ປຸກ​ລະ​ດົມ​ໂຄງ​ການ​ຂໍ້​ລິ​ເລີ່ມ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ InnoCity Global Launching 2021

13:52 | 22/08/2021

ຍ​ສ​ໝ - ວັນ​ທີ 19 ສິງ​ຫາ, ພິ​ທີ​ປຸກ​ລະ​ດົມ​ໂຄງ​ການ​ຂໍ້​ລິ​ເລີ່ມ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ (InnoCity Global Launching 2021) ໄດ້​ດຳ​ເນີນ​ຕາມ​ຮູບ​ການ​ທາງ​ອອນ​ລາຍ ຢູ່​ສູນ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ແຫ່ງ​ຊາດ (ຫວຽດ​ນາມ) ແລະ ສະ​ຖານ​ທີ່​ຖ່າຍ​ທອດ​ສົດ ເກືອບ 150 ແຫ່ງ​ຢູ່ 16 ປະ​ເທດໃນ​ທົ່ວ​ໂລກ.

ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ​ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງທາງ​ທະ​ເລ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ​ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງທາງ​ທະ​ເລ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ
ຜູ້​​ຕາງ​ໜ້າ​ຫວຽດ​ນາມ 2 ທ່ານ ໄດ້​ເຊີດ​ຊູ “ການ​ນຳ​ໜຸ່ມ​ດີ​ເດັ່ນ​ອາ​ຊີ” ຜູ້​​ຕາງ​ໜ້າ​ຫວຽດ​ນາມ 2 ທ່ານ ໄດ້​ເຊີດ​ຊູ “ການ​ນຳ​ໜຸ່ມ​ດີ​ເດັ່ນ​ອາ​ຊີ”
ປຸກ​ລະ​ດົມ​ໂຄງ​ການ​ຂໍ້​ລິ​ເລີ່ມ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ InnoCity Global Launching 2021
ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ພິ​ທີ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເລີ່ມ​”, ທ່ານ ຫວູກວັກ​ຮຸຍ - ຜູ້​ອຳ​ນວຍ​ການ​ສູນ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ແຫ່ງ​ຊາດ ຂຶ້ນ​ກັບ​ກະ​ແຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດ​ນາມ ໃຫ້​ຮູ້​ວ່າ: ໂຄງ​ການ​ແມ່ນ​ການ​ລົງ​ທຶນ​ເຫື່ອ​ແຮງ, ພູມ​ປັນ​ຍາ, ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂ​ອງພູມ​ປັນ​ຍາໜຸ່ມຫຼາຍ​ຄົນ ທີ່​ພວມ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ ແລະ ເຮັດ​ວຽກ​ຢູ່ ເອີ​ລົບ, ພ້ອມ​ທັງ​ກໍ່​ສະ​ແດງ​ຈິດ​ໃຈ​ອ່​ວາຍ​ໜ້າ​ເມື່ອ​ຫາ​ບ້ານ​ເກີດ​ເມືອງນອນ​ຂອງ​ປະ​ເທດ​ຊາດຂອງ​ບັນ​ດາ​ເພື່ອນ​ໜຸ່ມ​ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ.

ສູນ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ແຫ່ງ​ຊາດ​ມີ​ຄວາມ​ຫວັງ​ວ່າ ຜ່ານ​ໂຄງ​ການນີ້​ຈະ​ດຶງ​ດູດ​ໄດ້​ພູມ​ປັນ​ຍາ​ໜຸ່ມ ຫວຽດ​ນາມ ຫຼາ​ຍ​ຄົນ​ກ່​ວາ​ອີກ ເຂົ້າ​ໃນ​ການ​ປະ​ກອບ​ສ່ວນ​ຂໍ້​ລິ​ເລີ່ມ, ວິ​ທີ​ການ​ແກ້​ໄຂ ແລະ ບັນ​ດາ​ບັນ​ຫາ​ໃນ​ປັດ​ຈຸ​ບັນ​ຂອງ​ປະ​ເທດ​ຊາດ.

ພ້ອມ​ກັນ​ນັ້ນ, ຜ່ານ​ໂຄງ​ການນີ້, ສູນ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ແຫ່ງ​ຊາດ ກໍ່​ຈະ​ເຕົ້າ​ໂຮມ​ບັນ​ດາ​ແຫຼ່ງ​ກຳ​ລັງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ປ່ຽນ​ແປງ​ໃໝ່ປະ​ດິດ​ຄິດ​ສ້າງ​ຂອງ​​ພູມ​ປັນ​ຍາ​ຫວຽດ​ນາມ, ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ ແລະ ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ.

InnoCity Vietnam Young Initiatives (ເອີ້ນ​ຫຍໍ້​ວ່າ InnoCity) ໂດຍ​ສະ​ຫະ​ພັນ​ນັກ​ສຶກ​ສາ ຫວຽດ​ນາມ ພາກ​ພື້ນ ເອີ​ລົບ​ສະ​ເໜີ​ຈັດ​ຕັ້ງ ແລະ ໄດ້​ຮັບ​ການ​ອຸ​ປ​ະ​ຖຳ​ຈາກ ສູນ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ແຫ່ງ​ຊາດ (ກ​ະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດ​ນາມ).

ບັນ​ດາ​ຂໍ້ລິ​ເລີ່ມ​ຈາກ​ບັນ​ດາ​ພູມ​ປັນ​ຍາ, ນັກ​ຊ່ຽວ​ຊານ​ຫວຽດ​ນາມ ​ໂດຍ​ຄະ​ນະ​ຈັດ​ຕັ້ງຈະ​ເປີດ​​ຮັບ​ຈົນ​ຮອດ​ວັນ​ທີ 30 ກັນ​ຍາ 2021 ແລະ ​ຈະໄດ້​ຮັບ​ການ​ພິ​ຈາ​ລະ​ນາ, ຕີ​ລາ​ຄາ​ໃນ​ເດືອນ​ຕຸ​ລາ ປີ 2021.

ລາງວັນ​ຂໍ້​ລ​ິ​ເລີ່ມ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ ຈະ​ໄດ້​ມອບ​ໃນ​ເດືອນ​ມັງ​ກອນ ປີ 2022 ສະ​ຫງວນ​ໃຫ້​ແກ່​ໂຄງ​ການ​ດີ​ເດັ່ນ​ທີ່​ສຸດ ຕອບ​ສະ​ໜອງ​ໄດ້​ບັນ​ດາ​ເປົ້​າ​ໝາຍ​ກ່ຽວ​ກັບ​ລັກ​ສະ​ນະ​ປ່ຽນ​ແປງ​ໃໝ່, ລັກ​ສະ​ນະ​ເປັນ​ໄປ​ໄດ້ ແລະ ຄວາມ​ພຶດ​ຕິ​ກຳ​ຕົວ​ຈິງ, ຄວາມ​ອາດ​ສາ​ມາດ​ສ້າງ​ຜົນ​ກະ​ທົບ​ຕໍ່​ບັນ​ດາ​ດ້ານ​ຄື: ເສດ​ຖະ​ກິດ, ສັງ​ຄົມ, ສິ່ງ​​ແວດ​ລ້ອມ ຂອງ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.