ການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ”

06:30 | 31/08/2021

ວັນທີ 29 ສິງຫາ, ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານຈັດຕັ້ງລາຍການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ” ຜ່ານລະບົບທາງໄກ.

ຊາວໜຸ່ມ ລາຍເຈົາ start up ຈາກ​ຮູບ​ແບບ​ສະ​ຫະ​ກອນ ຊາວໜຸ່ມ ລາຍເຈົາ start up ຈາກ​ຮູບ​ແບບ​ສະ​ຫະ​ກອນ
ລາຍການ ລາຍການ "ຊາວໜຸ່ມ ຫວຽດນາມ - ໝັ້ນໃຈກ້າວເດີນໄປ"
ການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ”
ທ່ານ ຫງວຽນຝູບິ່ງ ອະດີດຮອງລັດຖະມົນຕີຕ່າງປະເທດຫວຽດນາມ ແບ່ງປັນຄໍາເຫັນທີ່ລາຍການຄ້າຍພັກແລ້ງຫວຽດນາມ. ພາບ: qdnd.vn.

ດ້ວຍຄວາມຫວັງວ່າ ລາຍການຈະໄດ້ຮັບຟັງແນວຄິດຈິດໃຈ, ຄວາມປາດຖະໜາຂອງຮຸ່ນໜຸ່ມຢູ່ຕ່າງປະເທດ, ຫວນຄືນການເດີນທາງ 16 ປີຂອງຄ້າຍພັກແລ້ງຫວຽດນາມ ແລະພົບປະແລກປ່ຽນ, ເຊື່ອມຕໍ່ຊາວໜຸ່ມຢູ່ຕ່າງປະເທດກັບຊາວໜຸ່ມພາຍໃນປະເທດ. ມີຜູ້ແທນຊາວໜຸ່ມ, ນັກສຶກສາຫວຽດນາມ ກວ່າ 200 ຄົນທີ່ມາຈາກກວ່າ 20 ປະເທດ ແລະເຂດແຄວ້ນໄດ້ເຂົ້າຮ່ວມ.

ເນື້ອໃນການໂອ້ລົມສົນທະນາມີສອງຫົວຂໍ້ຕົ້ນຕໍນັ້ນແມ່ນ “ຄວາມປະທັບໃຈຕໍ່ບ້ານເກີດເມືອງນອນ” ແລະ“ຮ່ວມແຮງຮ່ວມໃຈເພື່ອປະເທດຊາດ” ດ້ວຍການພົບປະແລກປ່ຽນ, ແບ່ງປັນຂອງຜູ້ບັນລະຍາຍທີ່ຢູ່ພາຍໃນ ແລະຕ່າງປະເທດ, ຜູ້ທີ່ເຄີຍເຂົ້າຮ່ວມການຈັດຕັ້ງ ແລະເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ ໂດຍກົງ. ໃນການໂອ້ລົມສົນທະນາ, ທ່ານ ຫງວຽນຝູບິ່ງ ອະດີດຮອງລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ແບ່ງປັນກ່ຽວກັບການກໍາເນີດຂອງແນວຄວາມຄິດຈັດຕັ້ງລາຍການຄ້າຍພັກແລ້ງຫວຽດນາມ ເພື່ອແນໃສ່ນໍາເອົາຊາວໜຸ່ມ, ນັກສຶກສາຢູ່ຕ່າງປະເທດ ອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍປະເທດຊາດ.

ຜູ້ແທນຢູ່ຕ່າງປະເທດຫຼາຍຄົນກໍ່ແບ່ງປັນກ່ຽວກັບຄຸນຄ່າຂອງການແຜ່ຂະຫຍາຍອາລົມຈິດໃຫ້ເປັນການກະທໍາເພື່ອຮັບໃຊ້ບ້ານເກີດເມືອງນອນພາຍຫຼັງທີ່ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ ໃນແຕ່ລະຄັ້ງ; ພ້ອມທັງປະກອບບາງຄໍາເຫັນເພື່ອໃຫ້ຄ້າຍພັກແລ້ງຫວຽດນາມ ມີຊີວິດຊີວາ, ດຶງດູດຊາວໜຸ່ມ, ນັກສຶກສາຢູ່ຕ່າງປະເທດເຂົ້າຮ່ວມຫຼາຍຂຶ້ນ. ພິເສດແມ່ນໃນສະພາບໂຄວິດ-19 ກໍາລັງຜັນແປຢ່າງສັບສົນຢູ່ຫວຽດນາມ, ຊາວໜຸ່ມຢູ່ຕ່າງປະເທດທີ່ມາຈາກຫຼາຍບໍລິເວນກໍ່ໄດ້ແບ່ງປັນ, ສະແດງຄວາມພ້ອມໃນການຮ່ວມແຮງຮ່ວມໃຈ ແລະມີຫຼາຍການເຄື່ອນໄຫວທີ່ແທດຈິງເພື່ອໜູນຊ່ວຍພໍ່ແມ່ປະຊາຊົນຢູ່ພາຍໃນປະເທດປ້ອງກັນ, ຕ້ານພະຍາດໂຄວິດ-19 ອີກດ້ວຍ.

la.qdnd.vn

ເຫດການ
302 Found

Found

The document has moved here.