ຊາວ​ຫວຽດນາມ ອາ​ໄສ​ຢູ່ອາ​ເມ​ລິ​ກາ ​ສະ​ໜັບ​ສະ​ໜູນ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ບ້ານ​ເກີດ​ເມືອງນອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

15:06 | 26/08/2021

ຍ​ສ​ໝ - ວັນ​ທີ 23 ສິງ​ຫາ, ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ San Francisco (ອາ​ເມ​ລິ​ກາ) ໄດ້​ຮັບ ແລະ ປະຕິບັດສຳ​ເລັດ​ລະ​ບຽບ​ການ​ສົ່ງ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 255 ຊຸດ, ຊຸດກວດ​ຫາ​ເຊື້ອ​ໄວຣັດ ໂຄວິດ - 19 ແບບໄວ 9000 ຊຸດ, ຜ້າ​ອັດ​ປາກ​ດັງ 60.000 ອັນ ແລະ ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ຕ່າງໆ​ໂດຍ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ​ອຸ​ປະ​ຖຳ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ໜູນ​ຊ່ວຍ​ຊາວ​ລັດ​ເຊຍ ອາ​ໄສ​ຢູ່ຍາ​ຈາງ​ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງຍ​າກ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19 ໜູນ​ຊ່ວຍ​ຊາວ​ລັດ​ເຊຍ ອາ​ໄສ​ຢູ່ຍາ​ຈາງ​ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງຍ​າກ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19
ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້
ຊາວ​ຫວຽດນາມ ອາ​ໄສ​ຢູ່ອາ​ເມ​ລິ​ກາ ​ສະ​ໜັບ​ສະ​ໜູນ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ບ້ານ​ເກີດ​ເມືອງນອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ບັນ​ດາ​ພະ​ນັກ​ງານ​ສະ​ຖານ​ທູດ​ຊ່ວຍ​ເຫຼືອ​ການ​ຂົນ​ສົ່ງ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາ​ມ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ອາ​ເມ​ລິ​ກາ ໄດ້​ອຸ​ປະ​ຖຳ​ອຸ​ປະ​ກອນ​ການ​ແພດ​ລວມ​ມີ​​ເຄື່ອງ​ຊ່ວຍ​ຫາຍ​ໃຈ 255 ຊຸດ, ຊຸດກວດ​ຫາເຊື້ອ​ໄວຣັດ ໂຄວິດ - 19 ແບບໄວ 9000 ຊຸດ, ຜ້າ​ອັດ​ປາກ​ດັງ 60.000 ອັນ ແລະ ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ຕ່າງໆ​ ເພື່ອ​ສົ່ງ​ກັບ​ມາ​ຫວຽດ​ນາມ.

ໂດຍ​ແມ່ນ​ສະ​ຖານ​ທີ່​ຕ້ອນ​ຮັບ​, ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ San Francisco ໄດ້​ລະ​ດົມກຳ​ລັງ​ພະ​ນັກ​ງານ, ພາ​ລະ​ກອນ​ໝົດ​ທຸກ​ຄົນ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຫ້ອງວ່າ​ການ Vietnam Airline ປະ​ຈຳ ອາ​ເມ​ລິ​ກາ ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ລະ​ບຽບ​ການ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ປ້ອງກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ພາຍ​ໃນ​ປະ​ເທດ​.

ວັນ​ທີ 23 ສິງ​ຫາ 2021, ໂດຍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ຫວຽດ​ນາມ, ຖ້ຽວ​ບິນ ໝາຍ​ເລກ VN9 ຂອງ ບໍ​ລິ​ສັດ Vietnam Airline ໄດ້​ລົງ​ຈອດ​ຢູ່​ສະ​ໜາມ​ບິນ San Francisco ເພື່​ອ​ຮັບ​ພົນ​ລະ​ເມືອງ ຫວຽດ​ນາມ ກ່​ວາ 280 ຄົນທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ຂົນ​ສົ່ງ​ອຸ​ປະ​ກອນ​ການ​ແພດນີ້​ກັບ​ຄືນ​ປະ​ເທດ.

ກ່ອນ​ໜ້າ​ນັ້ນ, ໃນ​ເດືອນ​ມິ​ຖຸ​ນາ ປີ 2021, ສະ​ຖານ​ທູດ ຫວຽດ​ນາມ ໄດ້​ຮັບ​ເງິນ​ອຸ​ປະ​ຖຳ​ຈາກ​ການ​ປະ​ກອບ ທີ່​ມີ​ມູ​ນ​ຄ່າ​ເກືອບ 55.000 USD ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ ພ້ອມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ, ບັນ​ດາ​ອົງ​ການ​ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ເພື່ອ​ໜູນ​ຊ່ວຍ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ພາຍ​ໃນ​ປະ​ເທດ.

ສະ​ຖານ​ກົງ​ສູນ​ໃຫຍ່ຫວຽດ​ນາມ ປະ​ຈຳ Houston, Texas ກໍ່​ໄດ້​ຈັ​ດ​ຕັ້ງ​ພິ​ທີ​ປຸກ​ລະ​ດົມ​ການ​ສະ​ໜັບ​ສະ​ໜູນກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ລະດົມ​ໄດ້​ເງິນ​ເປັນ​ຈຳ​ນວນ 25.560 USD.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.