ສະ​ເຫຼີ​ມ​ສະຫຼອງ 76 ປີ​ແຫ່ງວັນ​ຊາດ ​ທີ 2 ກັນ​ຍາ: ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ແລະ ມາ​ເລ​ເຊຍ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຕ້ານ​ໂຄວິດ - 19.

16:49 | 02/09/2021

ຍ​ສ​ໝ - ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສອງ​ປະ​ເທດ ກາ​ນາ​ດາ ແລະ ມາ​ເລ​ເຊຍ ຫາ​ກໍ່​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ແລະ ເພື່​ອ​ນ​ມິດ​ສາ​ກົນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 76 ປີແຫ່ງ ວັນ​ຊາດຫວຽດນາມ (ວັນ​ທີ 2 ກັນ​ຍາ 1945 – 2 ກັນ​ຍາ 2021). ທີ່​ການ​ພົບ​ປະ, ມີ​ພໍ່​ແມ່​ປະ​ຊາ​ຊົນຫຼາຍ​ຄົນ ໄດ້​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນກອງ​ທຶນ​ວັກ​ຊິນປ້ອງ​ກັນ, ຕ້ານ​ໂຄວິດ - 19...

ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ສະ​ເຫຼີມ​ສະຫຼອງ 76 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັກ​ຊາດ ວັນ​ທີ 2 ກັນ​ຍາ ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ສະ​ເຫຼີມ​ສະຫຼອງ 76 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັກ​ຊາດ ວັນ​ທີ 2 ກັນ​ຍາ
ຊາວຫວຽດ​ນາມກວ່າ 283.000 ຄົນ ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຄົບ 2 ເຂັມ ຊາວຫວຽດ​ນາມກວ່າ 283.000 ຄົນ ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຄົບ 2 ເຂັມ
ສະ​ເຫຼີ​ມ​ສະຫຼອງ 76 ປີ​ແຫ່ງວັນ​ຊາດ ​ທີ 2 ກັນ​ຍາ: ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ແລະ ມາ​ເລ​ເຊຍ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຕ້ານ​ໂຄວິດ - 19.
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ

ຢູ່​ມາ​ເລ​ເຊຍ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຈິ່ນ​ວຽດ​ທ໊າຍ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ພາຍ​ໃນ​ປະ​ເທດ ແລະ ເນັ້ນ​ໜັ້ກ​ວ່າ ເຖິງວ່າ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພາຍ​ໃນ​ປະ​ເທດ​ພວມ​ມີ​ການ​ຜັນ​ແປ່​ຢ່າງ​ສັບ​ສົນ, ແຕ່​ພັກ, ລັດ ຍັງ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເວົ້າ​ລວມ, ຢູ່​ມາ​ເລ​ເຊຍ ເວົ້າ​ສະ​ເພາະ. ນອກ​ຈາ​ກການ​ສືບ​ຕໍ່​ນຳ​ບັນ​ດາ​ກໍ​ລະ​ນີ​ພິ​ເສດ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກກັບ​ຄືນ​ເມືອ​ປະ​ເທດແລ້ວ, ລັດ​ຖະ​ບານ ຍັງໄດ້​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ປະ​ກອບ​ວັດ​ຖຸອຸ​ປະ​ກອນ ແລະ ການ​ເງິນໃນການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ສະ​ຖ​ານ​ທູດ ສືບ​ຕໍ່​ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນ, ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ດ້ວຍ​ບັນ​ດາ​ຂອງ​ຂວັນທີ່​ແທດ​ຈິງ, ພ້ອມ​ທັງ​ສົມ​ທົບ​ກັບ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບຢູ່ປະເທດປະຈຳຖິ່ນ ເພື່ອໃຫ້​ນັບ​ມື້​ນັບ​ມີ​ຊາວ​ຫວຽດ​ນາມຫຼາຍ​ຄົນ​ໃນ​ບໍ​ລິ​ເວນ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19.

​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຈະ​ຈັດ​ຕັ້ງລາຍການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຕົວ​ຈິງ​ຫຼາຍກ່​ວາ​ອີກ, ເປັນ​ຕົ້ນ​ແມ່ນ​ສຳ​ລັບ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ສະ​ຖານ​ທີ່​​ເຕົ້​າ​ໂຮມພໍ່ແມ່ປະຊາຊົນ​ຫວຽດ​ນາມເປັນຈຳນວນຫຼາຍ ທັງເພື່ອ​ຊອກຮູ້​ສະ​ພາບ​ການ ​ທັງ​ແກ້​ໄຂ​ບັນ​ດາ​ບັນ​ຫາທີ່​ພໍ່​ແມ່​ປະ​ຊາ​ຊົນ​​ພວມ​ປະ​ສົບ​ກັບ​ຄ​ວາມ​ຫຍຸ້ງ​ຍາກ.

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພໍ່​ແມ່​ປະ​ຊາ​ຊົນທີ່​ໄດ້​ແບ່ງ​ປັນ, ພ້ອມ​ກັບ​ສະ​ຖານ​ທູດ ປະ​ຕິ​ບັດ​ວຽກ​ງານ​ປະ​ຊາ​ຄົມ​ໃຫ້​ເປັນ​ຢ່າງ​ດີ, ທ່ານ​ກໍ່​ມີ​ຄວາມ​ປາດ​ຖະ​ໜາ​ຢາກໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຈິດ​ໃຈ​ຮັກ​ແພງ​ກັນ, ພ້ອມ​ກັ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ.

ໃນ​ໄລ​ຍະ​ຜ່ານ​ມາ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ມາ​ເລ​ເຊຍ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ຈັດ​ຕັ້ງ​ບັນ​ດາ​ການ​ທຳ​ການ​ກຸ​ສົນ​ຢູ່​ບັນ​ດາ​ທ້ອງ​ຖິ່ນ, ໜູນ​ຊ່ວຍ​ຜູ້​ປະ​ສົມ​ກັບ​ຄວາມ​ຫຍຸ້ງຍາກຫຼາຍ​ຄົນ.

ບັນ​ດາ​ຄະ​ນະ​ຊາວ​ຫວຽດ​ນາມ ໃນ​ບໍ​ລິ​ເວນຄື ​ສະ​ມາ​ຄົມແມ່​ຍິງ, ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ໄດ້​ຮຽກ​ຮ້ອງ​ສະ​ໜັບ​ສະ​ໜູນ​ກອງ​ທຶນສາຍ​ໃຈ​ຫວຽດ​, ກອງ​ທັບ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ນັບ​ຮ້ອຍ​ລ້ານ​ດົ່ງ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດຈຳນວນຫຼວງຫຼາຍ, ຊ່ວຍ​ຊາວ​ຫວຽດ​ນາມ ນັບ​ຮ້ອຍ​ຄົນ​ປະ​ຕິ​ບັດ​ສຳ​ເລັດ​ການ​ສັກ​ວັກ​ຊິນ...

ທີ່​ການ​ພົບ​ປະ​ເນື່ອງ​ໃນ​ໂອກາດ ວັນ​ຊາດ, ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໃນ​ບໍ​ລິ​ເວນ​ໄດ້​ສະ​ໜັບ​ສະ​ໜູນ​ບັນ​ດາ​ການ​ເຄື່ອ​ນ​ໄຫ​ວ​ທຳ​ການ​ກຸ​ສົນຂອງ​ສະ​ຖານ​ທູດ ເປັນ​ຈຳ​ນວນ​ເງິນ 130 ລ້ານ ດົ່ງ.

ຢູ່​ກາ​ນາ​ດາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ກາວ​ຟອງ ໄດ້​ຫວນ​ຄືນ​ຄວາມ​ໝາຍ​ຂອງ​ໄຊ​ຊະ​ນະການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດທີ 2 ກັນ​ຍາ.

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດເນັ້ນ​ໜັກ​ວ່າ ໃນ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ຫວຽດ​ນາມ ຍາມ​ໃດ​ກໍ່​ຈົດ​ຈຳ ແລະ ຕີ​ລາ​ຄາ​ສູງ​ການ​ສະ​ໜັບ​ສະ​ໜູນ, ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ, ປະ​ສິດ​ທິ​ຜົນ​ຂອງຫຼາຍ​ປະ​ເທດ, ເພື່ອນ​ມິດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ຫວຽດ​ນາມ ໄດ້​ຮັບ​ການ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ຈາກ​ບັນ​ດາ​ຄູ່ຮ່ວມມື, ເພື່ອນ​ມິດທີ່​ໃກ້​ແລະ​ໄກ, ທ່ານ​ມີ​ຄວາມ​ປາດ​ຖະ​ໜາ​ວ່າ ເພື່ອນ​ມິດ​ສາ​ກົນ ຈະ​ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.