ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ປຸກ​ລະ​ດົມ​ໂຄງ​ການມອບ​ຄວາມ​ຮັກ​ແພງ

06:30 | 30/08/2021

ຍ​ສ​ໝ -ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ຫາ​ກໍ່​ປຸກ​ລະ​ດົມ​ໂຄງ​ການມອບ​ຄວາມ​ຮັ​ກ​ແພງ ເພື່ອ​ແນ​ໃສ່​ສ້າງກອງ​ທຶນ​ສະ​ໜັບ​ສະ​ໜູນ​ແຖວ​ໜ້າ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ປະ​ສົບ​ກັບ​ຄວາ​ມ​ຫຍຸ້ງ​ຍາກ​ຢູ່​ບ້ານ​ເກີດ​ເມືອງນອນ…

ມີຫຼາຍ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ສະ​ຖານ​ທູດໜູນ​ຊ່ວຍ ຮ່າ​ໂນ້ຍ ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ມີຫຼາຍ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ສະ​ຖານ​ທູດໜູນ​ຊ່ວຍ ຮ່າ​ໂນ້ຍ ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ຊາວ​ຫວຽດນາມ ອາ​ໄສ​ຢູ່ອາ​ເມ​ລິ​ກາ ​ສະ​ໜັບ​ສະ​ໜູນ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ບ້ານ​ເກີດ​ເມືອງນອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຊາວ​ຫວຽດນາມ ອາ​ໄສ​ຢູ່ອາ​ເມ​ລິ​ກາ ​ສະ​ໜັບ​ສະ​ໜູນ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ບ້ານ​ເກີດ​ເມືອງນອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ປຸກ​ລະ​ດົມ​ໂຄງ​ການມອບ​ຄວາມ​ຮັກ​ແພງ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ປຸກ​ລະ​ດົມ​ໂຄງ​ການມອບ​ຄວາມ​ຮັກ​ແພງ (ພາບ: BTC)

ໂດຍ​ໄດ້​ຮັບ​ຮູ້​ວ່າ ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ຈະ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຄື: ສະ​ມາ​ຄົມ​ແມ່​ຍິງ, ສະ​ມາ​ຄົມ​ນັກ​ສຶກ​ສາ, ສະ​ມາ​ຄົມ​ການ​ກຸ​ສົນ, ບັນ​ດາ​ຮາກ​ຖານ Bucheon, Uyjungbu, Daejon, Gwangju... ​ປະ​ຕິ​ບັດ​ໂຄງ​ການນີ້.

ຄະ​ນະ​ຈັດ​ຕັ້ງ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ກຳ​ລັງ​ຂອງ​ປະ​ຊາ​ຄົມ ແລະ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ສາ​ມັກ​ຄີ​ກັນ​ຂອງ​ບັນ​ດາ​ອົງ​ການ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ, ໂຄງ​ການ​ຈະ​ເສີມ​ຂະ​ຫຍາຍ​ຈິດ​ໃຈ “ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ”, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງກອງ​ທຶນ​ເພື່ອມອບ​ຂອງ​ຂວັນແຫ່ງຄວາມ​ຮັກ​ແພງຫຼາຍ​ພູດ​ໄປ​ຍັງ​ພໍ່​ແມ່​ປະ​ຊາ​ຊົນ ແລະ ເພີ່ມ​ກຳ​ລັງ​ແຮງ​ໃຫ້​ແກ່​ບ້ານ​ເກີດ​ເມືອງນອນ​ໃນ​ການ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ເວ​ລາ​ເປີດ​ຮັບ​ການ​ສະ​ໜັບ​ສະ​ໜູນ ​ນັບ​ແຕ່​ວັນ​ທີ 23 ສິງ​ຫາ ເຖິງ​ວັນ​ທີ 12 ກັນ​ຍາ 2021. ຜູ້​ເຂົ້າ​ຮ່ວມ​ອາດ​ຈະ​ສະ​ໜັບ​ສະ​ໜູນ​ດ້ວຍ​ເງິນ​ສົດ ຫຼື ວັດ​ຖຸ (ຜ້າ​ອັດ​ປາກ​ດັງ, ຊຸດ​ປ້ອງ​ກັນ​ຕ້ານ​ເຊື້ອ, ຊຸດກວດ​ກາ​ຫາ​ເຊື້ອ Covid-19).

ຈຳ​ນວນ​ເງິນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈະ​ໄດ້​ນຳ​ໃຊ້​ເພື່ອ​ຊື້​ເຄື່ອງ​ຂອງ​​ໜູນ​ຊ່ວຍ​ແນວ​ໜ້າ​ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ເຄື່ອງ​ຂອງ​ທີ່​ຈຳ​ເປັນ ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນຢູ່​ເຂດ​ຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວ​ງ​ຈາກ​ໂລກ​ລ​ະ​ບາດ​ໂຄວິດ - 19.

ສະ​ມາ​ຄົມ​ຊາວ​ຫວຽດາມ ອາ​ໄສ​ຢູ່ ສ.ເກົ​າຫຼີ ຈະ​ອັບ​ເດດບັນ​ດາ​ຂໍ້​ມູນ, ຮູບ​ພາບ​ກ່ຽວ​ກັບວຽກງານບັນ​ດາ​ທ້ອງ​ຖິ່ນ ດຳ​ເນີນ​ການມອບເຄື່ອງການ​ກຸ​ສົນນີ້ເຖິງ​​​ໝົດ​ທຸກ​ຄົນໃນປະ​ຊາ​ຄົມ. ສະ​ມາ​ຄົມ​ຫວັງ​ວ່າ ໂຄງ​ການ​ຈະ​ໄດ້ຮັບການ​ແບ່ງ​ປັນ, ແຜ່​ຂະ​ຫຍາຍ ແລະ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນຢ່າງຫຼວງຫຼາຍ​ຈາກ​ປະ​ຊາ​ຄົມ, ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງນອນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.