ມີຫຼາຍ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ສະ​ຖານ​ທູດໜູນ​ຊ່ວຍ ຮ່າ​ໂນ້ຍ ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

06:16 | 27/08/2021

ຍ​ສ​ໝ - ມີຫຼາຍ​ອົງ​ການ, ໜ່ວຍ​ງານ, ອົງ​ການ​ຈັ​ດ​ຕັ້ງ, ສ່ວນ​ບຸກ​ຄົນ ໄດ້​ຮ່ວມ​ແຮງ​ຮ່​ວມ​ໃຈ​ສະ​ໜັບ​ສະ​ໜູນ​ທັນ​ຍະ​ຫານ, ອຸ​ປະ​ກອນ​ການ​ແພດໃຫ້ນະ​ຄອນຫຼວງ ຮ່າ​ໂນ້ຍ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ຄ​ະ​ນະ​ປະ​ຕິ​ບັດ​ງານ​ຂອງ ລັດ​ຖະ​ບານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລົງ​ຢ້ຽມ​ຢາມ ຢູ່​ໂຮງ​ໝໍເສ​ນາ​ຮັກ 175 ຄ​ະ​ນະ​ປະ​ຕິ​ບັດ​ງານ​ຂອງ ລັດ​ຖະ​ບານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລົງ​ຢ້ຽມ​ຢາມ ຢູ່​ໂຮງ​ໝໍເສ​ນາ​ຮັກ 175
ຊາວ​ຫວຽດນາມ ອາ​ໄສ​ຢູ່ອາ​ເມ​ລິ​ກາ ​ສະ​ໜັບ​ສະ​ໜູນ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ບ້ານ​ເກີດ​ເມືອງນອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຊາວ​ຫວຽດນາມ ອາ​ໄສ​ຢູ່ອາ​ເມ​ລິ​ກາ ​ສະ​ໜັບ​ສະ​ໜູນ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ບ້ານ​ເກີດ​ເມືອງນອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ມີຫຼາຍ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ສະ​ຖານ​ທູດໜູນ​ຊ່ວຍ ຮ່າ​ໂນ້ຍ ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ

ຕອນ​ເຊົ້າ​ວັນ​ທີ 24 ສິງ​ຫາ, ທ່ານ​ນາງ ຫງວຽນ​ລານ​ເຮືອງ, ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ, ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະ​ຄອນ​ຮ່າ​ໂນ້ຍ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ເປັນ​ປ​ະ​ທານ​ພິ​ທີ​ມອບ​ຮັບ​ການ​ສະ​ໜັບ​ສະ​ໜູນ ແລະ ມອບ​ຮັບ​ອຸ​ປະ​ກອນ​ການ​ແພດ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດຊາດ ຫວຽດ​ນາມ ນະ​ຄອນ​ຮ່າ​ໂນ້ຍ​ໄດ້​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 50 ຊຸດ ໃຫ້​ແກ່​ໂຮງ​ໝໍ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ ຮ່າ​ໂນ້ຍ, ຊຸດ​ກວດ​ຫາ​ເຊື້ອ​ໄວ​ຣັດ Sars-Cov-2 550.000 ຊຸດ, ເຄື່ອງເຄື່ອງນຸ່ງ​ປ້ອງ​ກັນ​ໄວ​ຣັດ 6000 ຊຸດ​ໃຫ້​ແກ່​ພະ​ແນກ​ສາທາລະນະສຸກ ​ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ທີ​ພິ​ທີມອບ​ຮັບ, ທ່ານ​ນາງ ຫງວຽນ​ລານ​ເຮືອງ ໄດ້ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ສູງຕໍ່​ການ​ສະ​ໜັບ​ສະ​ໜູນ​, ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ບໍ​ລິ​ເວນ. ພ້ອມ​ທັງ​ໃຫ້​ຮູ້​ວ່າ ໃນ​ໄລ​ຍະ​ຜ່ານ​ມາ​ນະ​ຄອນ​ໄດ້​ປະ​ຕິ​ບັດຫຼາຍ​ມາດ​ຕະ​ການ​ທີ່​ຖືກ​ຕ້ອງ​ເພື່ອ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ເບີ່ງ​ແຍງ​ດູ​ແລ​ຊີ​ວິ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ໃນ​ບໍ​ລິ​ເວນ​ເພື່ອ​ເປົ້າ​ໝາຍ “ຄວາມ​ປອດ​ໄພ, ຄວາມ​ໝັ້ນ​ຄົງ, ການ​ຮັບປະກັນຊີວິດ​ສັງ​ຄົມ ແລະ ປະ​ຊາ​ຊົນ​ມີ​ຄວາມ​ສະ​ຫງົບ​ສຸກ”.

ຕາມ​ທ່ານ​ນາງ ຫງວຽ​ນລານ​ເຮືອງ​ແລ້ວ, ເຖິງວ່າ​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ກໍ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ແຕ່​ຍັງ​ສະ​ຫງວນ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານປ້ອງ​ກັນ, ຕ້ານ​ໂລກ​ລະ​ໂຄວິດ - 19 ໃນ​ບໍ​ລິ​ເວນ​ນະ​ຄອນ, ຜ່ານ​ນັ້ນ​ ກໍ່ໄດ້​ປະ​ກອບ​ສ່ວນ​ທັງ​ວັດ​ຖຸ, ຂໍ້​ລິ​ເລີ່ມ, ແນວ​ຄິດ​ທີ່​ມີ​ປະ​ໂຫຍດ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຮັບ​ປະ​ກັນ​ຊີວິດ​​ສັງ​ຄົມ. ຮ່າ​ໂນ້ຍ ​ມີ​ຄວາມ​ຫວັງ​ວ່າ​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ, ນັກ​ໃຈ​ບູນ​ໃຈ​ກຸ​ສົນຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ ກັບ​ແນວ​ໂຮມ​ປະ​ເທດ​ຊາດ ນະ​ຄອນ ແລະ ແນວ​ໂຮມ​ບັນ​ດາ​ເມືອງ, ເທດ​ສະບານ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄອນ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄຸມ ແລະ ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ, ນຳ​ຊີ​ວິດ​ການ​ເປັນ​ຢູ່​ກັບ​ຄືນ​ສູ່​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິໃໝ່.

ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 24 ສິງ​ຫາ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທ​ດ​ຊາດ ຫວຽດ​ນາມ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ເມືອງ ຮ່​ວານ​ກຽມ ຈັດ​ຕັ້ງ “ຕະ​ຫຼາດ 0 ດົງ” ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່ 300 ຄອບ​ຄົ​ວທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ບໍ​ລິ​ເວນ​ເມືອງ.

ໂດ​ຍ​ຕອບສະໜອງ​ຄຳ​ຮຽກ​ຮ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄ​ວິດ - 19 ຂອງ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະ​ຄອ​ນ​ຮ່າ​ໂນ້ຍ ແລະ ສະ​ຫະ​ພັນ​ມິດ​ຕະ​ພາບ ນະ​ຄອນ​ຮ່າ​ໂນ້ຍ, ພະ​ແນກ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ແຂວງ​ຮຶງ​ອຽນ ໄດ້​ສະ​ໜັບ​ສະ​ໜູນ ຜະ​ລິດ​ຕະ​ພັນ​ກະ​ເສດ 5 ໂຕນ, ອົງ​ການ​ຈັດ​ຕັ້ງ Samaritan’s Purse International Relief ສະ​ໜັບ​ສະ​ໜູນ ເຄື່ອງ​ຂອງ​ທີ່​ຈຳ​ເປັນ 250 ຊຸດ, ຄອບ​ຄົວ​ທ່ານ ເຈິ່ນ​ດັ່ງ​ຄວາ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຢຍ​ລະ​ມັນ ​ສະ​ໜັບ​ສະ​ໜູນ​ຊຸດ​ກວດ​ກາ​ຫ​າ​ເຊື້ອ Sars-Cov-2 550.000 ຊຸດ ແລະ ສະ​ຖານ​ທູດ ກາ​ຕາ​ ປະຈຳ ຫວຽດ​ນາມ ສະ​ໜັບ​ສະ​ໜູນກອງ​ທຶນປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ນະ​ຄອນ 100.000.000 ດົ່ງ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.