ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອັງ​ກິດ​ ປຸກ​ລະ​ດົມ​ຍຸດ​ທະ​ສາດ “ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອ​ມກັ​ບ ຫວຽດ​ນາມ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19”

14:35 | 19/08/2021

ຍ​ສ​ໝ - ຕອນ​ຄ່ຳ​ວັນ​ທີ 15 ສິງ​ຫາ ຢູ່ Battersea (ລອນດອນ, ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ) ໄດ້​ດຳ​ເນີນ​ພິ​ທີ​ປຸກ​ລະ​ດົມຍຸດ​ທະ​ສາດ “ຮ່ວມ​ແຮງ​ຮ່ວມ​ໃຈພ້ອມ​ກັບ ຫວຽດ​ນາມ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19”, ເພື່ອ​ແນ​ໃສ່​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໃນ​ທົ່ວ​ປະ​ເທດ​ອັງ​ກິດ ປະ​ກອບ​ສ່ວນ​ພ້​ອມ​ກັບ​ບ້ານ​ເກີດ​ເມືອງນອນ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ, ແບ່ງ​ປັນ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຂອງ​ປະ​ເທດ​ຊາດ ແລະ ພໍ່​ແມ່​ປະ​ຊາ​ຊົນ.

ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ ລະ​ຫວ່າງ ແຂວງ Niigata ແລະ ບັນ​ດາ​ແຂວງ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ ລະ​ຫວ່າງ ແຂວງ Niigata ແລະ ບັນ​ດາ​ແຂວງ ຫວຽດ​ນາມ
ສະ​ພາ​ກາ​ແດງ ຫວຽດ​ນາມ ຜັນ​ຂ​ະ​ຫຍາຍ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​ປະ​ຊາ​ຊົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ພາ​ກາ​ແດງ ຫວຽດ​ນາມ ຜັນ​ຂ​ະ​ຫຍາຍ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​ປະ​ຊາ​ຊົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອັງ​ກິດ​ ປຸກ​ລະ​ດົມ​ຍຸດ​ທະ​ສາດ “ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອ​ມກັ​ບ ຫວຽດ​ນາມ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19”
ພາບ​ປະ​ກອບ

ພິ​ທີ​ປຸກ​ລະ​ດົມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອັງ​ກິດ, ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ 3 ແຫ່ງ ນຳ​ໜ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ຊາ​ຄົມ​ແມ່ນ Park Pharmacy, Vanity Aesthetics & Beauty ແລະ EPLEGAL.

ມີ​ພໍ່​ແມ່​ປະ​ຊາ​ຊົນຫຼາຍ​ຄົນມ​ີ​ຄວາມ​ຕື້ນ​ຕັນ​ໃຈ​ແບ່ງ​ປັນ​ວ່າ: ເຖິງວ່າດ​ຳ​ລົງ​ຊີ​ວິດ​ຢູ່​ໄກ​ປະ​ເທດ​ຊາດກໍ່​ຕາມ ແຕ່​ວ່າ ເຂົາ​ເຈົ້າ​ຍາມ​ໃດ​ກໍ່​ອ່​ວາ​ຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ. ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອັງ​ກິດ​ໃຫ້​ຮູ້​ວ່າ ແຕ່​ລະ​ຄັ້ງ​ເມື່ອ​ໄດ້ຮັບ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ເຂົາ​ເຈົ້າ​ພັດ​ຮູ້​ສຶກ​ເຈັບ​ປວດ​ໃຈ ແລະ ເປັນກັງ​ວົນ.

ມີ​ເຍົາ​ວະ​ຊົນ​ຊາວ ​ອັງ​ກິດ​ ເຊື້ອ​ຊາດ ຫວຽດ​ນາມ ຫຼາຍ​ຄົນ ພ້ອມ​ກັບ​ຄອບ​ຄົວ​ໄດ້​ນຳ​ມາຍັງ​ໂຄງ​ການ ເຊິ່ງ​ແມ່ນ​ຈຳ​ນວນ​ເງິນ​ທີ່​ຕົນ​ເອງ​ປະ​ຢັດ​ໄດ້. ນາງ ອາ​ນາ ຮ່​ວາງ, ​ອາ​ຍຸ 13 ປີ ພວມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ​ຢູ່ ລອນດອນ ໄດ້​ອາ​ສາ​ສະ​ໝັກ​ສອນທາງ​ໄກ ແລະ ໄປ​ເຮັດ​ວຽກ​ເສີມ​ໃນ​ໄລ​ຍະ​ພັກ​ແລ້ງ. ຈຳ​ນວນ​ເງິນ​ເດືອ​ນ ທີ່​ເກັບ​ມາ​ໄດ້ ລາວ​ສະ​ຫງວນທັງ​ໝົດໃຫ້​ແກ່​ຍຸດ​ທະ​ສາດ ດ້ວຍ​ຄວາມ​ຮັກ ຫວຽດ​ນາມ - ສະ​ຖານ​ທີ່​ຕົ້ນ​ກຳ​ເນີດ​ຂອງ​ຕົນ.

ທີ່​ພິ​ທີ​ປຸກ​ລະ​ດົມ, ໂຄງ​ການ​ສ້າງ​ໄດ້​ກອງ​ທຶນ​ທີ່​ມີ​ເງິນ​ເປັນ​ຈຳ​ນວນ 101.835.000 ດົງ. ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ ຈະ​ໂອນ​ໃຫ້​ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຂຶ້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເພື່ອມອບ​ໃຫ້ “ກອງ​ທຶນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ” ແລະ​ ກອງ​ທຶນ “ຄວາມ​ຮັກ​ຕໍ່​​ໄຊງ່ອນ”.

ພາຍຫຼັງ​ພິ​ທີ​ປຸກ​ລະ​ດົມຍຸດ​ທະ​ສາດ “ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອ​ມກັ​ບ ຫວຽດ​ນາມ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19” ຢູ່​ລອນດອນ, ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ເປີດກວ້າງ​ຍຸດ​ທະ​ສາດ​ໄປ​ຍັງ​ບັນ​ດາ​ສະ​ມາ​ຄົມ​ປະ​ຊາ​ຄົມ​ຂອງຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອັງ​ກິດ ກໍ່​ຄື​ບັນ​ດາ​ນະ​ຄອນ​ ດ້ວຍ​ຮູບ​ແບບ​ສ້າງກອງ​ທຶນ​ທາງ​ໄກ. ​ຮູບ​ແບບນີ້​ຈະ​ຊ່ວຍ​ໃຫ້​ທຸກໆ​ຄົນສາ​ມາດພ້ອມ​ກັນ​ໄດ້​ເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອ​ບັນ​ດາ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ບ້ານ​ເກີດ​ເມືອງນອນໃນ​ໄລ​ຍະ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ການ​ລ໋ອກ​ດາວ ແລະ ການ​ແຜ່​ລະ​ບາດ​ຢ່າງ​ແຮງ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.