ສະຫະພັນນັກທຸລະກິດຍິງ ຫວຽດນາມ ຢູ່ ໄຕ້ຫວັນ ສະໜັບສະໜູນໂຄງການ ATM ອົກຊີແຊນ ນະຄອນໂຮ່ຈີມິນ

07:00 | 09/09/2021

ຍ​ສ​ໝ - ວັນ​ທີ 4 ກັນ​ຍາ, ສະ​ຫະ​ພັນ​ນັກ​ທຸ​ລ​ະ​ກິດຍິງ ຫວຽດ​ນາມ ຢູ່ ໄຕ​້ຫວັນ (ຈີນ) ໄດ້ມອບເງິນ​ເປັນ​ຈຳ​ນວນ 25 ລ້ານ​ດົ່ງ ໃຫ້​ແກ່​ໂຄງ​ການ ATM ​ອົກຊີແຊນ ຜ່ານ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ນະ​ຄອນ​ໂຮ່​ຈີ​ມິນ ເມືອງ​ເຕິນ​ບິ່ງ.

ພົນ​ລະ​ເມືອງ ຫວຽດ​ນາມ 92 ຄົນ ກັບ​ມາ​ຈາກ ໄຕ້ຫວັນ ປະຕິບັດການແຍກ​ຕົວ​ລວມສູນ ພົນ​ລະ​ເມືອງ ຫວຽດ​ນາມ 92 ຄົນ ກັບ​ມາ​ຈາກ ໄຕ້ຫວັນ ປະຕິບັດການແຍກ​ຕົວ​ລວມສູນ
ATM  ໄປສະນີພັນ ຮ​ັບ​ສິນ​ຄ້າ​ໂດຍ​ບໍ່​ສຳ​ຜັດ ATM ໄປສະນີພັນ ຮ​ັບ​ສິນ​ຄ້າ​ໂດຍ​ບໍ່​ສຳ​ຜັດ
ສະຫະພັນນັກທຸລະກິດຍິງ ຫວຽດນາມ ຢູ່ ໄຕ້ຫວັນ ສະໜັບສະໜູນໂຄງການ ATM ອົກຊີແຊນ ນະຄອນໂຮ່ຈີມິນ
ສະຫະພັນນັກທຸລະກິດຍິງ ຫວຽດນາມ ຢູ່ ໄຕ້ຫວັນ

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ “ຈົດ​ໝາຍ​ຮຽກ​ຮ້ອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ” ຂອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ນະ​ຄອນ​ໂຮ່​ຈີ​ມິນ ຮ່ວມ​ແຮງ​ຮ່ວມ​ໃຈ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19, ນຳ​ນະ​ຄອນ​ກັບ​ຄືນ​ສູ່​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິ​ໃໝ່.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​​ຮັບ, ທ່ານ ຟານ​ເລ​ຮຸຍ​ຮ່​ວາງ - ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ​ເມືອງ ໄດ້​ສະ​ແດງ​ຄວາມຂອບໃຈ​ຢ່າງ​ຈິງໃຈ​ຕໍ່​ການ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ ສະ​ຫະ​ພັນ​ນັກ​ທຸ​ລະ​ກິດ​ຍິງ ຫວຽດ​ນາມ ຢູ່ ໄຕ້​ຫວັນ. ທ່ານ​ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຮ່ວມ​ແຮງ​ຮ່ວມ​ໃຈ, ໜູນ​ຊ່ວຍ​ສະ​ມາ​ຄົມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທ່ານ​ນາງ ໂງ​ເຟິມ​ເຈີນ, ປະ​ທານ​ສະ​ມາ​ຄົມ​ພັດ​ທະ​ນາ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ​ການ​ສຶກ​ສາ ໄຕ້​ຫວັນ ຫວຽດ​ນາມ ໂດຍ​ແມ່ນ​ຜູ້​ສ້າງ​ຕັ້ງ​ສະ​ຫະ​ພັນ​ນັກ​ທຸ​ລະ​ກິດ​ຍິງ ຫວຽດ​ນາມ ປະ​ຈຳ ໄຕ້ຫວັນ ​ໃຫ້​ຮູ້​ວ່າ: ສະ​ຫະ​ພັນ​ຫາ​ກໍ່​ໄດ້ຮັບການ​ສ້າງ​ຕັ້ງ​ໃນວັນ​ທີ 14 ພະ​ຈິກ ປີ 2020 ຢູ່ ໄຕ້​ຫວັນ ເພື່ອ​ແນ​ໃສ່​ຊ່ວຍ​ແມ່​ຍິງ ຫວຽດ​ນາມ ດຳ​ເນີນ​ທຸ​ລະ​ກິດຢ່າງ​ໝັ້ນ​ຄົງ​ຢູ່ ປະ​ເທດ​ໄຕ້​ຫວັນ. ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່​ໄຕ້​ຫວັນ​ຍາມ​ໃດ​ກໍ່​ອ່ວາຍ​ໜ້າ​ເມື່ອ​ຫາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ເປັນ​ຕົ້ນ​ແມ່ນ​ນະ​ຄອນ​ໂຮ່​ຈີ​ມິນ - ໂດຍ​ແມ່ນ​ທ້ອງ​ຖິ່​ນ​ທີ່​ພວມ​ຖືກ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19. ຈຳ​ນວນ​ເງິນ​ສະ​ໜັບ​ສະໜູນ​ໃຫ້​ແກ່​ໂຄງ​ການ ATM ​ອົກຊີແຊນ ເຖິງວ່າ​ໜ້ອຍ ແຕ່​ກໍ່ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມ​ແບ່ງ​ປັນ, ຄວາມ​ຮັກ​ແພງ​ສຳ​ລັບ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ບ້ານ​ເກີດ​ເມືອງນອນ, ແມ່ນ​ການ​ລະ​ດົມ​ກຳ​ລັງ​ໃຈ​ສຳ​ລັບ​ກຳ​ລັງ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ໂດຍ​ໄດ້ຮູ້​ວ່າ ໃນ​ປີ 2021 ສະ​ຫະ​ພັນ​ນັກ​ທຸ​ລະ​ກິດ​ຍິງ ຫວຽດ​ນາມ ຢູ່ ໄຕ້​ຫວັນ ໄດ້​ສ້າງ​ແຜນ​ການ​ບຳ​ລຸງ​ສ້າງ​ໃຫ້​ແກ່​ສະ​ມາ​ຊິກ​ກ່ຽວ​ກັບ​ທັກ​ສະການ​ແປພາ​ສາ, MC, ສ້າງ​ເຄື່ອງ​ໝາຍ​ການ​ຄ້າ, ສ້າງ​ຄຸນ​ຄ່າ​ຜະ​ລິດ​ຕະ​ພັນ, ໂຄ​ສະ​ນາ... ສະ​ມາ​ຄົມ​ຄາດ​ວ່າ ຈະ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ຫວຽດ​ນາມ ຈັດ​ຕັ້ງ​ໂຄ​ງ​ການ “ກາ​ເຟ​ວິ​ສາ​ຫ​ະ​ກິດ ອອນ​ລາຍ”, ການ​ແຂ່ງ​ຂັນ “ນາງ​ງາມ​ພັນ​ລະ​ຍາ​ຊຸດເສື້ອ​ຍາວ” ເພື່ອ​ແນ​ໃສ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ, ພັດ​ທະ​ນາ​ພາ​ສາ ຫວຽດ ຢູ່​ໄຕ​້ຫວັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.