ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ​ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງທາງ​ທະ​ເລ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ

18:19 | 21/08/2021

ຍ​ສ​ໝ - ວັນ​ທີ 17 ສິ​ງ​ຫາ, ເວັບ​ໄຊ Modern Diplomacy (ເວັບ​ໄຊ​ຂອງ ເອີ​ລົບ​ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາສາ​ກົນ) ໄດ້​ລົງ​ບົດ​ຂຽນໂດຍ​ຕີ​ລາ​ຄາ​ວິ​ທີ​ການ​ສຳ​ຜັດ ແລະ ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ.

ຢັ້ງ​ຢືນ​ບົດ​ບາດ​ຂອງ​ການ​ເຄົາ​ລົບ​ກົດ​ໝາຍສາ​ກົນ​ໃນ​ບັນ​ຫ​າທະ​ເລ​ຕາ​ເວັນ​ອອກ ຢັ້ງ​ຢືນ​ບົດ​ບາດ​ຂອງ​ການ​ເຄົາ​ລົບ​ກົດ​ໝາຍສາ​ກົນ​ໃນ​ບັນ​ຫ​າທະ​ເລ​ຕາ​ເວັນ​ອອກ
ນັກ​ຮຽນ​ຮູ້​ອີ​ຕາ​ລີ​ ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ຄ​ວາມ​ໝັ້ນ​ຄົງ​ທາງ​ທະ​ເລ ຂອງ ຫວຽດ​ນາມ ນັກ​ຮຽນ​ຮູ້​ອີ​ຕາ​ລີ​ ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ຄ​ວາມ​ໝັ້ນ​ຄົງ​ທາງ​ທະ​ເລ ຂອງ ຫວຽດ​ນາມ
ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ​ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງທາງ​ທະ​ເລ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ
​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິ໊ງ ຢູ່​ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ທາງ​ໄກ ຂອງ ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ຫົວ​ຂໍ້​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ​ໃນ​ວັນ​ທີ 9 ສິງ​ຫາ (ພາບ: TTXVN)

ນັ້ນ​ແມ່ນ​ບົດ​ຂຽນ​ຂອງ ທ່ານ​ສາດ​ສະ​ດາ​ຈານ - ປ.ອ Bankaj Jha, ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາຄວາມ​ໝັ້ນ​ຄົງ ຍຸດ​ທະ​ສາດ ​ໂຮງ​ຮຽນ​ນາ​ໆ​ຊາດ Jandal, ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ ທົ່ວ​ໂລກ Jindal (ອິນ​ເດຍ) ກ່ຽວ​ກັບ​ເນື້ອ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິ໊ງ ຢູ່​ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ທາງ​ໄກ ຂອງ ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ຫົວ​ຂໍ້​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ​ໃນ​ວັນ​ທີ 9 ສິງ​ຫາ.

ທ່ານ ສາດ​ສະ​ດາ​ຈານ - ປ.ອ Bankaj Jha ຖື​ວ່າ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ຍົກ​ໃຫ້​ເຫັນ​ບັນ​ຫາ​ສຳຄັນ​ທີ່​ສຸດ​ໃນ​ການ​ສ້າງ​​ຄວາມ​ຮັບ​ຮູ້ ແລະ ເຈດ​ຈຳ​ນົງ ກ່ຽວ​ກັບ​ການ​ເດີນ​ເຮືອ​ຢູ່​ລະ​ດັບ​ສາ​ກົນ.

ທ່ານ ສາດ​ສະ​ດາ​ຈານ - ປ.ອ Bankaj Jha ຢັ້ງ​ຢືນ​ວ່າ ຫວຽດ​ນາມ ໄດ້​ນຳ​ໜ້າ​ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ກ່ຽວ​ຂ້ອງ​ເຖິງທະ​ເລ​ຕາ​ເວັນ​ອອກຢ່າງ​ແທ້​ຈິງ ແລະ ນັ​ບ​ມື້​ນັບ​ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ສວມ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສາໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ລວມ​ຢູ່​ເຂດ​ທະ​ເລນີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.