ່ປະຊາຊົນຍັງຕ້ອງປະຕິບັດຕາມບັນດາຂໍ້ກໍານົດຕ່າງໆເຊັ່ນ: ໃສ່ຜ້າອັດປາກ, ລ້າງມື, ຂ້າເຊື້ອ, ຮັບປະກັນໄລຍະຫ່າງ...

ທ່ານທີ່ປຶກສາ ຫງວຽນຮົ່ງເຊີນ ໃຫ້ຮູ້ວ່າ ໃນອະນາຄົດອັນໃກ້ນີ້, ສະຖານທູດຈະສືບຕໍ່ປະສານສົມທົບກັບອົງການທີ່ມີໜ້າທີ່ ແລະບັນດາໝູ່ຄະນະຢູ່ໃນບໍລິເວນ ເພື່ອໃຫ້ຄົນຫວຽດນາມທີ່ພວມເຮັດວຽກ, ສຶກສາຮໍ່າຮຽນ ແລະດໍາລົງຊີວິດຢູ່ມາເລເຊຍ ສາມາດໄດ້ຮັບການສັກວັກຊີນກັນພະຍາດໂຄວິດ -19; ຈັດຕັ້ງການສັກຢາຄົງທີ່ ແລະເຄື່ອນທີ່, ໂດຍສະເພາະແມ່ນສໍາລັບພໍ່ແມ່ປະຊາຊົນທີ່ອາໃສຢູ່ເຂດຫ່າງໄກສອກຫຼີກ.

ໂດຍໄດ້ຮູ້ວ່າ ມາເລເຊຍ ພວມຕັ້ງເປົ້າໝາຍທີ່ຈະບັນລຸການມີການພູມຕ້ານທານໃນຊຸມຊົນໂດຍໄວ ຜ່ານການສັກຢາກັນພະຍາດ, ໂດຍສະເພາະແມ່ນຢູ່ນະຄອນຫຼວງກົວລາລຳເປີ ແລະລັດ Selangor. ປະຈຸບັນມາເລເຊຍກໍາລັງໃຊ້ວັກຊີນຫຼາກຫຼາຍຊະນິດສໍາລັບໂຄງການສັກຢາກັນພະຍາດແຫ່ງຊາດ, ລວມມີ: Sinovac, Sinopharm, Pfizer-BioNTech, CoronaVac, Johnson & Johnson, AstraZeneca ແລະ Cansino.

ໄຊພອນ

ເຫດການ
302 Found

Found

The document has moved here.