ປະຊາຄົມຊາວຫວຽດນາມຢູ່ມົງໂກລີ ປະກອບສ່ວນເງິນ 7000 ໂດລາ ເພື່ອຊ່ວຍພີ່ນ້ອງຮ່ວມຊາດ ໃນການຕໍ່ສູ້ກັບໂລກລະບາດ

16:12 | 27/08/2021

ຍສໝ - ສະຖານທູດຫວຽດນາມ ປະຈຳມົງໂກລີ ຫາກໍ່ໄດ້ຮັບເງິນ 7000 USD ໂດຍຊາວຫວຽດນາມຢູ່ຕ່າງປະເທດ ສະໜັບສະໜູນກອງທຶນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດ.

ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ ໄດ້ມອບເງິນເພື່ອຊ່ວຍເຫຼືອບ້ານເກີດເມືອງນອນ ຕໍ່ສູ້ກັບໂລກລະບາດ. ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ ໄດ້ມອບເງິນເພື່ອຊ່ວຍເຫຼືອບ້ານເກີດເມືອງນອນ ຕໍ່ສູ້ກັບໂລກລະບາດ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ

ກ່າວຄຳເຫັນທີ່ພິທີຮັບ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳມົງໂກລີ ຢ໋ວນແຂັງເຕີມ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການໂລກລະບາດໂຄວິດ -19 ຢູ່ຫວຽດນາມ, ແຜນນະໂຍບາຍ ແລະ ມາດຕະການຮັບມືກັບໂລກລະບາດຂອງພັກ, ລັດຖະບານ ແລະ ຄວາມຕັດສິນໃຈຂອງປະຊາຊົນ; ຢືນຢັນວ່າ ພັກ ແລະ ລັດຍາມໃດກໍ່ຖືການປົກປ້ອງສຸຂະພາບ ແລະ ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນເປັນວຽກງານຈຸດສຸມ ແລະ ເປັນບູລິມະສິດແຖວໜ້າ.

ປະຊາຄົມຊາວຫວຽດນາມຢູ່ມົງໂກລີ ປະກອບສ່ວນເງິນ 7000 ໂດລາ ເພື່ອຊ່ວຍພີ່ນ້ອງຮ່ວມຊາດ ໃນການຕໍ່ສູ້ກັບໂລກລະບາດ
ປະຊາຄົມຊາວຫວຽດນາມຢູ່ມົງໂກລີ ປະກອບສ່ວນເງິນ 7000 ໂດລາ ເພື່ອຊ່ວຍພີ່ນ້ອງຮ່ວມຊາດ ໃນການຕໍ່ສູ້ກັບໂລກລະບາດ

ທ່ານເອກອັກຄະລັດຖະທູດ ຢ໋ວນແຂັງເຕີມ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຈິດໃຈຮັກແພງຊ່ວຍເຫຼືອກັນຂອງໝູ່ຄະນະສະຖານທູດ ແລະ ສະມາຄົມຊາວຫວຽດນາມຢູ່ມົງໂກລີ, ຄວາມສາມັກຄີພ້ອມກັນກະທຳ ແລະ ມີຄວາມຮັບຜິດຊອບຕໍ່ປະເທດ ແລະ ບ້ານເກີດເມືອງນອນ.

ໂດຍໄດ້ຮູ້ວ່າ ມີຄົນຫວຽດນາມປະມານ 200 ຄົນທີ່ອາໄສ, ສຶກສາ ແລະ ເຮັດວຽກຢູ່ມົງໂກລີ. ທ່ານເອກອັກຄະລັດຖະທູດ ຢ໋ວນແຂັງເຕີມ ຫວັງວ່າ ປະຊາຄົມຊາວຫວຽດນາມຢູ່ມົງໂກລີ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງປະຊາຊາດ, ມີຈິດໃຈ, ທັດສະນະຄະຕິຮັບຜິດຊອບ, ເຫັນອົກເຫັນໃຈ ແລະ ແບ່ງປັນກັບລັດ, ສືບຕໍ່ມີຄວາມຫ້າວຫັນຕອບສະໜອງ ຕໍ່ການຂົນຂວາຍດ້ວຍຫຼາຍຮູບແບບ, ມີການປະກອບສ່ວນຢ່າງແທດຈິງ ເພື່ອໜູນຊ່ວຍບັ້ນຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ -19 ຂອງພັກ, ລັດ ແລະ ພໍ່ແມ່ພີ່ນ້ອງໃນທົ່ວປະເທດ.

ທ່ານເອກອັກຄະລັດຖະທູດ ໄດ້ສະເໜີໃຫ້ພໍ່ແມ່ພີ່ນ້ອງສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດຢ່າງເຂັ້ມງວດ ຕາມການຊີ້ນຳຂອງລັດຖະບານປະເທດປະຈຳຖິ່ນ, ໂດຍສະເພາະ ໃນສະພາບການໂລກລະບາດແຜ່ລະບາດຢູ່ໃນມົງໂກລີຍັງສັບສົນ ແລະ ຄາດຄະເນໄດ້ຍາກນັ້ນ, ໂດຍມີຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນສະເລ່ຍ 1500 ກໍລະນີ/ມື້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.