ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ຝ​ລັ່ງ ເຂົ້າ​ຮ່ວມ​ພິ​ທີ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່ ຢູ່ ວັດ ຈຸກ​ເລິມ​ ຢູ່ ປ​າ​ຣີ

06:30 | 09/09/2021

ຍ​ສ​ໝ - ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19, ພິ​ທີ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່ ປີ 2021 ຢູ່​ວັດ ຈຸກ​ເລິມ ຢູ່​ຊານ​ເມືອງ ປາ​ຣີ ຮອດ​​ວັນ​ທີ 5 ກັນ​ຍາ ຈຶ່ງ​ສາ​ມາດ​ຈັດ​ຕັ້ງ​ໄດ້, ດ້ວຍ​ລາຍ​ການ​ທີ່ຫຼຸດ​ເວ​ລາ​ຈັດ​ຕັ້ງ​ລົງ ແລະ ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ກໍ່​ຈຳ​ກັດ​ກ່​ວາ​ເກົ່າ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ເພື່ອ​ນ​ມິດ​ສາ​ກົນ ເສັງ​ຂັບ​ລຳເພງພື້​ນ​ເມືອງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ເພື່ອ​ນ​ມິດ​ສາ​ກົນ ເສັງ​ຂັບ​ລຳເພງພື້​ນ​ເມືອງ
ສະ​ເຫຼີ​ມ​ສະຫຼອງ 76 ປີ​ແຫ່ງວັນ​ຊາດ ​ທີ 2 ກັນ​ຍາ: ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ແລະ ມາ​ເລ​ເຊຍ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຕ້ານ​ໂຄວິດ - 19. ສະ​ເຫຼີ​ມ​ສະຫຼອງ 76 ປີ​ແຫ່ງວັນ​ຊາດ ​ທີ 2 ກັນ​ຍາ: ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ແລະ ມາ​ເລ​ເຊຍ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຕ້ານ​ໂຄວິດ - 19.
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ຝ​ລັ່ງ ເຂົ້າ​ຮ່ວມ​ພິ​ທີ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່ ຢູ່ ວັດ ຈຸກ​ເລິມ​ ຢູ່ ປ​າ​ຣີ
ພາບ​ປະ​ກອບ

ພິ​ທີຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່ 2021 ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ ແລະ ສັກ​ກະ​ລະ​ບູ​ຊາ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງພະ​ມະຫາ​ອາຈານ ທິກ​ເຕິມ​ຮຸຍ, ເຈົ້າ​​ອະ​ທິ​ການວັດ ​ຈຸກ​ເລິ​ມ.

ທ່ານ ດິງ​ຕວານ​ທັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ ແລະ ພັນ​ລະ​ຍາ, ທ່ານ​ນາງ ເລ​ທິ​ຮົ່ງ​ເວິນ ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕ​າງ​ໜ້າ ຫວຽດ​ນາມ ປະ​ຈຳ UNESCO ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຝ​ລັ່ງ, ເພື່ອນ​ມິດ​ຝັ​ລ່ງ ຢູ່ ປາ​ຣີ ແລະ ບັນ​ດາ​ເຂດ​ໃກ້​ຄຽງ ໄດ້​ເຂົ້າ​ຮ່ວມ​ພິ​ທີ.

ຖັດ​ຈາກ​ນັ້ນ, ຄະ​ນະພະ​ສົງ​ສຳ​ມະ​ເນນ​​, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນໄດ້​ອ່ານ​ຄຳ​ພີ​ພາ​ວະ​ນາ, ຂໍ​ໃຫ້ພໍ່​ແມ່, ຄອບ​ຄົວ ​ມີແຕ່ສິ່ງ​ທີີ່ດີ, ມີສຸ​ຂະ​ພາບ​ທີ່​ແຂງ​ແຮງ​​ ແລະ ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.