ການແຈກຢາຍເຄື່ອງບັນເທົາທຸກໃຫ້ 67 ຄອບຄົວເຊື້ອສາຍຫວຽດນາມທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ໃນແຂວງ Preah Sihanouk

19:00 | 27/08/2021

ຍສໝ - ວັນທີ 22 ສິງຫາ (ວັນທີ 15 ເດືອນ 7 ຕາມຈັນທະປະຕິທິນ), ສະຖານກົງສຸນໃຫຍ່ຫວຽດນາມ ປະຈໍາແຂວງ Preah Sihanouk ໄດ້ປະສານສົມທົບກັບຄະນະບໍລິຫານງານຂັ້ນແຂວງ ສະມາຄົມກໍາປູເຈຍ-ຫວຽດນາມ ແລະ ແຮງງານຫວຽດນາມຈໍານວນໜຶ່ງ ຢູ່ແຂວງ Preah Sihanouk ເພື່ອແຈກຢາຍເຄື່ອງຂອງໃຫ້ 67 ຄອບຄົວທີ່ມີສະພາບຄວາມຫຍຸ້ງຍາກຢູ່ໃນເມືອງ Preah Sihanouk. ເຄື່ອງແຕ່ລະພູດແມ່ນເຂົ້າສານ 10 ກິໂລ.

ແຈກ​ຢາຍ​ເຄື່ອງ​ໜູນ​ຊ່ວຍ​ໃຫ້​ແກ່ 434 ຄອບ​ຄົວ​ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ປະ​ເທດ ກຳ​ປູ​ເຈຍ) ແຈກ​ຢາຍ​ເຄື່ອງ​ໜູນ​ຊ່ວຍ​ໃຫ້​ແກ່ 434 ຄອບ​ຄົວ​ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ປະ​ເທດ ກຳ​ປູ​ເຈຍ)
ໜູນ​ຊ່ວຍ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ກຳ​ປູ​ເຈຍ) ໜູນ​ຊ່ວຍ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ກຳ​ປູ​ເຈຍ)

ທ່ານສະຖານກົງສຸນໃຫຍ່ ວູ້ຫງອກລິ ໄດ້ຕີລາຄາສູງການຮ່ວມມື ແລະ ຈິດໃຈການປັນຂອງຜູ້ມີໃຈສັດທາຫວຽດນາມຢູ່ໃນພື້ນທີ່, ໂດຍກ່າວວ່າ ການກະທຳທີ່ມີຄວາມໝາຍນີ້ ກໍ່ໄດ້ປະກອບສ່ວນຊ່ວຍໃຫ້ຊຸມຊົນຊາວຫວຽດນາມຢູ່ໃນປະເທດກໍາປູເຈຍ ຮູ້ສຶກອຸ່ນອຽນໃຈ, ມີຊີວິດທີ່ເປັນປົກກະຕິ ແລະ ບໍ່ຕ້ອງກັບຄືນບ້ານໃນຊ່ວງເວລານີ້.

ການແຈກຢາຍເຄື່ອງບັນເທົາທຸກໃຫ້ 67 ຄອບຄົວເຊື້ອສາຍຫວຽດນາມທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ໃນແຂວງ Preah Sihanouk
ການແຈກຢາຍເຄື່ອງບັນເທົາທຸກໃຫ້ 67 ຄອບຄົວເຊື້ອສາຍຫວຽດນາມທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ໃນແຂວງ Preah Sihanouk.

ຕາມສະຖານກົງສຸນໃຫຍ່ແລ້ວ, ເນື່ອງຈາກການລະບາດຂອງພະຍາດໂຄວິດ -19 ທີ່ແກ່ຍາວ ເຮັດໃຫ້ບັນດາເຂດແຍກປ່ຽວທາງການແພດໃນປະເທດ, ໂດຍສະເພາະໃນເຂດຊາຍແດນ ໄດ້ຮັບຄວາມກົດດັນຫຼາຍ ແລະ ຄວາມສາມາດໃນການຮັບຄົນທີ່ຖືກກັກກັນແມ່ນມີຄວາມຫຍຸ້ງຍາກຫຼາຍ. ສະນັ້ນ, ສະຖານກົງສຸນໃຫຍ່ ຮຽກຮ້ອງໃຫ້ປະຊາຊົນ ຕ້ອງເອົາຊະນະຄວາມຫຍຸ້ງຍາກຊົ່ວຄາວນີ້ ແລະ ບໍ່ກັບຄືນບ້ານໃນຊ່ວງເວລານີ້, ເຖິງແມ່ນວ່າ ກໍາປູເຈຍໄດ້ຍົກເລີກຂໍ້ຕົກລົງວ່າດ້ວຍການຈໍາກັດຊົ່ວຄາວພົນລະເມືອງຫວຽດນາມ ເຂົ້າ -ອອກເມືອງ ຜ່ານຊາຍແດນກໍາປູເຈຍ -ຫວຽດນາມຕັ້ງແຕ່ວັນທີ 20 ສິງຫາ ແລ້ວ.

ທ່ານສະຖານກົງສຸນໃຫຍ່ເນັ້ນໜັກວ່າ ສຳລັບຜູ້ທີ່ອາໄສຢູ່ໃນແຂວງ Preah Sihanouk, Koh Kong, Kampot, Kep, Kampong Speu ແລະ Takeo, ຖ້າມີເຫດຜົນສຸດວິໄສຕ້ອງການກັບຄືນບ້ານ ແມ່ນຄວນຕິດຕໍ່ຫາສະຖານກົງສຸນໃຫຍ່ ເພື່ອລົງທະບຽນການເຂົ້າເມືອງ. ຜູ້ທີ່ມີສະຖານະການທາງດ້ານເສດຖະກິດທີ່ຫຍຸ້ງຍາກພິເສດ ແລະ ຕ້ອງການຄວາມຊ່ວຍເຫຼືອ ກໍ່ສາມາດຕິດຕໍ່ຫາສະຖານກົງສຸນໃຫຍ່ເພື່ອຈະໃຫ້ການຊ່ວຍເຫຼືອໄດ້ທັນເວລາ.

ຄຳຮຸ່ງ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ